ທ່ານສີຈິ້ນຜິງສົນທະນາທາງໂທລະສັບກັບປະທານາທິບໍດີຟິລິບປິນ

2022-04-09 14:18:29 ​ຊີ​ອາ​ໄອ

ຕອນບ່າຍວັນທີ 8 ເມສານີ້ ທ່ານສີຈິ້ນຜິງ ປະທານປະເທດ ສປ ຈີນໄດ້ສົນທະນາທາງໂທລະສັບກັບທ່ານໂລດຼິໂກ ດູເຕີເຕ ປະທານາທິບໍດີຟິລິບປິນ, ໂດຍທ່ານສີຈິ້ນຜິງຊີ້ອອກວ່າ, ຕະຫຼອດໄລຍະ 6 ປີຜ່ານມາ ຈີນ-ຟິລິບປິນໄດ້ຍຶດໝັ້ນການຮ່ວມມືຢ່າງມີໄມຕີຈິດມິດຕະພາບຖານບ້ານໃກ້ເຮືອນຄຽງ, ຍຶດໝັ້ນການແນ້ໄຂຄວາມຂັດແຍ້ງກັນຢ່າງເໝາະສົມ, ຍຶດໝັ້ນການພັດທະນາຮ່ວມກັນແລະຊຸກຍູ້ໃຫ້ການພົວພັນຈີນ-ຟີລິບປິນຫຼຸດພົ້ນອອກຈາກສິ່ງກີດຂວາງຕ່າງໆ ແລະສະແດງໃຫ້ເຫັນສະພາບການໃໝ່ທີ່ພັດທະນໄປສູ່ຄວາມຈະເລີນຮຸ່ງເຮືອງ. ຈີນຍິນດີຮ່ວມກັບຟິລິບປິນແລະປະເທດຕ່າງໆຢູ່ໃນພາກພື້ນນີ້ ຍຶດຖືທັດສະນະກ່ຽວກັບຄວາມໝັ້ນຄົງທີ່ຮ່ວມກັນ, ກວມລວມດ້ວຍການຮ່ວມມືກັນແບບຍືນຍົງ, ກຳກັບສິດຮັກສາຄວາມໝັ້ນຄົງຂອງພາກພື້ນຕົນດ້ວຍຕົນເອງ, ຮ່ວມກັນປົກປັກຮັກສາສັນຕິພາບແລະຄວາມໝັ້ນຄົງຂອງພາກພື້ນແຫ່ງນີ້ທີ່ໄດ້ມາບໍ່ແມ່ນງ່າຍ, ຊຸກຍູ້ການສ້າງເປັນປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.

ທ່ານ ດູເຕີເຕ ກ່າວວ່າ, ຈີນແມ່ນເພື່ອນມິດທີ່ແທ້ຈິງແລະໄວ້ໃຈໄດ້ຂອງປະຊາຊົນຟິລິບປິນ. ຟິລິບປິນຍິນດີຮ່ວມມືກັບຈີນສືບຕໍ່ເພີ່ມທະວີການພົວພັນລະຫວ່າງສອງປະເທດ, ຖອດຖອນບົດຮຽນທາງດ້ານການລຶບລ້າງຄວາມທຸກຍາກນຳຈີນ, ຊຸກຍູ້ການຮ່ວມມືໃນຂົງເຂດຕ້ານກັບພະຍາດໂຄວິດ-19, ເສດຖະກິດການຄ້າ, ພື້ນຖານໂຄງລ່າງ, ການທ່ອງທ່ຽວ ແລະການສຶກສາເປັນຕົ້ນ, ຍິນດີຕ້ອນຮັບວິສາຫະກິດຈີນໄປລົງທຶນຢູ່ຟິລິບປິນ. ຟິລິບປິນຍິນດີຮ່ວມກັບຈີນແກ້ໄຂບັນຫາທະເລຈີນໃຕ້ຢ່າງເໝາະສົມ, ເພື່ອສ້າງແບບຢ່າງທີ່ດີໃນດ້ານການແກ້ໄຂຂໍ້ຂັດແຍ້ງກັນດ້ວຍສັນຕິວິທີແລະຮັກສາສັນຕິພາບແລະສະຖຽນລະພາບຂອງພາກພື້ນ.