ໝູ່ເກາະມະວິນັສ ບໍ່ຄວນກາຍເປັນຄວາມເຈັບແສບຂອງອາກຊັງຕິນຈົນເທົ່າໃດໆ

2022-04-03 18:53:15 cri

  

  ວັນທີ 2 ເມສາປີນີ້ແມ່ນສົງຄາມໝູ່ເກາະມະວິນັສ ເກີດຂຶ້ນຄົບຮອບ 40 ປີ. ໃນມື້ດຽວກັນກ່ອນນີ້ 40 ປີ, ອາກຊັງຕິນແລະອັງກິດໄດ້ເກີດສົງຄາມເພື່ອຍາດເອົາຄືນສິດອະທິປະໄຕຂອງໝູ່ເກາະມະວິນັສ ທີ່ຖືກອັງກິດລ່າເມືອງຂຶ້ນ, ໃນທີ່ສຸດອາກຊັງຕິນໄດ້ເສຍຊະລະໃນສົງຄາມບັ້ງນີ້. ການກະທຳປະເທດເຈົ້າອຳນາດທີ່ຍຶດເອົາດິນແດນຂອງປະເທດອື່ນຂອງອັງກິດເພື່ອປົກປ້ອງ “ມໍລະດົກລັດທິລ່າງເມືອງຂຶ້ນ”, ໄດ້ສ້າງຄວາມເສຍຫາຍຢ່າງໃຫຍ່ຫຼວງໃຫ້ແກ່ປະຊາຊົນອາກຊັງຕິນກໍຄືປະຊາຊົນອາເມຣິກາລາຕິນ.
    ທາດແທ້ຂອງບັນຫາໝູ່ເກາະມານວິນັສ ແມ່ນບັນຫາປະຫວັດສາດທີ່ຄ້າງໄວ້ ຂອງລັດທິລ່າເມືອງຂຶ້ນ. ປີ 1816, ອາກຊັງຕິນໄດ້ພົ້ນຈາກການປົກຄອງແບບລ່າເມືອງຂຶ້ນຂອງແອັສປາຍ ແລະ ກາຍເປັນປະເທດເອກະລາດ ແລະໄດ້ສອບທອດອຳນາດອະທິປະໄຕຂອງໝູ່ເກາະມານວິນັສ. ປີ 1833, ອັງກິດທີ່ກຳລັງລ່າຫົວເມືອງຂຶ້ນຢູ່ທະວີບອາເມຣິກາໃຕ້ ໄດ້ຍຶດເອົາໝູ່ເກາະ ມານວິນັສດ້ວຍກຳລັງອາວຸດ. ປີ 1965, ກອງປະຊຸມສະມັດຊາໃຫຍ່ອົງການ ສະຫະປະຊາຊາດ ໄດ້ຮັບຮອງເອົາມະຕິທີ່ກ່ຽວຂ້ອງ ໂດຍໄດ້ຈັດເອົາບັນຫາ ໝູ່ເກາະມານວິນັສ ເຂົ້າໃນຂອບເຂດ “ການປົດແອກອອກຈາກການປົກຄອງ ຂອງລັດທິລ່າເມືອງຂຶ້ນ”, ແລະຮຽກຮ້ອງໃຫ້ອັງກິດແລະອາກຊັງຕິນດຳເນີນ ການເຈລະຈາລະຫວ່າງສອງຝ່າຍ ເພື່ອແກ້ໄຂຄວາມຂັດແຍ້ງກັນດ້ານອຳນາດ ອະທິປະໄຕຂອງໝູ່ເກາະດັ່ງກ່າວ, ແຕ່ໄດ້ຖືກອັງກິດປະຕິເສດ.

    ໃນໄລຍະ 40 ປີຜ່ານມາຫຼັງຈາກໄດ້ເກີດສົງຄາມໝູ່ເກາະມານວິນັສ, ລັດຖະບານແລະປະຊາຊົນອາກຊັງຕິນບໍ່ໄດ້ຢຸດຕິຄວາມຮ້ອງຂໍອຳນາດອະທິປະໄຕຂອງໝູ່ເກາະມານວິນັສເລີຍ ແລະໄດ້ຮຽກຮ້ອງໃຫ້ອັງກິດກັບຄືນສູ່ໂຕະ ເຈລະຈາໂດຍຕະຫຼອດ. ແຕ່ວ່າອັງກິດບໍ່ພຽງແຕ່ໄດ້ປະຕິເສດການເຈລະຈາ ເທົ່ານັ້ນ, ຍິ່ງກວ່ານັ້ນ, ອັງກິດຍັງໄດ້ລະເມີດມະຕິຂອງອົງການສະຫະປະຊາ ຊາດ, ແລະໄດ້ຕິດຕັ້ງອາວຸດປ້ອງກັນອາກາດຢູ່ໝູ່ເກາະມານວິນັສ.
    ການກະທຳຕ່າງໆຂອງອັງກິດໄດ້ສະແດງໃຫ້ເຫັນວ່າ: “ສະໝອງຂອງອັງກິດ ຍັງຮັກສາຢູ່ໃນສະໄໝລ່າເມືອງຂຶ້ນ”, ແລະບໍ່ໄດ້ເຫັນອຳນາດອະທິປະໄຕຂອງ ປະເທດພວມພັດທະນາຢູ່ໃນສາຍຕາເລີຍ. ບັນຫາໝູ່ເກາະມານວິນັສ ບໍ່ພຽງ ແຕ່ແມ່ນບັນຫາຂອງປະເທດອາກຊັງຕິນປະເທດດຽວເທົ່ານັ້ນ, ທັງເປັນບັນຫາ ທີ່ມີລັກສະນະພາກພື້ນກໍຄືລັກສະນະຂອງໂລກອີກດ້ວຍ, ຝ່າຍຕ່າງໆຄວນຄັດຄ້ານອັງກິດສືບຕໍ່ປະຕິບັດລັດທິລ່າເມືອງຂຶ້ນຢູ່ດິນແດນຂອງອາກຊັງຕິນ. ບັນຫາໝູ່ເກາະມານວິນັສ ບໍ່ຄວນກາຍເປັນສິ່ງທີ່ສ້າງຄວາມ ເຈັບຊ້ຳໜຳໃຈໃຫ້ແກ່ອາກຊັງຕິນຈົນເທົ່າໃດໆ!