ຈີນຊ່ວຍເຫຼືອເຂັມສັກວັກຊິນປ້ອງກັນໂຄວິດ-19 ໃຫ້ແກ່ມຽນມາ

2022-04-05 14:32:57 CRI

ວັນທີ 2 ເມສານີ້, ສະຖານທູດຈີນປະຈຳມຽນມາໄດ້ມອບເຂັມສັກວັກຊິນປ້ອງກັນ ໂຄວິດ-19 ທັງໝົດ 2 ລ້ານດວງໃຫ້ແກ່ກະຊວງສາທາລະນະສຸກມຽນມາໂດຍດ່ວນ ຢູ່ເມືອງມູເຊ, ພ້ອມທັງມອບເຂັມສັກວັກຊິນປ້ອງກັນໂຄວິດ-19 ລວມ 1 ລ້ານຫຼອດທີ່ ແຂວງຢຸນນານຈີນຊ່ວຍເຫຼືອມຽນມາໃຫ້ແກ່ຝ່າຍມຽນມາ.

ນັບແຕ່ເກີດມີການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາ, ຈີນໄດ້ໃຫ້ການຊ່ວຍ ເຫຼືອວັກຊິນ, ເຄື່ອງຜະລິດອັອກຊີເຈນ, ຜ້າປິດປາກ ແລະ ວັດຖຸປ້ອງກັນພະຍາດອື່ນໆ ແກ່ມຽນມາມາຫຼາຍເທື່ອແລ້ວ ເພື່ອສະໜັບສະໜູນມຽນມາຕ້ານກັບການແຜ່ລະບາດຂອງ ພະຍາດໂຄວິດ-19.
ນັບມາຮອດປັດຈຸບັນ, ຈີນໄດ້ຊ່ວຍເຫຼືອວັກຊິນປ້ອງກັນໂຄວິດ-19 ທັງໝົດ 41 ລ້ານຫຼອດແກ່ມຽນມາ. ຂະນະທີ່ຈີນຊ່ວຍເຫຼືອເຂັມສັກວັກຊິນປ້ອງກັນໂຄວິດ-19 ຈຳນວນ 3 ລ້ານດວງໂດຍດ່ວນເທື່ອນີ້ ຈະເປັນການຊ່ວຍຜ່ອນຄາຍສະພາບການທີ່ມຽນມາ ຂາດເຂັມສັກວັກຊິນ ແລະຊ່ວຍມຽນມາເລັ່ງຂະບວນການສັກວັກຊິນໃຫ້ໄວຂຶ້ນ ເພື່ອສ້າງຮົ້ວປ້ອງກັນພະຍາດໂຄວິດ-19 ໃຫ້ປະຊາຊົນມຽນມາໄດ້ດີກວ່າເກົ່າ.