ສະມັດຊາໃຫຍ່ ສປຊ ລະງັບຖານະການເປັນສະມາຊິກສະພາສິດທິມະນຸດຂອງຣັດເຊຍເປັນການຊົ່ວຄາວ, ກໍ່ຍ້ອນນະໂຍບາຍ “ອາເມຣິກາຕ້ອງມາກ່ອນ”

2022-04-11 16:42:24 cri

ໃນກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດສະໄໝພິເສດທີ່ຈັດຂຶ້ນໃນວັນທີ 7 ເມສານີ້, ໄດ້ຮັບຮອງມະຕິວ່າດ້ວຍການລະງັບຖານະການເປັນສະມາຊິກສະພາສິດທິມະນຸດຂອງຣັດເຊຍເປັນການຊົ່ວຄາວດ້ວຍຄະແນນສຽງເຫັນດີ 93 ສຽງ, ຄັດຄ້ານ 24 ສຽງແລະບ່ອນອອກສຽງ 58 ສຽງ. ຈີນ, ລາວ, ຫວຽດນາມ, ອານເຊລີແລະປະເທດອື່ນໆໄດ້ອອກສຽງຄັດຄ້ານ.

ທີ່ຈິງແລ້ວ, ຂະບວນການຮ່າງມະຕິດັ່ງກ່າວບໍ່ໄດ້ເຮັດແບບເປີດເຜີຍແລະບໍ່ໂປ່ງໃສ, ທັງບໍ່ໄດ້ດຳເນີນການປຶກສາຫາລືແບບຄົບຄະນະຄືທີ່ເຄີຍໄດ້ເຮັດຜ່ານມາເພື່ອຮັບຟັງຄວາມຄິດເຫັນຢ່າງກວ້າງຂວາງ. ການກະທຳແບບນີ້, ພຽງແຕ່ຈະເພີ່ມຄວາມຂັດແຍ້ງກັນລະຫວ່າງປະເທດສະມາຊິກຕ່າງໆ, ແລະຈະເຮັດໃຫ້ຄວາມຂັດແຍ້ງກັນຮຸນແຮງຂຶ້ນ. ວັນທີ 8 ເມສານີ້, ທ່ານ ເອີໂວ ໂມຣະເລັສ ປະທານາທິບໍດີໂບລີວີໄດ້ລົງບົດຄວາມຢູ່ສື່ສັງຄົມອອນລາຍ, ເພື່ອກ່າວປະນາມຄວາມໜ້າຊື່ໃຈຄົດແລະການປະຕິບັດສອງມາດຕະຖານຂອງນາເມຣິກາ. ບົດຄວາມໄດ້ລະບຸວ່າ: “ການເຄື່ອນໄຫວລົງໂທດຂອງອາເມຣິກາແລະນາໂຕແບບນີ້ກໍເພື່ອບັງຄັບໃຫ້ປະເທດຕ່າງໆໃນໂລກເຂົ້າຮ່ວມວັດທະນະທຳການເມືອງຂອງເຂົາເຈົ້າທີ່ເຕັມໄປດ້ວຍການຮຸກຮານ, ເສຍຊີວິດແລະການແຂ່ງຂັນກຳລັງອາວຸດ, ນີ້ໄດ້ສະແດງໃຫ້ເຫັນເຖິງສອງມາດຕະຖານຂອງ ອາເມຣິກາຢ່າງເຕັມທີ່.”

ກ່ຽວກັບບັນຫາລະງັບຖານະການເປັນສະມາຊີກສະພາສິດທິມະນຸດອົງການສະຫະປະຊາຊາດຂອງຣັດເຊຍ, ອາເມຣິກາແລະປະເທດຕາເວັນຕົກຈຳນວນໜຶ່ງພັດມີຄວາມເຫັນທີ່ເປັນເອກະພາບກັນແທ້ໆ. ແຕ່ໃນການປ່ອນບັດທີ່ກ່ຽວພັນເຖິງຜົນປະໂຫຍດຂອງປະຊາຊົນສ່ວນຫຼາຍໃນໂລກ, ອາເມຣິກາພັດມີແນວຄິດທີ່ຕ່າງກັນກັບປະເທດສ່ວນຫຼາຍໃນໂລກ, ນີ້ເປັນເລື່ອງທີ່ເຫຼືອເຊື່ອເລີຍ.

