ມາເລເຊຍເປີດຊາຍແດນຄືນໃໝ່ໃນວັນທີ 1 ເມສານີ້

2022-04-01 16:56:20 CRI


ເນື່ອງຈາກການແຜ່ລະບາດຂອງພະຍາດໂຄວິດ-19, ນັບແຕ່ວັນທີ 18 ມີນາປີ 2020 ເປັນຕົ້ນມາ, ມາເລເຊຍໄດ້ປິດດ່ານຊາຍແດນຕາມຄຳສັ່ງຄວບຄຸມ. ໃນວັນທີ 1 ເມສານີ້, ມາເລເຊຍໄດ້ເປີດດ່ານຊາຍແດນຄືນໃໝ່.

ຕອນເຊົ້າວັນທີ 1 ເມສານີ້, ຢູ່ສະໜາມບິນສາກົນກົວລາລຳເປີຂອງມາເລເຊຍ, ໄດ້ປາກົດມີຜູ້ໂດຍສານຈຳນວນຫຼວງຫຼາຍ, ຜູ້ໂດຍສານສາກົນຊຸດທຳອິດໄດ້ເຂົ້າເມືອງຢ່າງສະດວກ.




ທ່ານນາງນານຊີ ຊຸຄຣີ ລັດຖະມົນຕີກະຊວງທ່ອງທ່ຽວ ສິລະປະ ແລະ ວັດທະນະທຳມາເລເຊຍໄດ້ກ່າວໃນພິທີຕ້ອນຮັບທີ່ຈັດຂຶ້ນຢູ່ຫ້ອງລໍຖ້າຖ້ຽວບິນຂອງສະໜາມບິນວ່າ, ປີນີ້ ມາເລເຊຍມີເປົ້າໝາຍດຶງດູດຄົນຕ່າງປະເທດຫຼາຍກວ່າ 2 ລ້ານເທື່ອຄົນເຂົ້າເມືອງ.


ນອກນີ້, ຜູ້ໂດຍສານຂອງມາເລເຊຍຈຳນວນຫຼວງຫຼາຍກໍໄດ້ອອກໄປທ່ອງທ່ຽວຕ່າງປະເທດໃນມື້ທຳອິດທີ່ເປີດດ່ານຊາຍແດນຄືນໃໝ່.