ເດີ່ນກ໋ອບແຫ່ງໜຶ່ງທີ່ໃກ້ກັບສະໜາມບິນຢາງກຸງຖືກໂຈມຕີດ້ວຍຈະຫຼວດ

2022-04-09 14:42:22 cri

   

    ໃນເວລາປະມານ 7 ໂມງ 15 ນາທີຂອງວັນທີ 9 ເມສານີ້ຕາມເວລາທ້ອງຖິ່ນ, ເດີ່ນກ໋ອບແຫ່ງໜຶ່ງທີ່ຢູ່ທາງຂ້າງຂອງສະໜາມບິນສາກົນຢາງກຸງ ໄດ້ຖືກໂຈມຕີດ້ວຍະຫຼວດຫຼາຍລູກ, ພະນັກງານຄົນໜຶ່ງທີ່ເຮັດວຽກຢູ່ເດີ່ນກ໋ອບດັ່ງກ່າວໄດ້ຮັບບາດເຈັບ. ະຫຼວດໄດ້ເຮັດໃຫ້ເດີ່ນກ໋ອບເກີດມີຂຸມລະເບີດຫຼາຍແຫ່ງ ແລະຊິ້ນສ່ວນດ້ານນອກຂອງຈະຫຼວດຈຳນວນຫຼາຍໄດ້ຕົກຄ້າງໄວ້ຢູ່ໃນເດີ່ນ.

    ປັດຈຸບັນ, ເດີ່ນກ໋ອບແຫ່ງນີ້ໄດ້ປິດເປັນການຊົ່ວຄາວ, ທະຫານ ແລະເຈົ້າໜ້າທີ່ຕຳຫຼວດຈຳນວນຫຼວງຫຼາຍກຳລັງດຳເນີນການສຳຫຼວດ ແລະຄົ້ນຫາຢູ່ບໍລິເວນໃກ້ຄຽງ. ຕາມຂ່າວລາຍງານວ່າ: ສະຖານທີ່ເກີດເຫດດັ່ງກ່າວຫ່າງຈາກຖານທັບ ອາກາດຢາງກຸງບໍ່ເກີນ 3 ກິໂລແມັດ.