ຄວາມໃນໃຈຂອງທ່ານສີຈິ້ນຜິງທີ່ໄວ້ອາໄລວິລະຊົນ

2022-04-05 10:20:12 cri

ໃນຖານະເປັນຜູ້ນຳສູງສຸດຂອງພັກກອມມູນິດຈີນ ແລະ ລັດຖະບານຈີນ, ໃນຫຼາຍປີຜ່ານມານີ້, ທ່ານສີຈິ້ນຜິງໄດ້ສະແດງຄວາມໄວ້ອາໄລເຖິງວິລະຊົນດ້ວຍຫຼາຍຮູບແບບ, ເພື່ອຍ້ອງຍໍສັນລະເສີນວິລະຊົນຂອງຊາດ, ໂດຍໃຊ້ຄວາມເວົ້າ ແລະ ການປະພຶດຕົວຈິງຂອງຕົນເພື່ອເປັນຕົວແບບໃຫ້ແກ່ທົ່ວພັກ ທົ່ວກອງທັບ ແລະ ປະຊາຊົນບັນດາເຜົ່າໃນທົ່ວປະເທດ.

 


ວັນທີ 2 ກັນຍາປີ 2015, ທ່ານສີຈິ້ນຜິງກ່າວຄຳປາໄສໃນພິທີປະດັບຫຼຽນລະນຶກສົງຄາມປະຊາຊົນຈີນຕໍ່ຕ້ານຍີ່ປຸ່ນຜູ້ຮຸກຮານໄດ້ຮັບໄຊຊະນະຄົບຮອບ 70 ປີ

 

ຊົນຊາດຈີນເປັນຊົນຊາດທີ່ເຄົາລົບວິລະຊົນ ບົ່ມເພາະວິລະຊົນ ແລະ ມີວິລະຊົນປາກົດຕົວຂຶ້ນໃນທຸກເຊັ່ນຄົນ. ວັນທີ 2 ກັນຍາປີ 2015, ໃນພິທີປະດັບຫຼຽນລະນຶກສົງຄາມປະຊາຊົນຈີນຕໍ່ຕ້ານຍີ່ປຸ່ນຜູ້ຮຸກຮານໄດ້ຮັບໄຊຊະນະຄົບຮອບ 70 ປີ, ທ່ານສີຈິ້ນຜິງຊີ້ອອກວ່າ, ນັບແຕ່ສະໄໝໃໝ່ໃນປະຫວັດສາດຈີນຫຼືສົງຄາມຢາຝິ່ນເມື່ອປີ1840ເປັນຕົ້ນມາ, ທຸກຄົນທີ່ໄດ້ເສຍສະຫຼະຊີບເພື່ອຄວາມເປັນເອກະລາດ ແລະ ການປົດປ່ອຍຂອງປະຊາຊາດຈີນ, ທຸກຄົນທີ່ຕໍ່ສູ້ຢ່າງອົງອາດກ້າຫານເພື່ອໃຫ້ປະຊາຊາດຈີນຫຼຸດພົ້ນອອກຈາກການປົກຄອງລ່າເມືອງຂຶ້ນ ແລະ ການຮຸກຮານຈາກພາຍນອກ, ທຸກຄົນທີ່ສູ້ຊົນເພື່ອໃຫ້ປະຊາຊາດຈີນກຳແໜ້ນຊາຕາກຳຂອງຕົນ ບຸກເບີກເສັ້ນທາງພັດທະນາອັນໃໝ່ຂອງຊາດນັ້ນ, ລ້ວນແຕ່ເປັນວິລະຊົນຂອງຊາດ, ລ້ວນແຕ່ແມ່ນຜູ້ທີ່ມີກຽດສະຫງ່າຂອງປະເທດຊາດ. ປະຊາຊົນຈີນຈະຈື່ຈຳຄຸນງາມຄວາມດີທີ່ບໍ່ມີວັນເສົ້າໝອງຂອງພວກເພິ່ນຕະຫຼອດໄປ.

