ປະທານາທິບໍດີຟີລິບປິນກ່າວວ່າ: ຂົວທີ່ຈີນຊ່ວຍເຫຼືອສ້າງຂຶ້ນຈະຊ່ວຍຟີລິບປິນຍົກລະດັບພື້ນຖານໂຄງລ່າງສຳຄັນໃຫ້ສູງຂຶ້ນ

2022-04-06 11:37:46 CRI

     ພິທີເປີດນຳໃຊ້ຂົວຂ້າມນ້ຳບີນົນໂດ-ໂຣໂຢຊິຕີຂອງຟີລິບປິນທີ່ລັດຖະບານຈີນໃຫ້ການຊ່ວຍເຫຼືອສ້າງຂຶ້ນໄດ້ຈັດຂຶ້ນຢູ່ນະຄອນຫຼວງມະນີລາ ປະເທດຟີລິບປິນໃນວັນທີ 5 ເມສານີ້. ທ່ານໂຣດຣີໂກ ດູເຕີເຕ ປະທານາທິບໍດີຟີລິບປິນໄດ້ເຂົ້າຮ່ວມພິທີດັ່ງກ່າວແລະໄດ້ກ່າວສະແດງຄວາມຂອບໃຈປະເທດຈີນທີ່ໄດ້ໃຫ້ການຊ່ວຍເຫຼືອ, ທ່ານກ່າວວ່າ: ໂຄງການນີ້ຈະຊ່ວຍໃຫ້ຟີລິບປິນຍົກລະດັບພື້ນຖານໂຄງລ່າງສຳຄັນໃຫ້ສູງຂຶ້ນ.

     ທ່ານດູເຕີເຕຍັງກ່າວຕື່ມວ່າ: ໂຄງການນີ້ມີຜົນດີຕໍ່ການສ້າງຄວາມສະດວກດ້ານຄົມມະນາຄົມຢູ່ມະນີລາ, ເຮັດໃຫ້ການໄປມາຫາສູ່ກັນລະຫວ່າງປະຊາຊົນສະດວກຂຶ້ນກວ່າເກົ່າ ແລະຈະຊ່ວຍຟີລິບປິນຟື້ນຟູເສດຖະກິດ.