ອາຊຽນປຶກສາຫາລືກັນກ່ຽວກັບ “ວິໄສທັດປະຊາຄົມອາຊຽນຫຼັງປີ 2025”

2022-04-05 14:31:10 CRI

ນັບແຕ່ວັນທີ 31 ມີນາຫາວັນທີ 1 ເມສານີ້, ໜ່ວຍງານລະດັບສູງວິໄສທັດປະຊາຄົມ ອາຊຽນຫຼັງປີ 2025” ໄດ້ຈັດກອງປະຊຸມຄັ້ງທຳອິດຢູ່ສຳນັກງານໃຫຍ່ກອງເລຂາອາຊຽນ ເພື່ອປຶກສາຫາລືແຜນດຳເນີນງານປີ 2022, ວາລະວ່າວຽກຂອງໜ່ວຍງານ ແລະ ເນື້ອໃນຫຼັກຂອງວິໄສທັດປະຊາຄົມອາຊຽນຫຼັງປີ 2025”.

ໃນກອງປະຊຸມ, ໜ່ວຍງານລະດັບສູງວິໄສທັດປະຊາຄົມອາຊຽນຫຼັງປີ 2025” ໄດ້ຜ່ານ ການຮັບຮອງແຜນດຳເນີນງານໃນປີ 2022. ໃນຂະນະດຽວກັນ, ທ່ານລິມຈົກໂຮຍ ເລຂາທິການໃຫຍ່ອາຊຽນໄດ້ສະໜອງຂໍ້ມູນຫຼ້າສຸດກ່ຽວກັບຂະບວນການສ້າງປະຊາຄົມອາຊຽນ ແລະ ໄດ້ບັນຍາຍຄວາມເຫັນຂອງຕົນ ກ່ຽວກັບວິໄສທັດຫຼັງປີ 2025. ໜ່ວຍງານ ລະດັບສູງວິໄສທັດປະຊາຄົມອາຊຽນຫຼັງປີ 2025” ຍັງໄດ້ຕິດຕໍ່ພົວພັນກັບຄະນະກຳ ມະການຜູ້ແທນປະຈຳອາຊຽນ ຫຼື CPR ເຊິ່ງແມ່ນພາກສ່ວນໜຶ່ງໃນຂະບວນການ ປຶກສາຫາລືກັນລະຫວ່າງຝ່າຍຕ່າງໆ.