ກອງປະຊຸມສຳມະນາ “ຖານະໃຈກາງຂອງອາຊຽນກັບການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຈີນ-ອາຊຽນ” ໄດ້ຈັດຂຶ້ນໂດຍຜ່ານທາງວິດີໂອ

2022-04-10 15:19:36 CRI

ວັນທີ 7 ເມສານີ້, ກອງປະຊຸມສຳມະນາ “ຖານະໃຈກາງຂອງອາຊຽນກັບການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຈີນ-ອາຊຽນ” ເຊິ່ງແມ່ນວິທະຍາໄລການຕ່າງປະເທດຈີນ ແລະ ສະຖາບັນຄົ້ນຄວ້າການຮ່ວມມືແລະສັນຕິພາບກຳປູເຈຍເປັນເຈົ້າພາບຮ່ວມ ໄດ້ຈັດຂຶ້ນໂດຍຜ່ານທາງວິດີໂອ.

ຜູ້ແທນຈາກສູນຈີນ-ອາຊຽນ, ຄະນະຜູ້ຕາງໜ້າຈີນປະຈຳອາຊຽນ, ສະຖານທູດຈີນປະຈຳກຳປູເຈຍ, ສະຖາບັນຄົ້ນຄວ້າສັນຕິພາບແລະຄວາມປອງດອງຊາດອາຊຽນ ແລະ ຄັງປັນຍາຈາກຫຼາຍປະເທດເກືອບ 90 ຄົນໄດ້ເຂົ້າຮ່ວມກອງປະຊຸມຄັ້ງນີ້. ທ່ານສູຈ່ຽນ ຫົວໜ້າວິທະຍາໄລການຕ່າງປະເທດຈີນ ແລະ ທ່ານໂປ ໂຊທິຣາກ ຫົວໜ້າບໍລິຫານງານຂອງສະຖາບັນຄົ້ນຄວ້າການຮ່ວມມືແລະສັນຕິພາບກຳປູເຈຍ ໄດ້ເຂົ້າຮ່ວມກອງປະຊຸມແລະກ່າວຄຳປາໄສ.

ກອງປະຊຸມສຳມະນາຄັ້ງນີ້ແມ່ນກິດຈະກຳສຳຄັ້ນຄັ້ງທຳອິດໃນປີ 2022 ຂອງເຄືອຂ່າຍຄັງປັນຍາຈີນ-ອາຊຽນ ເຊິ່ງມີຈຸດປະສົງເພື່ອຊຸກຍູ້ການແລກປ່ຽນລະຫວ່າງລັດຖະບານ, ສື່ມວນຊົນ, ອົງການວິຊາການ ແລະ ສື່ມວນຊົນຂອງປະເທດຕ່າງໆໃນພາກພື້ນ ເພື່ອເຕົ້າໂຮມຄວາມເຫັນທີ່ເປັນເອກະພາບກັນໃຫ້ແກ່ການຮ່ວມມືພາກພື້ນ.