ຜູ້ຮ້ອງ “ຈັບໂຈນ” ພັດໄດ້ເຮັດທຸລະກິດກັບ “ໂຈນ”, ອາເມຣິກາໄດ້ຮັບຜົນປະໂຫຍດຈາກການສູ້ຮົບກັນລະຫວ່າງຣັດເຊຍກັບອູແກຼນ

2022-04-08 16:12:39 cri

ຫວ່າງມໍ່ໆມານີ້, ທ່ານມີຄາອີນ ໂປປົຟ ຮອງເລຂາທິການໃຫຍ່ສະພາຄວາມໝັ້ນຄົງແຫ່ງຊາດຣັດເຊຍກ່າວວ່າ: “ໃນຂະນະທີ່ອາເມຣິກາບັງຄັບໃຫ້ປະເທດເອີຣົບຕ້ອງລົງໂທດຣັດເຊຍ, ໃນອາທິດຜ່ານມາ, ອາເມຣິກາເອງພັດໄດ້ນຳເຂົ້ານ້ຳມັນເຊື້ອໄຟຈາກຣັດເຊຍເພີ່ມຂຶ້ນ 43%, ຄືມີປະລິມານເຖິງ 1 ແສນບາເຣວຕໍ່ວັນ. ນອກນີ້, ວໍຊີງຕັນຍັງໄດ້ອະນຸມັດໃຫ້ບໍລິສັດຂອງປະເທດຕົນນຳເຂົ້າປຸຍແລະແຮ່ທາດຈາກຣັດເຊຍ, ດ້ວຍເຫດຜົນທີ່ວ່າສິ່ງເຫຼົ່ານີ້ເປັນເຄື່ອງໃຊ້ປະຈຳວັນ. ” ແຕ່ອາເມຣິກາພັດຫ້າມບໍ່ໃຫ້ປະເທດເອີຣົບເຮັດແບບດຽວກັບໂຕເອງ.

ພາຍຫຼັງທ່ານໂປປົຟ ເຜີຍແຜ່ຂ່າວດັ່ງກ່າວແລ້ວ, ປະຊາຊົນຂອງປະເທດຕ່າງໆໃນໂລກໄດ້ສະແດງຄວາມຄິດເຫັນກ່ຽວກັບເລື່ອງນີ້ເປັນຈຳນວນຫຼວງຫຼາຍ. ໃນໄລຍະຣັດເຊຍແລະອູແກຼນເກີດມີການສູ້ຮົບກັນ, ອາເມຣິກາກໍຄືປະເທດທີ່ຮຽກຮ້ອງໃຫ້ໃຊ້ມາດຕະການລົງໂທດຣັດເຊຍຫຼາຍທີ່ສຸດ, ໃຊ້ທຸກວິທີແລະບີບບັງຄັບໃຫ້ປະເທດພັນທະມິດຂອງອາເມຣິກາຕ້ອງປະຕິບັດຕາມ “ມາດຕະການລົງໂທດຣັດເຊຍ”, ຮ້າຍແຮງໄປກວ່ານັ້ນ, ແມ່ນແຕ່ແມວແລະໝາຂອງຣັດເຊຍກໍຮັບເຄາະໄປນຳ. ແຕ່ວ່າ, ຜູ້ທີ່ຮ້ອງໃຫ້ “ຈັບໂຈນ” ພັດເຮັດທຸລະກິດກັບຄົນທີ່ຕົນເຫັນວ່າເປັນ “ໂຈນ”, ລັດຖະບານອາເມຣິກາປາກບໍ່ກົງກັບໃຈເວົ້າຢ່າງໜຶ່ງແຕ່ພັດເຮັດອີກຢ່າງໜຶ່ງ, ສີມືການກຳກັບການສະແດງລະຄອນຂອງອາເມຣິກາເປັນອັນດັບໜຶ່ງຂອງໂລກແທ້ໆ.

