ອາເມຣິກາຄືມືມືດຜູ້ບົງການຢູ່ຫຼັງສາກ

2022-03-29 17:19:09 cri


ວັນທີ 26 ມີນານີ້ຕາມເວລາທ້ອງຖິ່ນ, ຢູ່ປະເທດໂປໂລຍ, ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາ ໄດ້ກ່າວປາຖະກະຖາກ່ຽວກັບການປະທະກັນລະຫວ່າງຣັດເຊຍ-ອູແກຣນ ໂດຍກ່າວວ່າ: “ບຸກຄົນນີ້(ທ່ານວາລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍ)  ບໍ່ຄວນກຳອຳນາດຕໍ່ໄປອີກ.” ເຖິງວ່າຫຼັງຈາກນັ້ນ ທຳນຽບປະທານາທິບໍດີຂອງອາເມຣິກາໄດ້ແກ້ຕົວຕໍ່ຄຳເວົ້າດັ່ງກ່າວທີ່ແຊກແຊງວຽກງານພາຍໃນຂອງປະເທດອື່ນຢ່າງເປີດແປນກໍຕາມ, ແຕ່ຄຳເວົ້ານີ້ໄດ້ເປີດເຜີຍຈຸດປະສົງທີ່ແທ້ຈິງຂອງການກໍ່ເລື່ອງຂອງອາເມຣິກາ ກໍຄືເຮັດໃຫ້ຣັດເຊຍຊຸດໂຊມລົງ, ແລ້ວໂຄ່ນລົ້ມລັດຖະບານຣັດເຊຍ ເພື່ອຊ່ວຍອາເມຣິກາເປັນປະເທດມະຫາອຳນາດຂອງໂລກ.

ອາເມຣິກາໄດ້ສ້າງຄວາມປັ່ນປ່ວນຢູ່ແຫ່ງຕ່າງໆຂອງໂລກ ດ້ວຍຂໍ້ອ້າງ “ສິດທິມະນຸດ” “ປະຊາທິປະໄຕ” “ເສລີພາບ” ແລະອື່ນໆ. ເມື່ອທົບທວນຄືນປະຫວັດສາດການຮຸກຮານ ແລະປະຫວັດສາດການແຊກແຊງຂອງອາເມຣິກາ, ພວກເຮົາສາມາດພົບເຫັນໄດ້ງ່າຍວ່າ: ອາເມຣິກາຄືມືມືດຜູ້ບົງການຢູ່ຫຼັງສາກ ເປັນແຫຼ່ງກຳເນີດຄວາມປັ່ນປ່ວນ ແລະຄວາມວຸ້ນວາຍຂອງໂລກ.

ອາເມຣິກາເປັນປະເທດທີ່ກະຫາຍສົງຄາມບໍ່? ຖ້າເບິ່ງຈາກຖານຂໍ້ມູນໃຫຍ່ ຫຼືບິກດາຕາ, ຄຳຕອບກໍຄື “ແມ່ນແນ່ນອນ” .

ອີງຕາມສະຖິຕິທີ່ບໍ່ຄົບຖ້ວນ, ໃນປະຫວັດສາດ 240 ກວ່າປີ ພາຍຫຼັງອາເມຣິກາໄດ້ປະກາດເອກະລາດໃນປີ 1776 ເປັນຕົ້ນມາ, ໄລຍະເວລາທີ່ອາເມຣິກາບໍ່ໄດ້ເຂົ້າຮ່ວມສົງຄາມນັ້ນ ມີບໍ່ຮອດ 20 ປີ; ນັບແຕ່ສົງຄາມໂລກຄັ້ງທີ 2 ສິ້ນສຸດລົງເມື່ອປີ 1945 ມາຮອດປີ 2001, ຢູ່ 153 ປະເທດ ແລະເຂດແຄວ້ນໃນທົ່ວໂລກໄດ້ເກີດການປະທະກັນດ້ວຍກຳລັງອາວຸດເຖິງ 248 ຄັ້ງ, ໃນນັ້ນ, ການປະທະກັນທີ່ກໍ່ຂຶ້ນໂດຍອາເມຣິກາແມ່ນມີເຖິງ 201 ຄັ້ງ ກວມ 81%.

ນັບແຕ່ສົງຄາມໂລກຄັ້ງທີ 2 ເປັນຕົ້ນມາ, ເກືອບວ່າປະທານາທິບໍດີອາເມຣິກາທຸກຄົນ ຕ່າງກໍມີ “ສົງຄາມຂອງຕົນ”, ສົງຄາມເຫຼົ່ານີ້ ເຮັດໃຫ້ປະເທດທີ່ຖືກຮຸຮານປະສົບໄພພິບັດສົງຄາມ, ປະຊາຊົນຫຼາຍລ້ານຄົນເສຍຊີວິດ, ຫຼາຍສິບລ້ານຄົນແຕກບ້ານແຕກເມືອງ ແລະຂາດທີ່ເພີ່ງພາອາໄສ.

