ທ່ານສີຈິ້ນຜິງກ່າວຄຳປາໄສທາງລາຍລັກອັກສອນຕໍ່ກອງປະຊຸມລັດຖະມົນຕີການຕ່າງປະເທດຂອງປະເທດໃກ້ຄຽງອາຟະການິດສະຖານຄັ້ງທີ 3

2022-03-31 11:13:33 cri



ວັນທີ 31 ມີນານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວຄຳປາໄສ ທາງລາຍລັກອັກສອນ ຕໍ່ກອງປະຊຸມລັດຖະມົນຕີການຕ່າງປະເທດ ຂອງປະເທດໃກ້ຄຽງອາຟະການິດສະຖານຄັ້ງທີ 3.

ທ່ານສີຈິ້ນຜິງໄດ້ຊີ້ໃຫ້ເຫັນວ່າ: ອາຟະການິດສະຖານໄດ້ປະສົບຄວາມ ຍາກເຂັນຈາກໄພສົງຄາມຢ່າງແສນສາຫັດ, ທຸກຂະແໜງການກຳລັງລໍຖ້າໃຫ້ ພັດທະນາຄືນໃໝ່, ແລະພວມຢູ່ໃນໄລຍະສຳຄັນທີ່ຟື້ນຕົວຈາກຄວາມປັ່ນປ່ວນ ຄືນສູ່ຄວາມເປັນລະບຽບແລະມີສະຖຽນລະພາບ. ອາຟະການິດສະຖານເປັນ ເພື່ອນບ້ານໃກ້ຄຽງແລະຄູ່ຮ່ວມມືຂອງບັນດາປະເທດທີ່ເຂົ້າຮ່ວມກອງປະຊຸມ, ພວກເຮົາເປັນປະຊາຄົມຮ່ວມຊາຕາກຳທີ່ມີພູຜາແມ່ນ້ຳຕິດຈອດກັນ. ອາຟະການິດ ສະຖານທີ່ີມີສັນຕິພາບ, ສະຖຽນລະພາບ,ການພັດທະນາແລະຄວາມຈະເລີນຮຸ່ງ ເຮືອງນັ້ນເປັນຄວາມປາຖະໜາຂອງປະຊາຊົນອາຟະການິດສະຖານທຸກຖ້ວນໜ້າ, ທັງສອດຄ່ອງກັບຜົນປະໂຫຍດຮ່ວມຂອງປະເທດໃນພາກພື້ນກໍຄື ຂອງປະຊາຄົມ ໂລກ.

ທ່ານສີຈິ້ນຜິງໄດ້ເນັ້ນໜັກວ່າ: “ການທີ່ໃກ້ຊິດກັບຄົນຂ້າງເຮືອນ ແລະ ເປັນມິດກັບເພື່ອນບ້ານໃກ້ຄຽງ ແມ່ນເປັນສິ່ງທີ່ປະເສີດຂອງຊາດ”   ຈີນໄດ້ເຄົາລົບອະທິປະໄຕ, ເອກະລາດ, ຜືນແຜ່ນດິນອັນຄົບຖ້ວນຂອງອາຟະການິດສະຖານມາ ໂດຍຕະຫຼອດ ແລະໄດ້ສຸມກຳລັງເຂົ້າໃນການສະໜັບສະໜູນອາຟະການິດສະຖານໃຫ້ບັນລຸສັນຕິພາບ,ສະຖຽນລະພາບແລະການພັດທະນາ. ນັບຕັ້ງແຕ່ສ້າງຕັ້ງກົນໄກປະສານງານແລະການຮ່ວມມືລະຫວ່າງປະເທດໃກ້ຄຽງຂອງອາຟະການິດສະຖານໃນເດືອນກັນຍາປີ2021ຜ່ານມາ, ກົນໄກດັ່ງກ່າວໄດ້ເສີມຂະຫຍາຍທ່າແຮງຂອງປະເທດໃກ້ຄຽງ ແລະໄດ້ມີບົດບາດສ້າງສັນໃນການເຮັດໃຫ້ສະຖານະການອາຟະການິດ ສະຖານຂ້າມຜ່ານຢ່າງໝັ້ນທ່ຽງ.


ໃນຕອນທ້າຍຂອງຄຳປາໄສ, ທ່ານສີຈິ້ນຜິງໄດ້ເນັ້ນໜັກວ່າ:  ປະເທດໃກ້ຄຽງຂອງອາຟະການິດສະຖານຄວນພະຍາຍາມຕາມຄວາມສາມາດຂອງຕົນ, ທ້ອນ ໂຮມຄວາມຮັບຮູ້ທີ່ເປັນເອກະພາບກັນ, ປະສານສົມທົບກັນ ເພື່ອສະໜັບສະໜູນ ປະຊາຊົນອາຟະການິດສະຖານສ້າງອະນາຄົດທີ່ສວຍງາມ.