ທ່ານຫວາງຢີ້ພົບປະກັບລັດຖະມົນຕີກະຊວງການຕ່າງປະເທດໄທ

2022-04-03 15:50:59 cri


ວັນທີ 2 ເມສານີ້ຢູ່ນະຄອນຖຸນຊີ່ແຂວງອ່ານຫຸ່ຍ ສປ ຈີນ, ທ່ານຫວາງຢີ້, ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ພົບປະ ກັບທ່ານດອນ ປຣະມັດວິໄນ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີ ກະຊວງການຕ່າງປະເທດໄທ ໂອກາດທ່ານເດີນທາງຢ້ຽມຢາມຈີນ.
ທ່ານຫວາງຢີ້ ກ່າວວ່າ, ປີນີ້ແມ່ນຈີນ-ໄທສ້າງສາຍພົວພັນຄູ່ຮ່ວມມືຍຸດທະສາດ ຮອບດ້ານຄົບຮອບ 10 ປີ, ສອງຝ່າຍຈະຕ້ອງເລັ່ງລັດປຶກສາຫາລືແຜນການ ຮ່ວມມື ແລະແຜນປະຕິບັດງານຮ່ວມກັນ ໃນຂອບ “ໜຶ່ງແລວໜຶ່ງເສັ້ນທາງ”, ຖືການປະຕິບັດ “ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ” ຫຼື RCEP ເປັນໂອກາດທີ່ດີ, ຂຸດຄົ້ນກຳລັງບົ່ມຊ້ອນການຮ່ວມມືດ້ານເສດຖະກິດການຄ້າ ຂອງສອງຝ່າຍ, ພັດທະນາການຮ່ວມມືໃນຂົງເຂດວິທະຍາສາດເຕັກນິກ ເອເລັກໂຕຼນິກ, ເສດຖະກິດດີຈີຕອນ, ພະລັງງານໃໝ່ ແລະຂົງເຂດອື່ນໆ.
ທ່ານດອນ ປຣະມັດວິໄນ ກ່າວວ່າ: ໄທຍິນດີຮ່ວມກັນກັບຈີນ ເພື່ອສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຢ່າງມີຄຸນນະພາບສູງ, ຕັ້ງໜ້າເຂົ້າຮ່ວມຂໍ້ລິເລີ່ມການ ພັດທະນາໂລກ.
ສອງຝ່າຍເຫັນດີຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຈີນກັບອາຊຽນຢ່າງຈິງຈັງ, ນອກນີ້, ສອງຝ່າຍຍັງໄດ້ແລກປ່ຽນຄວາມເຫັນກ່ຽວກັບບັນ ຫາມຽນມາ ແລະບັນຫາອື່ນໆ.