ທ່ານສີຈິ້ນຜິງເນັ້ນໜັກວ່າ ທຸກຄົນໃນທົ່ວສັງຄົມຕ່າງກໍຄວນເປັນຜູ້ປະຕິບັດຕົວຈິງ ແລະຜູ້ຊຸກຍູ້ການສ້າງຄວາມສິວິໄລດ້ານນິເວດ

2022-03-31 10:36:34 cri



    ໃນໂອກາດເຂົ້າຮ່ວມການປູກຕົ້ນໄມ້ຕາມພັນທະຂອງນະຄອນຫຼວງປັກກິ່ງ ໃນຕອນເຊົ້າວັນທີ 30 ມີນານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະ ການສູນກາງພັກຄອມມູນິດຈີນ ປະທານປະເທດຈີນ ປະທານຄະນະກຳມະການ ການທະຫານສູນກາງຈີນໄດ້ກ່າວເນັ້ນໜັກວ່າ: ນັບແຕ່ກອງປະຊຸມໃຫຍ່ຂອງ ພັກຄອມມູນິດຈີນຄັ້ງທີ 18 ເປັນຕົ້ນມາ, ຂ້າພະເຈົ້າໄດ້ຮ່ວມກັບທຸກຄົນເຂົ້າຮ່ວມ ການປູກຕົ້ນໄມ້ຕາມພັນທະຂອງນະຄອນຫຼວງປັກກິ່ງມາເປັນເວລາ10ປີຢ່າງຕໍ່ເນື່ອງ ເຊິ່ງບໍໍ່ພຽງແຕ່ຢາກປະກອບ ສ່ວນເຂົ້າໃນການສ້າງປະເທດຈີນທີ່ສວຍງາມເທົ່ານັ້ນ, ຍັງເພື່ອຊຸກຍູ້ການປູກ ຈິດສຳນຶກແຫ່ງຄວາມສິວິໄລດ້ານນິເວດໃຫ້ທຸກຄົນໃນທົ່ວສັງຄົມໂດຍສະເພາະ ແມ່ນຊາວໜຸ່ມເຍົາວະຊົນ, ປຸກລະດົມທຸກຄົນພາກັນເປັນຜູ້ປະຕິບັດຕົວຈິງ ແລະ ເປັນຜູ້ຊຸກຍູ້ການສ້າງຄວາມສິວິໄລດ້ານນິເວດ, ສຸມຄວາມພະຍາຍາມຢ່າງບໍ່ລົດ ລະເພື່ອເຮັດໃຫ້ປະເທດຊາດມີທ້ອງຟ້າປອດໂປ່ງກວ່າເກົ່າ, ນ້ຳສົດໃສກວ່າເກົ່າ ແລະສິ່ງແວດລ້ອມນິເວດສວຍງາມກວ່າເກົ່າ.