 

ທ່ານສີຈິ້ນຜິງກ່າວເນັ້ນໜັກວ່າ: “ຄວາມອົງອາດຂອງວິລະຊົນ ຈະບັນທຶກໄວ້ໃນປະຫວັດສາດຕະຫຼອດໄປ.” ຊົນຊາດໜຶ່ງທີ່ມີຄວາມຫວັງຕ້ອງມີວິລະຊົນ, ປະເທດຊາດໜຶ່ງທີ່ມີອະນາຄົດຕ້ອງມີກອງນຳໜ້າທີ່ບຸກບືນໄປກ່ອນ. ວິລະຊົນຂອງຊາດທັງຫຼາຍ ເຊິ່ງລວມທັງວິລະຊົນທີ່ຕໍ່ຕ້ານຜູ້ຮຸກຮານ, ລ້ວນແຕ່ແມ່ນກະດູກສັນຫຼັງຂອງປະຊາຊາດຈີນ, ວິລະກຳ ແລະ ຈິດໃຈ ຂອງພວກເພິ່ນລ້ວນແຕ່ແມ່ນກຳລັງແຮງອັນເຂັ້ມແຂງທີ່ກະຕຸກຊຸກຍູ້ໃຫ້ພວກເຮົາບຸກບືນກ້າວເດີນໄປຂ້າງໜ້າ.

 

ໃນຖານະເປັນ ຜູ້ນຳສູງສຸດຂອງພັກ ແລະລັດທີ່ກຳເນີດ ແລະ ເຕີບໃຫຍ່ຂຶ້ນຫຼັງຈາກການສະຖາປະນາ ສປຈີນ, ທ່ານສີຈິ້ນຜິງໄດ້ຮັບການສຶກສາອົບຮົມ ແລະ ເຊື່ອມຊຶມມູນເຊື້ອອັນດີງາມ ແລະ ທິດສະດີວິທະຍາສາດຂອງພັກຢ່າງເລິກເຊິ່ງ, ມີຈິດໃຈເຄົາລົບນັບຖື ແລະເຊີດຊູນ້ຳໃຈວິລະຊົນຢ່າງສູງສົ່ງ. ທຸກເທື່ອທ່ານສີຈິ້ນຜິງໄປສຳຫຼວດກວດກາວຽກງານຢູ່ຮາກຖານ, ເພິ່ນກໍໄດ້ໄປສຸສານນັກຮົບຜູ້ເສຍສະຫຼະຊີບ ແລະຫໍລະນຶກຂອງທ້ອງຖິ່ນໂດຍສະເພາະ ເພື່ອໄວ້ອາໄລເຖິງວິລະຊົນຜູ້ເສຍສະຫຼະຊີບ, ເສີມສ້າງຄວາມສັດທາດ້ວຍການກະທຳຕົວຈິງ.


ວັນທີ 2 ກຸມພາປີ2016, ທ່ານສີຈິ້ນຜິງເຂົ້າວາງກະຕ່າດອກໄມ້ຢູ່ສຸສານວິລະຊົນປະຕິວັດຜູ້ເສຍສະຫຼະຊີບພູຈິງກ່າງ ຢູ່ແຂວງຈ່ຽງຊີ່

 

ໃນໄລຍະກ່ອນບຸນກຸດຈີນປີ 2016, ທ່ານສີຈິ້ນຜິງໄດ້ໄປຢ້ຽມຢາມສຸສານວິລະຊົນປະຕິວັດຜູ້ເສຍສະຫຼະຊີບພູຈິງກ່າງ ຢູ່ແຂວງຈ່ຽງຊີ່. ທ່ານເວົ້າວ່າ, ທຸກເທື່ອທີ່ມາໄວ້ອາໄລວິລະຊົນປະຕິວັດ, ແນວຄິດໄດ້ຮັບການຫຼໍ່ຫຼອມ, ແລະມີຄວາມສະທ້ອນໃຈຢ່າງເລິກເຊິ່ງ. ເມື່ອຫວນຄືນເຖິງການເວລາທີ່ຫຍຸ້ງຍາກລຳບາກໃນສະໄໝປະຕິວັດ, ພວກເຮົາຕ້ອງສະແດງຄວາມເຄົາລົບນັບຖືຢ່າງສູງ ຕໍ່ວິລະຊົນປະຕິວັດ, ພວກເຮົາຈະໄວ້ອາໄລ ແລະ ຈື່ຈຳພວກເພິ່ນຕະຫຼອດໄປ, ສືບທອດ ແລະ ເສີມຂະຫຍາຍມູນເຊື້ອປະຕິວັດຂອງພວກເພິ່ນໃຫ້ດີ.

