ຣັດເຊຍ ກັບອູແກຣນໄດ້ເກີດການປະທະກັນເປັນເວລາເດືອນປາຍແລ້ວ, ແຕ່ຍັງຕົກຢູ່ໃນສະພາບບໍ່ໄປບໍ່ມາ ເຊິ່ງບໍ່ພຽງແຕ່ໄດ້ເຮັດໃຫ້ທະຫານ ແລະປະຊາຊົນຂອງສອງປະເທດດັ່ງກ່າວເສຍຊີວິດ ແລະບາດເຈັບເທົ່ານັ້ນ, ຍັງໄດ້ເຮັດໃຫ້ຊາວອູ
ແກຣນຫຼາຍລ້ານຄົນກາຍເປັນຊາວອົບພະຍົບຫຼົບໄພອີກດ້ວຍ. ໃນຖານະເປັນຕົ້ນເຫດກໍ່ໃຫ້ເກີດການປະທະກັນລະຫວ່າງຣັດເຊຍ-ອູແກຣນ, ອາເມຣິກາຍັງສືບຕໍ່ປັ່ນປ່ວນຢູ່ເບື້ອງຫຼັງ. ການກະທຳດັ່ງກ່າວ ແມ່ນກ່ຽວພັນກັບທາດແທ້ຂອງປະເທດອາເມຣິກາ ຄື: ອາເມຣິກາເປັນປະເທດ “ກຸ່ມຜົນປະໂຫຍດອຸດສາຫະກຳການທະຫານ”. ກຸ່ມຜົນປະໂຫຍອຸດສາຫະກຳການທະຫານຂອງອາເມຣິກາເປັນກຸ່ມຜົນປະໂຫຍດທີ່ມີກອງທັບ, ອຸດສາຫະກຳ, ລັດຖະບານ, ລັດຖະສະພາ ແລະພາກສ່ວນຕ່າງໆຂອງອາເມຣິກາຮ່ວມມືກັນຢ່າງແໜ້ນແຟ້ນ ພ້ອມທັງລວມຫົວກັບຄັງປັນຍາ, ສື່ມວນຊົນ ແລະອື່ນໆ ລວມເຂົ້າກັນເປັນກຸ່ມຜົນປະໂຫຍດດຽວກັນ. ກຸ່ມຜົນປະໂຫຍດດັ່ງກ່າວໄດ້ສ້າງ “ສັດຕູ”
ຕ່າງໆໃນທົ່ວໂລກຢ່າງບໍ່ຢຸດຢັ້ງ, ໄດ້ຮັບຜົນກຳໄລຢ່າງຫຼວງຫຼາຍໂດຍຜ່ານການປັ່ນປ່ວນປະເທດອື່ນໃຫ້ເກີດການປະທະກັນ, ສ່ວນການປະທະກັນລະຫວ່າງຣັດເຊຍກັບອູແກຣນ ກໍແມ່ນເຫຍື່ອທີ່ພວກໜ້າເລືອດເຫຼົ່ານີ້ຊອກເຫັນໃໝ່.
