ທ່ານວາງຢີ້ຈັດການເຈລະຈາກັບທ່ານອູນນາມາງລີນ ລັດຖະມົນຕີການຕ່າງປະເທດມຽນມາ

2022-04-02 14:42:14 CRI



    ວັນທີ 1 ເມສານີ້, ທ່ານວາງຢີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ຈັດການເຈລະຈາກັບທ່ານອູນນາມາງລີນ ລັດຖະມົນຕີກະຊວງການຕ່າງປະເທດມຽນມາທີ່ມາຢ້ຽມຢາມຢູ່ເມືອງທຸນຊີ່ ແຂວງອ່ານຮຸ່ຍຈີນ.


    ທ່ານວາງຢີ້ກ່າວວ່າ, ຈີນຈັດໃຫ້ມຽນມາມີຖານະສຳຄັນໃນດ້ານການຕ່າງປະເທດກັບປະເທດໃກ້ຄຽງ, ຍິນດີຮ່ວມກັບມຽນມາຈັດຕັ້ງປະຕິບັດຜົນງານທີ່ທ່ານປະທານສີຈີ້ນຜິງໄປຢ້ຽມຢາມມຽນມາຢ່າງມີລັກສະນະປະຫວັດສາດ, ໂດຍປິ່ນອ້ອມເປົ້າໝາຍທີ່ສ້າງປະຊາຄົມຮ່ວມຊາຕາກຳຈີນ-ມຽນມາ, ກໍ່ສ້າງ “4 ເສົາຄ້ຳ” ຄື:ໄວ້ເນື້ອເຊື່ອໃຈກັນທາງດ້ານການເມືອງ, ຮ່ວມມືກັນແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ຈິດໃຈຂອງປະຊາຊົນເຊື່ອມຕໍ່ກັນ ແລະ ຖອດຖອນບົດຮຽນໃນດ້ານວັດທະນະທຳເຊິ່ງກັນແລະກັນ, ຈັດວາງວຽກງານການລົງເລິກການແລກປ່ຽນ ແລະ ການຮ່ວມມືໃນຂົງເຂດຕ່າງໆຢ່າງເປັນເອກະພາບກັນ.


     ທ່ານອູນນາມາງລີນກ່າວວ່າ, ມຽນມາສະໜັບສະໜູນຫຼັກໝັ້ນຂອງຈີນໃນບັນຫາທີ່ກ່ຽວພັນເຖິງຜົນປະໂຫຍດທີ່ເປັນແກນກາງ. ຂອບໃຈຈີນທີ່ສະໜອງການສະໜັບສະໜູນເພື່ອໃຫ້ມຽນມາພັດທະນາ ແລະ ຕ້ານພະຍາດໂຄວິດ-19. ຍິນດີເປີດກວ້າງການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງສອງປະເທດ, ເລັ່ງລັດກໍ່ສ້າງແລວທາງເສດຖະກິດ, ພ້ອມກັນຊຸກຍູ້ການກໍ່ສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໃຫ້ໄດ້ຮັບໝາກຜົນທີ່ເປັນຮູບປະທຳຫຼາຍກວ່າເກົ່າ.