ມາເລເຊຍເປີດຊາຍແດນຄືນໃໝ່

2022-04-02 16:20:58 cri


ວັນທີ1ເມສານີ້ ເປັນມື້ທຳອິດທີ່ມາເລເຊຍເປີດຊາຍແດນຄືນໃໝ່,ຢູ່ສະໜາມບິນກົວລາລຳເປີໄດ້ຕ້ອນຮັບນັກທ່ອງທ່ຽວສາກົນກຸ່ມທຳອິດ.


ຂະແໜງການທ່ອງທ່ຽວມີຄວາມໝາຍສຳຄັນຕໍ່ເສດຖະກິດມາເລເຊຍ. ອີງຕາມຂໍ້ມູນຈາກອົງການສະຖິຕິມາເລເຊຍໃຫ້ຮູ້ວ່າ: ຂະແໜງການທ່ອງທ່ຽວມາເລເຊຍປີ2019ໄດ້ກວມ15,9% ຂອງລວມຍອດຜະລິດຕະພັນພາຍໃນຫຼືGDP. ກ່ອນໜ້ານີ້ມີຜູ້ຊ່ຽວຊານດ້ານເສດຖະກິດທ້ອງຖິ່ນກ່າວວ່າ: ນັກທ່ອງທ່ຽວສາກົນໃນປັດຈຸບັນສ່ວນຫຼາຍແມ່ນໄປດຳເນີນທຸລະກິດແລະໄປຢ້ຽມຢາມພີ່ນ້ອງ,ຄາດວ່າຮອດເດືອນກັນຍາຫຼືເດືອນສິງຫາຈຶ່ງຈະເປັນລະດູການທ່ອງທ່ຽວຢູ່ມາເລເຊຍ.


ຜູ້ຊ່ຽວຊານຂອງກະຊວງສາທາລະນະສຸກມາເລເຊຍໄດ້ແຈ້ງເຕືອນໃຫ້ປະຊາຊົນວ່າ:ໃນຕໍ່ໜ້າ ລັດຖະບານຈະທຳການປັບປຸງມາດຕະການປ້ອງກັນແລະຄວບຄຸມພະຍາດໂຄວິດ-19ອີງຕາມສະພາບຕົວຈິງ.