ການຫາຜົນກຳໄລຈາກສົງຄາມແບບ “ພວກໜ້າເລືອດ” ຂອງກຸ່ມຜົນປະໂຫຍດອຸດສາຫະກຳການທະຫານຂອງອາເມຣິກາ ບໍ່ພຽງແຕ່ໄດ້ເຮັດໃຫ້ໂລກເກີດມີຄວາມປັ່ນປ່ວນເທົ່ານັ້ນ, ຍັງໄດ້ຍັກຍອກຊັບສິນຂອງສັງຄົມອາເມຣິກາເປັນຈຳນວນຫຼວງຫຼາຍ. ທ່ານແຟຣນຄ໌ ສະປິນນີ ອະດີດເຈົ້າໜ້າທີ່ກະຊວງປ້ອງກັນປະເທດອາເມຣິກາເຄີຍໄດ້ຂຽນບົດຄວາມ ໂດຍລະບຸວ່າ: ໃນ 30 ປີທີ່ຜ່ານມາ, ກຸ່ມຜົນປະໂຫຍດອຸດສາຫະກຳການທະຫານຂອງອາເມຣິກາໄດ້ສ້າງຜົນກະທົບອັນໃຫຍ່ຫຼວງ ໂດຍໄດ້ເຮັດໃຫ້ລັດຖະບານອາເມຣິກາບໍ່ສາມາດວາງນະໂຍບາຍກ່ຽວກັບການຮັກສາສັນຕິພາບຂອງໂລກ, ຍັງໄດ້ເຮັດໃຫ້ຂະແໜງການອຸດສາຫະກຳການທະຫານຂອງອາເມຣິເກີດມີປາກົດການປັດເຂ່ຍກັນ ແລະການໃຊ້ອຳນາດເປັນເບ້ຍຕໍ່ລອງເພື່ອສະແຫວງຫາຜົນປະໂຫຍດສ່ວນຕົວ, ສົ່ງຜົນເຮັດໃຫ້ຄວາມສາມາດການແຂ່ງຂັນດ້ານເສດຖະກິດຂອງອາເມຣິກາຫຼຸດຕ່ຳລົງທຸກປີ. ທ່ານແຟຣນຄ໌ ສະປິນນີ ໄດ້ຮຽກຮ້ອງໃຫ້ລັດຖະບານອາເມຣິກາປ່ຽນແປງທິດທາງນະໂຍບາຍ, ຮັກສາສັນຕິພາບຂອງໂລກຢ່າງຕັ້ງໜ້າ, “ຜູ້ວາງນະໂຍບາຍການຕ່າງປະເທດຂອງອາເມຣິກາຄວນມີທັດສະນະທີ່ຖືກຕ້ອງຕໍ່ກັບຄວາມຮຽກຮ້ອງຕ້ອງການທີ່ສົມເຫດສົມຜົນຂອງປະເທດອື່ນ, ຢຸດຕິການກະທຳທີ່ບິດເບືອນຄວາມເປັນຈິງ ເພື່ອທຳລາຍບົດບາດຊື່ສຽງປະເທດອື່ນ”.
ແຕ່ວ່າ, ກຸ່ມຜົນປະໂຫຍດອຸດສາຫະກຳການທະຫານຂອງອາເມຣິກາບໍ່ໄດ້ເອົາຫົວຊາກັບເລື່ອງນີ້ເລີຍ, ໃນສາຍຕາຂອງພວກເຂົາແມ່ນເຫັນແຕ່ຜົນປະໂຫຍດພຽງຢ່າງດຽວເທົ່ານັ້ນ, ຍິ່ງໄປກວ່ານັ້ນ, ບາງຄົນຍັງຫວັງຢາກໃຫ້ການປະທະກັນລະຫວ່າງຣັດເຊຍ-ອູແກຣນດຳເນີນໄປເປັນເວລາ 10 ປີ. ສິ່ງທີ່ພວກເຂົາສົນໃຈນັ້ນກໍຄື ພາຍໃຕ້ການສະໜັບສະໜູນດ້ານການທະຫານ ແລະເສດຖະກິດຈາກປະເທດຕາເວັນຕົກ, ກອງທັບອູແກຣນ ແລະທະຫານຮັບຈ້າງຂອງຕ່າງປະເທດ ຈະສາມາດເຮັດໃຫ້ຣັດເຊຍຊຸດໂຊມລົງ ໂດຍຜ່ານສົງຄາມກອງຫຼອນຄັ້ງໜຶ່ງທີ່ຍືດເຍື້ອຍາວນານ, ແຕ່ບໍ່ໄດ້ສົນໃຈນຳປະຊາຊົນອູແກຣນທີ່ຈະເສຍຊີວິດ ແລະບາດເຈັບ ແລະສິ່ງຕ່າງໆທີ່ຖືກທຳລາຍໃນສົງຄາມ. ສະນັ້ນ, ທ່ານແຟຣນຄ໌ ສະປິນນີ ຈຶ່ງໄດ້ເວົ້າສຽດສີວ່າ: “ຫຼັງຈາກຣັດເຊຍ ກັບອູແກຣນເກີດການປະທະກັນແລ້ວ, ມີຫຼາຍຄົນອາດຈະໄຂເຫຼົ້າແຊັມເປນເພື່ອສະຫຼອງ.”