ທ່ານສີຈິ້ນຜິງສຳຫຼວດກວດກາວຽກງານຢູ່ນະຄອນສ່ານຢ້າແຂວງໄຫຫຼຳ

2022-04-11 15:37:46 CRI

   ຕອນບ່າຍວັນທີ 10 ເມສາ2022, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເດີນທາງໄປນະຄອນສ່ານຢ້າແຂວງໄຫຫຼຳ, ແລະໄດ້ສຳຫຼວດກວດກາວຽກງານຢູ່ຫ້ອງທົດລອງແນວພັນພືດຢ່າໂຈ່ວ່ານ, ສະຖາບັນຄົ້ນຄວ້າທະເລສ່ານຢ້າມະຫາວິທະຍາໄລທະເລຈີນ, ເພື່ອຮັບຮູ້ສະພາບການທີ່ແຂວງໄຫຫຼຳສະໜັບສະໜູນການປະດິດສ້າງໃໝ່ດ້ານຂະແໜງການແນວພັນພືດ, ການພັດທະນາວິທະຍາສາດເຕັກນິກທາງທະເລ ແລະອື່ນໆ.