ທ່ານສີຈິ້ນຜິງພົບປະກັບຜູ້ນຳສະຫະພາບເອີຣົບ ໂດຍໄດ້ກ່າວເນັ້ນໜັກເຖິງ 4 ຄຳສັບທີ່ສຳຄັນ

2022-04-11 09:41:17 cri





 

ຕອນຄ່ຳວັນທີ 1 ເມສານີ້, ຢູ່ນະຄອນຫຼວງປັກກິ່ງ, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານ ຊາເລັສ ມີແຊວ ປະທານສະພາມົນຕີເອີຣົບ ແລະ ທ່ານນາງ ອູຊູລາ ວອນເດີເລເອັນ ປະທານຄະນະກຳມາທິການສະຫະພາບເອີຣົບຜ່ານທາງວິດີໂອ.

 

ນີ້ແມ່ນສອງຝ່າຍພົບປະກັນຜ່ານທາງວີດີໂອອີກເທື່ອໜຶ່ງໃນຮອບ 15 ເດືອນຜ່ານມາ.

 

ໃນການພົບປະຄັ້ງນີ້ໄດ້ກ່າວເຖິງຫຍັງແດ່? ໄດ້ຮັບໝາກຜົນຫຍັງແດ່? ພວກເຮົາ ສະຫຼຸບໄດ້ 4 ຄຳສັບທີ່ສຳຄັນດັ່ງນີ້:

 

ຄຳສັບສຳຄັນທີ 1: ກົງໄປກົງມາ

 

ວັນທີ 1 ເມສາປີ 2014, ທ່ານສີຈິ້ນຜິງໄດ້ໄປຢ້ຽມຢາມສຳນັກງານໃຫຍ່ຂອງສະຫະພາບເອີຣົບ, ພ້ອມທັງໄດ້ກ່າວປາຖະກະຖາຢູ່ມະຫາວິທະຍາໄລ.

 

ຫຼັງຈາກນັ້ນ 8 ປີ, ເມື່ອເວົ້າເຖິງເລື່ອງອະດີດໃນການພົບປະທາງວີດີໂອຄັ້ງນີ້, ທ່ານກ່າວວ່າ, ເມື່ອ 8 ປີກ່ອນ, ