RCEP ຈະສ້າງໂອກາດໃໝ່ໃຫ້ແກ່ການຟື້ນຄືນຂອງເສດຖະກິດມາເລເຊຍ ແລະ ການຮ່ວມມືດ້ານເສດຖະກິດການຄ້າມາເລເຊຍ-ຈີນ

2022-04-03 14:51:15 CRI

ວັນທີ 2 ເມສານີ້ຕາມເວລາທ້ອງຖິ່ນ, ສະຫະພັນນັກທຸລະກິດຈີນຂອງມາເລເຊຍ ພ້ອມດ້ວຍ ອົງການຈັດຕັ້ງໃນວົງການການຄ້າ ແລະ ວິຊາການຫຼາຍແຫ່ງຂອງ ຈີນ ແລະ ມາເລເຊຍ ໄດ້ຈັດກອງປະຊຸມສຳມະນາ, ບຸກຄົນທີ່ມີຊື່ສຽງໃນວົງການ ການຄ້າແລະວົງການວິຊາການ ໄດ້ມີຄວາມເຫັນໄປໃນແງ່ດີຕໍ່ສັນຍາການພົວພັນ ຄູ່ຮ່ວມເສດຖະກິດຮອບດ້ານຂອງພາກພື້ນ ຫຼື RCEP ທີ່ຈະສ້າງໂອກາດໃໝ່ ໃຫ້ແກ່ການຟື້ນຄືນຂອງເສດຖະກິດມາເລເຊຍ ແລະ ການຮ່ວມມືດ້ານເສດ ຖະກິດການຄ້າມາເລເຊຍ-ຈີນ.

ທ່ານອີຊຸນໂອ ຫົວໜ້າທີ່ປຶກສາສູນຄົ້ນຄວ້າມະຫາສະໝຸດປາຊີຟິກຂອງມາເລເຊຍ ກ່າວວ່າ: ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ພາກພື້ນອາຊີຕາ ເວັນອອກສຽງໃຕ້ໄດ້ຜ່ອນຄາຍລົງ, ແລະໃນໄລຍະນີ້ RCEP ກໍເລີ່ມມີຜົນບັງຄັບ ໃຊ້ພໍດີ ເຊິ່ງຈະນຳເອົາໂອກາດຫຼາຍກວ່າເກົ່າມາໃຫ້ແກ່ການແລກປ່ຽນດ້ານ ເສດຖະກິດການຄ້າຢ່າງຮອບດ້ານ ລະຫວ່າງງອາຊີຕາເວັນອອກສຽງໃຕ້ກັບຈີນ ໂດຍສະເພາະແມ່ນລະຫວ່າງມາເລເຊຍກັບຈີນ.
ທ່ານດາໂຕ ໄກສ ລີ ປະທານສະຫະພັນນັກວິສາຫະກິດຈີນຂອງມາເລເຊຍ ກ່າວວ່າ: ໂດຍອີງຕາມຜົນສະຖິຕິຈາກທາງການ, 2 ເດືອນທຳອິດປີນີ້, ຍອດມູນຄ່າການຄ້າມາເລເຊຍ-ຈີນໄດ້ບັນລຸ 29,45 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 28,1% ເມື່ອທຽບໃສ່ສອງເດືອນທຳອິດປີຜ່ານມາ. ຄາດວ່າຍອດມູນຄ່າ ການຄ້າລະຫວ່າງສອງປະເທດອາດສາມາດສ້າງສະຖິຕິໃໝ່ໃນປີນີ້ ພາຍໃຕ້ການ ຊ່ວຍຊຸກຍູ້ຂອງ RCEP.