ພາຍຫຼັງຜ່ອນຄາຍຂໍ້ຈຳກັດການເຂົ້າເມືອງໄດ້ມີນັກທ່ອງທ່ຽວສາກົນເດີນທາງເຂົ້າໄທຜ່ານສະໜາມບິນສຸວັນນະພູມຫຼາຍຂຶ້ນ

2022-04-07 15:25:31 CRI

 

ຕາມຂ່າວCRI: ວັນທີ ເມສານີ້, ເຈົ້າໜ້າທີ່ຂັ້ນສູງຂອງສະໜາມບິນສຸວັນນະພູມຂອງປະເທດໄທໄດ້ກ່າວວ່າ: ນັບແຕ່ວັນທີ 1 ເມສາຜ່ານມາລັດຖະບານໄດ້ຜ່ອນຄາຍຂໍ້ຈຳກັດການເຂົ້າເມືອງ, ໄດ້ຍົກເລີກໃບຢັ້ງຢືນຜົນການກວດຫາເຊື້ອພະຍາດສຳລັບ ນັກທ່ອງທ່ຽວທີ່ຈະເຂົ້າເມືອງ, ໄດ້ເຮັດໃຫ້ນັກທ່ອງທ່ຽວສາກົນເດີນທາງເຂົ້າໄທຜ່ານ ສະໜາມບິນສຸວັນນະພູມສະເລ່ຍຕໍ່ມື້ມີຫຼາຍກວ່າ 1,16 ໝື່ນເທື່ອຄົນ, ໄດ້ເພີ່ມຂຶ້ນປະມານ 66% ເມື່ອທຽບກັບຈຳນວນນັກທ່ອງທ່ຽວສາກົນເຂົ້າເມືອງຜ່ານ

ສະໜາມບິນສຸວັນນະພູມສະເລ່ຍຕໍ່ມື້ໃນເດືອນມີນາແລ້ວນີ້.

 

ເຈົ້າໜ້າທີ່ລະດັບສູງຂອງສະໜາມບິນສຸວັນນະພູມກ່າວວ່າ, ຖ້ຽວບິນສາກົນຂາເຂົ້າສະໜາມບິນສຸວັນນະພູມສະເລ່ຍຕໍ່ມື້ມີເຖິງ 141 ຖ້ຽວນັບແຕ່ວັນທີ 1 ເດືອນເມສານີ້ເປັນຕົ້ນມາ, ຫຼາຍກວ່າຈຳນວນຖ້ຽວບິນຂາເຂົ້າໃນເດືອນ ມີນາແລ້ວນີ້ເຊິ່ງມີ137 ຖ້ຽວ. ຄາດຄະເນວ່າຈະມີນັກທ່ອງທ່ຽວສາກົນ ຫຼາຍກວ່າເກົ່າເຂົ້າສູ່ປະເທດໄທໃນອະນາຄົດ.