ຫຼັງຈາກສົງຄາມໂລກຄັ້ງທີສອງສິ້ນສຸດລົງແລ້ວ,ອາເມຣິກາຍາດໄດ້ຖານະເປັນຜູ້ນຳພາໃນລະບຽບສາກົນ, ແຕ່ຍັງກໍ່ແລະເຂົ້າຮ່ວມສົງຄາມເລື້ອຍໆ. ເຂົາເຈົ້າໄດ້ທ່ຽວຫາຜູ້ເປັນສັດຕູໃນທົ່ວໂລກ, ໂດຍສະເພາະແມ່ນພາຍຫຼັງສົງຄາມເຢັນສິ້ນສຸດລົງແລ້ວ, ອາເມຣິກາໄດ້ປັ່ນກະແສລັດທິແຊກແຊງຢູ່ທົ່ວໂລກ ດ້ວຍແນວຄິດ “ໂລກຂົ້ວດຽວ” ຢ່າງປ່ວງບ້າ, ກໍ່ສົງຄາມ, ດຳເນີນການເຄື່ອນໄຫວໂຄ່ນລົ້ມ ແລະການເຄື່ອນໄຫວແຊກຊຶມປະເທດອື່ນ ໂດຍມີຈຸດປະສົງອັນດຽວ ກໍຄືເປັນມະຫາອຳນາດຂອງໂລກ.

ຍິ່ງໄປກວ່ານັ້ນ, ອາເມຣິກາກໍບໍ່ໄດ້ປ່ອຍອາເມຣິກາລາຕິນ ທີ່ຖືເປັນບໍລິເວນຫຼັງບ້ານຂອງຕົນມາໂດຍຕະຫຼອດ. ໃນປະຫວັດສາດ, ອາເມຣິກາໄດ້ສະແຫວງຫາ “ການມີທ່າແຮງຢ່າງຂາດຂັ້ນ” ຢູ່ອາເມຣິກາລາຕິນ. ຕໍ່ກັບປະເທດອາເມຣິກາລາຕິນທີ່ໄດ້ເລືອກຕັ້ງ “ປະທານາທິບໍດີຕໍ່ຕ້ານອາເມຣິກາ”ນັ້ນ, ອາເມຣິກາໄດ້ກໍ່ການລັດຖະປະຫານ ຈົນກະທັ້ງສົ່ງກອງທັບເຂົ້າຮຸກຮານໂດຍກົງ.

ສົງຄາມຫວຽດນາມ, ສົງຄາມອ່າວເປີເຊຍ, ສົງຄາມອັຟການິສະຖານ, ສົງຄາມອີຣັກ, ສົງຄາມຊີຣີ……ສົງຄາມເຫຼົ່ານີ້ ບໍ່ພຽງແຕ່ໄດ້ສ້າງຄວາມປັ່ນປ່ວນໃຫ້ທົ່ວໂລກເທົ່ນນັ້ນ, ຍັງໄດ້ເຮັດໃຫ້ປະຊານິຍົມຢູ່ອາເມຣິກາແຜ່ຂະຫຍາຍຢ່າງກວ້າງຂວາງ, ການເປັນປໍລະປັກກັນດ້ານການເມືອງພາຍໃນປະເທດຮຸນແຮງຍິ່ງຂຶ້ນ, ເຮັດໃຫ້ພາຍໃນປະເທດອາເມຣິກາໄດ້ເກີດມີວິກິດການຢ່າງຮອບດ້ານ ແລະໄດ້ສົ່ງຜົນກະທົບຕໍ່ໂລກອີກ.

ການກໍ່ສົງຄາມໃນທົ່ວໂລກ, ອາເມຣິກາມັກຊູຄັທຸງທີ່ວ່າ: “ສິດທິມະນຸດ” “ປະຊາທິປະໄຕ” ແລະອື່ນໆ. ແຕ່ເຮັດເລື່ອງແບບນີ້ຫຼາຍຂຶ້ນແລ້ວ, ປະຊາຄົມໂລກກໍໄດ້ຮູ້ຈັກທາດແທ້ຂອງອາເມຣິກາຢ່າງຈະແຈ້ງແລ້ວ.

ອາເມຣິກາເປັນມືມືດຜູ້ບົງການຢູ່ຫຼັງສາກ ທີ່ກໍ່ຄວາມປັ່ນປ່ວນໃນທົ່ວໂລກ, ມື້ໃດຈຶ່ງຈະຍອມເຊົາເຮັດ? ບຸກຄົນທີ່ຮັກຫອມສັນຕິພາບທັງຫຼາຍໃນທົ່ວໂລກກຳລັງສອບຖາມ!