ມາເລເຊຍອະນຸມັດໃຫ້ສັກວັກຊີນໂຄວິດ-19 ຂອງບໍລິສັດຊີໂນຟາມຈີນເປັນເຂັມກະຕຸ້ນພູມຄຸ້ມກັນ

2022-04-08 18:12:33 cri

      ຕອນຄ່ຳວັນທີ 7 ເມສານີ້, ທ່ານ ນໍ ຮິຊາມ ບິນ ອັບດຸນລາ ພະນັກງານຂັ້ນສູງຂອງກະຊວງສາທາລະນະສຸກມາເລເຊຍໄດ້ປະກາດວ່າ: ຈະອະນຸມັດໃຫ້ສັກວັກຊີນໂຄວິດ-19 ຂອງບໍລິສັດຊີໂນຟາມຈີນເປັນເຂັມກະຕຸ້ນພູມຄຸ້ມກັນ.

      ທ່ານ ນໍ ຮິຊາມ ບິນ ອັບດຸນລາ ແຈ້ງໃຫ້ຮູ້ໃນຖະແຫຼງການວ່າ: ໃນມື້ດັ່ງກ່າວ,ອົງການຕິດຕາມຄຸ້ມຄອງຢາແຫ່ງຊາດມາເລເຊຍໄດ້ຈັດກອງປະຊຸມແລະໄດ້ຕົກລົງເຫັນດີໃນເລື່ອງນີ້. ໂດຍຈະໃຊ້ວັກຊີນດັ່ງກ່າວເປັນວັກຊີນເຂັມກະຕຸ້ນພູມຄຸ້ມກັນໃຫ້ກັບປະຊາຊົນທີ່ມີອາຍຸລະຫວ່າງ 18 ຫາ 59 ປີທີ່ໄດ້ສັກວັກຊີນໂຄວິດ-19 ຄົບສອງເຂັມເປັນເວລາ 3 ຫາ 6 ເດືອນແລ້ວ.