ເກີດໄພແຜ່ນດິນໄຫວລະດັບ 6 ລິກເຕີຢູ່ອິນໂດເນເຊຍ

2022-04-06 14:34:02 CRI

 

ຕາມຂ່າວCRI: ໃນຕອນເຊົ້າຂອງວັນທີ 5 ເມສານີ້, ຢູ່ບໍລິເວນທະເລ ຂອງແຂວງມາລູຄູເໜືອຂອງອິນໂດເນເຊຍໄດ້ເກີດໄພແຜ່ນດິນໄຫວລະດັບ ລິກເຕີ, ປັດຈຸບັນນີ້ຍັງບໍ່ທັນມີການລາຍງານກ່ຽວກັບຜູ້ບາດເຈັບເສຍຊີວິດ ແລະຄວາມເສຍຫາຍດ້ານຊັບສິນເທື່ອ.

 

ອີງຕາມຂ່າວຂອງເວັບໄຊກົມອຸຕຸນິຍົມ,ດິນຟ້າອາກາດແລະຟິຊິກສາດໜ່ວຍໂລກຂອງອິນໂດເນເຊຍແຈ້ງວ່າ: ໄພແຜ່ນດິນໄຫວໄດ້ເກີດຂຶ້ນໃນເວລາ ໂມງ 44 ນາທີຕາມເວລາ ນະຄອນຫຼວງວຽງຈັນປະເທດລາວ, ໃຈກາງແຜ່ນດິນໄຫວເກີດຂຶ້ນຢູ່ເຂດທະເລຕາເວັນຕົກສຽງເໜືອຂອງເມືອງຮາມາເຮຣາຕາເວັນຕົກແຂວງມາລູຄູເໜືອ, ເລິກລົງພື້ນດິນ 10 ກິໂລແມັດ. ແຮງສັ່ນສະເທືອນສາມາດຮັບຮູ້ໄດ້ຢູ່ເກາະດອນທີ່ຢູ່ໃກ້ກັບໃຈກາງແຜ່ນດິນໄຫວ.