ທ່ານວາງຢີ້ພົບປະເຈລະຈາກັບລັດຖະມົນຕີກະຊວງການຕ່າງປະເທດອິນໂດເນເຊຍ

2022-04-02 16:29:48 cri


ວັນທີ31ມີນາຜ່ານມານີ້,ທ່ານວາງຢີ້ ທີ່ປຶກສາແຫ່ງລັດ,ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ພົບປະເຈລະຈາກັບທ່ານນາງ ຣິດໂນ ມາຊູດີ ລັດຖະມົນຕີກະຊວງການຕ່າງປະເທດອິນໂດເນເຊຍທີ່ເດີນທາງມາຢ້ຽມຢາມຈີນ ຢູ່ເມືອງທູນຊີ່ ນະຄອນຮວງຊ່ານ ແຂວງອ່ານຮຸ່ຍ ປະເທດຈີນ.


ທ່ານວາງຢີ້ກ່າວວ່າ: ຈີນແລະອິນໂດເນເຊຍເປັນປະເທດໃຫຍ່ແລະສຳຄັນທີ່ພວມພັດທະນາ ແລະເປັນຕົວແທນຂອງກຸ່ມເສດຖະກິດທີ່ຈະເລີນໃໝ່,ສອງຝ່າຍມີຜົນປະໂຫຍດຮ່ວມກັນຢ່າງຫຼວງຫຼາຍ,ການຮ່ວມມືກັນທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດໄດ້ລົງສູ່ລວງເລິກຢ່າງບໍ່ຢຸດຢັ້ງ. ຈີນຍິນດີຮ່ວມກັບອິນໂດເນເຊຍ, ຖືການຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳເປັນທິດທາງຕົ້ນຕໍ, ສ້າງແບບຢ່າງທີ່ປະເທດພວມພັດທະນາສາມັກຄີຮ່ວມມືກັນແລະສະແຫວງຫາການພັດທະນາຮ່ວມກັນ.


ທ່ານນາງ ຣິດໂນ ມາຊູດີ ອວຍພອນໃຫ້ຈີນໄດ້ຮັບຜົນສຳເລັດໃນການເປັນເຈົ້າພາບຈັດກອງປະຊຸມຕ່າງໆກ່ຽວກັບບັນຫາອັຟການີສະຖານ ໂດຍກ່າວວ່າ: ສາຍພົວພັນລະຫວ່າງອິນໂດເນເຊຍ-ຈີນໄດ້ຂະຫຍາຍຕົວຢ່າງດີງາມຫຼາຍ,ຍິນດີຕ້ອນຮັບຈີນເພີ່ມການລົງທຶນຢູ່ອິນໂດເນເຊຍ, ພ້ອມກັນນັ້ນສອງຝ່າຍຍັງໄດ້ເພີ່ມທະວີການຮ່ວມມືດ້ານການແພດແລະການເຊື່ອມໂຍງເຊື່ອມຈອດກັນ.


ສອງຝ່າຍຍັງເຫັນດີເພີ່ມທະວີການປະສານງານພາຍໃນກຸ່ມ20ປະເທດຫຼືG20ຕື່ມອີກ.