ເປັນຫຍັງອາເມຣິກາຈຶ່ງນຳເຂົ້ານ້ຳມັນເຊື້ອໄຟໂດຍກົງຈາກຣັດເຊຍຫຼາຍປານນີ້? ທີ່ຈິງແລ້ວ, ອາເມຣິກາເອງກໍເປັນປະເທດໃຫຍ່ຜູ້ຜະລິດນ້ຳມັນເຊື້ອໄຟ, ເປັນຜູ້ອາໄສການນຳເຂົ້ານ້ຳມັນເຊື້ອໄຟຈາກຣັດເຊຍໃນລະດັບທີ່ໜ້ອຍ, ສ່ວນສະຫະພາບເອີຣົບຕ້ອງອາໄສການສະໜອງພະລັງງານຈາກຣັດເຊຍຫຼາຍທີ່ສຸດ. ຍ້ອນວ່າເກີດມີການສູ້ຮົບກັນລະຫວ່າງຣັດເຊຍ-ອູແກຼນ, ລາຄານ້ຳມັນເຊື້ອໄຟຂອງຣັດເຊຍຈຶ່ງມີລາຄາຕ່ຳລົງ, ສະນັ້ນອາເມຣິກາຈຶ່ງສວຍໂອກາດຊື້ນ້ຳມັນເຊື້ອໄຟນຳຣັດເຊຍແລ້ວຂາຍໃຫ້ປະເທດເອີຣົບ, ຈຶ່ງໄດ້ເງິນເປັນຈຳນວນມະຫາສານ. ພ້ອມກັນນັ້ນ, ອາເມຣິກສຸມກຳລັງຢ່າງສຸດຂີດເພື່ອທຳລາຍໂຄງການ Nord Stream 2, ແລະຊອກຫາທຸກວິທີເພື່ອຕັດການພົວພັນຊື້ຂາຍພະລັງງານລະຫວ່າງປະເທດເອີຣົບກັບຣັດເຊຍ, ເພື່ອເຮັດໃຫ້ສະຫະພາບເອີຣົບນຳເຂົ້ານ້ຳມັນເຊື້ອໄຟຈາກອາເມຣິກາໄວຂຶ້ນ.

ອາເມຣິກາແມ່ນປະເທດລິເລີ່ມຍຸແຍ່ໃຫ້ເກີດມີການສູ້ຮົບກັນລະຫວ່າງຣັດເຊຍກັບອູແກຼນ, ແລະກໍ່ໄດ້ຮັບຜົນປະໂຫຍດຈາກການສູ້ຮົບກັນຢ່າງບໍ່ຢຸດຢັ້ງ. ການກະທຳໂຫດຮ້າຍແບບນີ້ຂອງອາເມຣິກາ, ຄົນທັງຫຼາຍເຄີຍພົບເຄີຍເຫັນມາຫຼາຍເທື່ອແລ້ວ. ວັນທີ 20 ມີນາປີ 2003, ອາເມຣິກາບໍ່ໄດ້ຮັບການອະນຸມັດຈາກສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ, ໄດ້ໃຊ້ກຳລັງທາງທະຫານຮຸກຮານອີຣັກດ້ວຍຂໍ້ອ້າງທີ່ວ່າອີຣັກມີອາວຸດລ້າງຜານຂະໜາດໃຫຍ່. ເຖິງວ່າສົງຄາມອີຣັກໄດ້ຜ່ານໄປ 19 ປີແລ້ວກໍຕາມ, ແຕ່ວ່າບາດແຜຈາກສົງຄາມອີຣັກຍັງຫຼົງເຫຼືອໃຫ້ເຫັນຢູ່ໃນປັດຈຸບັນ, ບໍລິສັດນ້ຳມັນເຊື້ອໄຟອາເມຣິກາຍັງດູດເລືອດຂອງປະຊາຊົນອີຣັກຢູ່. ນອກນີ້, ອາເມຣິກາຍັງໄດ້ກໍ່ສົງຄາມຢູ່ຊີຣີດ້ວຍຂໍ້ອ້າງທີ່ວ່າລັດຖະບານຊີຣີນຳໃຊ້ອາວຸດເຄມີເຊິ່ງສົ່ງຜົນເຮັດໃຫ້ປະຊາຊົນ 1.000 ກວ່າຄົນເສຍຊີວິດ, ແຕ່ຄວາມເປັນຈິງ, ພັດແມ່ນອາເມຣິກາລັກຂຸດເອົານ້ຳມັນເຊື້ອໄຟຢູ່ພາກຕາເວັນອອກສຽງເໜືອຂອງຊີຣີຢ່າງຫຼວງຫຼາຍ, ມີປະລິມານການຂຸດຄົ້ນ 3 ລ້ານບາເຣວຕໍ່ເດືອນ, ນ້ຳມັນເຊື້ອໄຟເຫຼົ່ານີ້ຖືກອາເມຣິການຳເອົາໄປຂາຍເອົາເງິນຢູ່ຕະຫຼາດມືດ.

ປະເທດອາເມຣິກາທີ່ຖືກຈີກໜ້າກາກຊ້ຳແລ້ວຊ້ຳອີກ, ແລະໄດ້ນຳໃຊ້ຄວາມເຊື່ອສັດທາຂອງປະເທດຕົນໄປທົ່ວທີບ, ສຸດທ້າຍແລ້ວຈະໄດ້ຮັບໄຊຊະນະແທ້ບໍ?