 

ທ່ານສີຈິ້ນຜິງບໍ່ພຽງແຕ່ສະແດງຄວາມເຄົາລົບນັບຖືຢ່າງສູງຕໍ່ວິລະຊົນເທົ່ານັ້ນ, ເພິ່ນຍັງພະຍາຍາມສົ່ງເສີມໃຫ້ປະຊາຊົນເຄົາລົບນັບຖືວິລະຊົນ ແລະແຂ່ງຂັນກັນເປັນກອງນຳໜ້າບຸກບືນ. ໃນຫລາຍໆກາລະໂອກາດ, ທ່ານສີຈິ້ນຜິງໄດ້ເລົ່າເລື່ອງວິລະຊົນ, ເຊື່ອມຊຶມຈິດໃຈວິລະຊົນ, ພ້ອມທັງປະຕິບັດຕົວຈິງ, ກາຍເປັນຜູ້ສືບທອດມູນເຊື້ອປະຕິວັດຢ່າງເດັດດ່ຽວໜຽວແໜ້ນ.

 

ໃນພິທີລະນຶກກອງທັບແດງເຄື່ອນທັບທາງໄກໄດ້ຮັບໄຊຊະນະຄົບຮອບ 80 ປີ, ທ່ານສີຈິ້ນຜິງກ່າວວ່າ: “ບົນເສັ້ນທາງເຄື່ອນທັບຢ່າງຍາວໄກ, ນາຍ ແລະພົນທະຫານຂອງກອງທັບແດງໄດ້ສູ້ຮົບກັບສັດຕູເຖິງ 600 ກວ່າບັ້ນຮົບ, ຂ້າມແມ່ນ້ຳລຳເຊເກືອບຮ້ອຍສາຍ, ປິນຜ່ານພູຜາສູງຊັນ 40 ກວ່າໜ່ວຍ, ໃນນັ້ນ ພູຫິມະທີ່ມີຄວາມສູງກວ່າ 4000 ແມັດນັ້ນກໍມີເຖິງ 20 ກວ່າໜ່ວຍ, ໄດ້ຜ່ານດິນທາມພູພຽງທີ່ຖືກເອີ້ນວ່າ “ກັບດັກມໍລະນະ”, ໄດ້ໃຊ້ມານະຈິດອົດທົນທີ່ເຂັ້ມແຂງບຸກທະລຸເສັ້ນເພດານດ້ານການດຳລົງຄົງຕົວຂອງມະນຸດ. ນາຍ ແລະພົນທະຫານຂອງກອງທັບແດງໄດ້ສະແດງລະຄອນສົງຄາມໃນຊີວິດຈິງທີ່ສະຫງ່າຜ່າເຜີຍໃນປະຫວັດສາດການທະຫານຂອງໂລກ, ໄດ້ສ້າງສິ່ງມະຫັດສະຈັນທີ່ສະຫວ່າງສະໄຫວຢູ່ໃນໂລກມະນຸດ. ການເຄື່ອນທັບທາງໄກ ເຊິ່ງເປັນການເຄື່ອນໄຫວອັນຍິ່ງໃຫຍ່ໃນປະຫວັດສາດຂອງມວນມະນຸດ, ໄດ້ຈົ່ງມໍລະດົກດ້ານຈິດໃຈທີ່ລ້ຳຄ່າທີ່ສຸດໃຫ້ກັບພວກເຮົາ, ນີ້ກໍຄືຈິດໃຈເຄື່ອນທັບທາງໄກອັນຍິ່ງໃຫຍ່ທີ່ຊາວພັກກອມມູນິດຈີນ ນາຍແລະພົນທະຫານຂອງກອງທັບແດງສ້າງຂຶ້ນດ້ວຍຊີວິດ ແລະ ເລືອດເນື້ອຂອງຕົນ.”

