ນີ້ກໍຄືກົນອຸບາຍສົງຄາມເຢັນໃນສະຕະວັດທີ 21!

2022-04-07 15:54:33 cri

ວິກິດການອູແກຣນເປັນແຮ້ວອັນໃໝ່ໃນສະຕະວັດທີ 21 ທີ່ກາງໄວ້ໂດຍປະເທດທີ່ມັກໃຊ້ກົນອຸບາຍ ກໍຄືອາເມຣິກາໂດຍມີຈຸດປະສົງເພື່ອເຮັດໃຫ້ຣັດເຊຍຊຸດໂຊມລົງ,ຄວບຄຸມເອີຣົບ, ຮັກສາຖານະເປັນປະເທດມະຫາອຳນາດໃນໂລກຂອງຕົນ.

ໃນຫຼາສິບປີທີ່ຜ່ານມາ, ອາເມຣິກາ ແລະອົງການນາໂຕທີ່ຖືອາເມຣິກາເປັນຜູ້ນຳ ໄດ້ສຸຄວາມພະຍາຍາມ ເຮັດໃຫ້ຣັເຊຍຊຸດໂຊມລົງທັງທາງດ້ານການເມືອງ, ເສດຖະກິດ ແລະອື່ນໆ ໂດຍມີຈຸດປະສົງເພື່ອເຮັດໃຫ້ຣັດເຊຍແຕກແຍກແລ້ວແຕກແຍກອີກ, ຊຸດໂຊມລົງແລ້ວຊຸດໂຊມລົງອີກ.

ສະຣິບດັ່ງກ່າວ ອາເມຣິກາເຄີຍໄດ້ນຳໃຊ້ໃນການກຳກັບລະຄອນຢູ່ອະດີດສະຫະພາບໂຊວຽດມາແລ້ວ. ພາຍຫຼັງສະຫະພາບໂຊວຽດ “ລົ້ມລະລາຍ” ແລ້ວ, ອົງການນາໂຕທີ່ຖືອາເມຣິກາເປັນຜູ້ນຳນັ້ນ ໄດ້ແຜ່ຂະຫຍາຍອຳນາດເປັນເວລາ 5 ຄັ້ງ ເພື່ອຮັດແຄບພື້ນທີ່ດ້ານຄວາມໝັ້ນຄົງຂອງຣັດເຊຍຢ່າງຕໍ່ເນື່ອງ ພ້ອທັງໄດ້ປະຕິບັດນະໂຍບາຍການລົງໂທດຣັດເຊຍຢູ່ເລື້ອຍໆ. ນອກນີ້, ອາເມຣິກາຍັງໄດ້ສຸມກຳລັງເຂົ້າໃນການຕັດຮອພື້ນຖານອຳນາດຂອງທ່ານວາລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍມາໂດຍຕະຫຼອດ, ສ້າງສະຖານະການທາງດ້ານສັງຄົມ ເພື່ອເຮັດ “ການປະຕິວັດສີ” ຢູ່ຣັດເຊຍ.

ພາຍຫຼັງສະຖານະການຢູ່ອູແກຣນຮຸນແຮງຂຶ້ນແລ້ວ, ອາເມຣິກາ ໄດ້ຮ່ວມກັບປະເທດພັນທະມິດເອີຣົບຂອງຕົນ ປະຕິບັດມາດຕະການລົງໂທດຣັດເຊຍ ເຊິ່ງເປັນການລົງໂທດທີ່ບໍ່ເຄີຍມີມາກ່ອນໃນປະຫວັດສາດ ຈົນເຖິງຂະໜາທີ່ແມວ ແລະໝາຢູ່ຣັດເຊຍກໍບໍ່ໃຫ້ລອດແມ່ນແຕ່ໂຕດຽວ ໂດຍມີຈຸດປະສົງເພື່ອເຮັດໃຫ້ຣັດເຊຍຊຸດໂຊມລົງ ແລະປ່ຽນແປງຜູ້ວາງນະໂຍບາຍຢູ່ການນຳຣັດເຊຍ. ອາເມຣິກາຍັງໄດ້ນຳໃຊ້ກົນອຸບາຍແບບດຽວກັນນີ້ ຄືໃຊ້ເອີຣົບເປັນຕົວປະກັນ ແລະໃຫ້ເອີຣົບຕົກຢູ່ໃນສະພາບອັນຕະລາຍ ເພື່ອບັ່ທອນຄວາມສາມາດເປັນເຈົ້າຕົນເອງດ້ານຍຸດທະສາດຂອງເອີຣົບ.

ຈີນເປັນເປົ້າໝາຍອີກປະເທດໜຶ່ງາມກົນອຸບາຍຂອງອາເມຣິກາທ່າມກາງການປະທະກັນລະຫວ່າງຣັດເຊຍ-ອູແກຣນ. ໃນຂະນະທີ່ຈີນກ່າວເນັ້ນຊ້ຳແລ້ວຊ້ຳອີກວ່າ: “ສະຖານະການໃນປັດຈຸບັນເປັນສະຖານະການທີ່ພວກຂ້າພະເຈົ້າບໍ່ຢາກໃຫ້ເກີດຂຶ້ນ”, ແຕ່ປະເທດຝ່າຍຕາເວັນຕົກທີ່ຖືອາເມຣິກາເປັນຜູ້ນຳນັ້ນ ພັດໄດ້ສວຍໂອກາດນຳໃຊ້ສະຖານະການການປະທະກັນລະຫວ່າງຣັດເຊຍ-ອູແກຣນ ມາໃສ່ຮ້າຍປ້າຍສີຈີນ, ກົດດັນຈີນເພື່ອບີໃຫ້ຈີນເຂົ້າຮ່ວມການລົງໂທດຣັດເຊຍ, ພ້ອມທັງມີເຈດນາຮ້າຍ ເພື່ອເຮັດໃຫ້ປະເທດຝ່າຍຕາເວັນຕົກ ແລະຈີນກັບຣັດເຊຍ ເປັນສອງກຸ່ມປະເທດທີ່ເປັນປໍລະປັກກັນ, ນີ້ກໍຄືແນວຄິດສົງຄາມເຢັນຮູບແບບໃໝ່ທີ່ແທ້ຈິງ.