ຄຳປາໄສຂອງທ່ານສີຈິ້ນຜິງໃນພິທີສະຫຼຸບຜົນງານ ແລະ ຍ້ອງຍໍຜູ້ມີຜົນງານດີເດັ່ນໃນງານກິລາໂອລິມປິກລະດູໜາວປັກກິ່ງ ແລະ ງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງ

2022-04-09 16:20:30 CRI

ວັນທີ 8 ເມສານີ້, ພິທີສະຫຼຸບຜົນງານ ແລະ ຍ້ອງຍໍຜູ້ມີຜົນງານດີເດັ່ນໃນງານກິລາໂອລິມປິກລະດູໜາວປັກກິ່ງ ແລະ ງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ. ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເຂົ້າຮ່ວມພິທີດັ່ງກ່າວ ແລະ ກ່າວຄຳປາໄສທີ່ສຳຄັນ.