 



ຕອນເຊົ້າວັນທີ30ກັນຍາປີ2021,ເນື່ອງໃນໂອກາດວັນລະນຶກວິລະຊົນຜູ້ເສຍສະຫຼະຊີບ, ທ່ານສີຈິ້ນຜິງພ້ອມກັບຜູ້ນຳພັກແລະລັດທ່ານອື່ນໆຂອງຈີນເຂົ້າຮ່ວມກິດຈະກຳວາງກະຕ່າດອກໄມ້ຢູ່ຕໍ່ໜ້າອະນຸສາວະລີວິລະຊົນປະຊາຊົນທີ່ສະໜາມຫຼວງທຽນອ່ານເມີນ ນະຄອນຫຼວງປັກກິ່ງ

 

ຕ້ອງຈື່ຈຳຢ່າງເລິກເຊິ່ງ, ຈຶ່ງສາມາດສືບທອດແລະເສີມຂະຫຍາຍໄດ້ດີກວ່າເກົ່າ. ປີ 2014, ການໄວ້ອາໄລວິລະຊົນປະຕິວັດຜູ້ເສຍສະຫຼະຊີບ, ໄດ້ກາຍເປັນນະໂຍບາຍຂອງລັດ, ເຊິ່ງຈີນໄດ້ວາງກົດໝາຍໂດຍກຳນົດເອົາວັນທີ 3 ກັນຍາຂອງທຸກໆປີເປັນວັນລະນຶກສົງຄາມປະຊາຊົນຈີນຕໍ່ຕ້ານຍີ່ປຸ່ນຜູ້ຮຸກຮານໄດ້ຮັບໄຊຊະນະ, ວັນທີ 30 ກັນຍາຂອງທຸກໆປີແມ່ນວັນລະນຶກວິລະຊົນຜູ້ເສຍສະຫຼະຊີບ, ວັນທີ 13 ທັນວາຂອງທຸກໆປີແມ່ນ ວັນສັກກາລະບູຊາແຫ່ງຊາດເພື່ອຜູ້ປະສົບເຄາະຮ້າຍໃນການສັງຫານໝູ່ຢູ່ນານກິ່ງ, ຢູ່ແຫ່ງຕ່າງໆໃນທົ່ວປະເທດຈີນໄດ້ຈັດ ກິດຈະກຳລະນຶກຕ່າງໆ. ທ່ານສີຈິ້ນຜິງກ່າວວ່າ, ຕໍ່ກັບທຸກຄົນທີ່ໄດ້ອຸທິດຊີວິດອັນລ້ຳຄ່າເພື່ອປະເທດຊາດ, ຊົນຊາດ ແລະ ສັນຕິພາບນັ້ນ, ບໍ່ວ່າຍຸກສະໄໝ ໄດ້ມີການປ່ຽນແປງໄປແນວໃດກໍຕາມ, ພວກເຮົາກໍຕ້ອງຈື່ຈຳການເສຍສະຫຼະ ແລະ ການອຸທິດຕົນຂອງພວກເພິ່ນຕະຫຼອດໄປ. ການສຶກສາອົບຮົມມູນເຊື້ອປະຕິວັດ ຍິ່ງຕ້ອງໄດ້ເລີ່ມແຕ່ຍັງເຍົາໄວ, ເນັ້ນໃສ່ການສອນຄວາມຮູ້, ພ້ອມທັງເນັ້ນໃສ່ການປູກຈິດສຳນຶກ, ເຮັດໃຫ້ມູນເຊື້ອປະຕິວັດເຊື່ອມຊຶມເຂົ້າສູ່ເລືອດເນື້ອ ແລະ ຈິດໃຈຢ່າງເລິກເຊິ່ງ, ຊ່ວຍຊີ້ນຳຊາວໜຸ່ມເຍົາວະຊົນອັນໄພສານສ້າງໂລກາທັດ ຊີວະທັດ ແລະ ຄ່ານິຍົມທີ່ຖືກຕ້ອງ.