ດອກເໝີຍຊົ່ວຊິສົ່ງກິ່ນຫອມໄດ້ກໍຕ້ອງຜ່ານອາກາດໜາວຈັດ

2022-04-08 16:48:30 CRI

ໃນງານກິລາໂອລິມປິກລະດູໜາວແລະງານກິລາໂອລິມປິກຄົນພິການລະດູ ໜາວປັກກິ່ງ2022, ນັກກິລາປະເທດຕ່າງໆໄດ້ບາກບັ່ນສູ້ຊົນໂດຍສາມາດຍາດ ໄດ້ຜົນງານທີ່ດີເດັ່ນ.


ວັນທີ 4 ມັງກອນປີ2022ນີ້, ໃນເວລາໂອ້ລົມເພື່ອໃຫ້ກຳລັງ ໃຈແກ່ບັນດານັກກິລາທີ່ກຳລັງສູ້ຊົນຝຶກແອບເພື່ອກຽມເຂົ້າຮ່ວມງານກິລາ ໂອລິມປິກລະດູໜາວ, ທ່ານສີຈິ້ນຜິງໄດ້ຍົກເອົາຄຳກອນບູຮານຈີນປະໂຫຍກ ໜຶ່ງມາກ່າວວ່າ: “ດອກເໝີຍຊົ່ວຊິສົ່ງກິ່ນຫອມໄດ້ກໍຕ້ອງຜ່ານອາກາດໜາວຈັດ”, ພ້ອມທັງໄດ້ອວຍພອນໃຫ້ນັກກິລາທັງຫຼາຍຈົ່ງໄດ້ຮັບຜົນງານທີ່ດີໃນງານກິລາໂອລິມປິກລະດູໜາວ.


ຕາມວັດທະນະທຳດັ້ງເດີມຂອງຈີນແລ້ວເຫັນວ່າ: ຕົ້ນເໝີຍ ເປັນພືດຊະນິດໜຶ່ງ ທີ່ຕາງໜ້າໃຫ້ຄຸນສົມບັດທີ່ບໍລິສຸດຜຸດຜ່ອງ. ບົດກອນດັ່ງກ່າວໄດ້ຍົກໃຫ້ເຫັນຄຸນ ລັກສະນະຂອງດອກເໝີຍທີ່ແຂ່ງຫິມະນ້ຳກ້າມ ເບັ່ງບານພຽງລຳພັງທ່າມ ກາງອາກາດໜາວຈັດ, ເພື່ອເປັນການສົ່ງເສີມໃຫ້ຄົນເຮົາຈົ່ງຜ່ານຜ່າຄວາມ ຫຍຸ້ງຍາກ, ຕັດສິນໃຈຕັ້ງອຸດົມການສ້າງຜົນສຳເລັດໃນຊີວິດຂອງຕົນ.