ພວກເຮົາມາທົບທວນຄືນສະພາບການປ່ອນບັດຈຳນວນໜຶ່ງໃນປະຫວັດສາດຂອງອົງການສະຫະປະຊາຊາດຄື:

ວັນທີ 23 ມິຖຸນາປີ 2021, ສະມັດຊາໃຫຍ່ອົງການສະຫະປະຊາຊາດຄັ້ງທີ 29 ໄດ້ຮັບຮອງມະຕິ, ໂດຍຮຽກຮ້ອງໃຫ້ອາເມຣິກາຍົກເລີກການຂວ້ຳບາດແລະການລົງໂທດກູບາທາງດ້ານເສດຖະກິດ,  ມີ 184 ປະເທດໃນໂລກລວມທັງປະເທດຈີນໄດ້ລົງຄະແນນສຽງເຫັນດີກ່ຽວກັບມະຕິດັ່ງກ່າວ, ມີແຕ່ອາເມຣິກາແລະອິສຣາແອນເທົ່ານັ້ນທີ່ລົງຄະແນນສຽງຄັດຄ້ານ.

ວັນທີ 16 ທັນວາປີ 2021, ສະມັດຊາໃຫຍ່ອົງການສະຫະປະຊາຊາດໄດ້ຮັບຮອງມະຕິສະບັບໜຶ່ງກ່ຽວກັບການກ່າວປະນາມລັດທິນາຊີ, ລັດທິນາຊີໃໝ່ແລະລັດທິຈຳແນກເຊື້ອຊາດຜີວພັນທຸກຮູບແບບ, ມີແຕ່ອາເມຣິກາແລະອູແກຼນເທົ່ານັ້ນທີ່ລົງຄະແນນສຽງຄັດຄ້ານ.

ເລື່ອງເຫຼົ່ານີ້ໄດ້ສະແດງໃຫ້ເຫັນວ່າ: ພາຍໃຕ້ຄຳຂວັນ “ອາເມຣິກາຕ້ອງມາກ່ອນ”, “ກົດລະບຽບສາກົນ” ອັນໃດທີ່ຖືກກັບຄວາມຕ້ອງການຂອງອາເມຣິກາ, ອາເມຣິກາກໍຮັບເອົາ, ຖ້າບໍ່ຖືກກັບຄວາມຕ້ອງການຂອງອາເມຣິກາ, ອາເມຣິກາປະຕິເສດບໍ່ຍອມຮັບກົດລະບຽບນັ້ນ, ຍິ່ງໄປກວ່ານັ້ນ, ອາເມຣິກາຍັງໄດ້ຖືກົດໝາຍຂອງປະເທດຕົນເໜືອກວ່າກົດໝາຍສາກົນ. ເພື່ອຮັກສາຜົນປະໂຫຍດແລະຖານະເປັນປະເທດເຈົ້າອຳນາດຂອງອາເມຣິກາ, ອາເມຣິກາໄດ້ໃຊ້ກຳລັງບີບບັງຄັບປະເທດພັນທະມິດຕາມລຳພັງໃຈ, ຂົ່ມຂູ່ປະເທດນ້ອຍພ້ອມທັງຫຼອກລໍ້ຈອບອອຍດ້ວຍຜົນປະໂຫຍດເລັກໆນ້ອຍໆ, ເພື່ອຮ່ວມກັນສະກັດກັ້ນການພັດທະນາຂອງປະເທດອື່ນໆ. ເທື່ອນີ້ສະມັດຊາໃຫຍ່ອົງການສະຫະປະຊາຊາດຮັບຮອງມະຕິດັ່ງກ່າວທີ່ນຳໂດຍອາເມຣິກາແລະປະເທດຕາເວັນຕົກລະງັບຖານະການເປັນສະມາຊິກສະພາສິດທິມະນຸດຂອງຣັດເຊຍເປັນການຊົ່ວຄາວ, ສາເຫດທີ່ແທ້ຈິງກໍແມ່ນເກີດຈາກນະໂຍບາຍ “ອາເມຣິກາຕ້ອງມາກ່ອນ.” ນັ້ນເອງ.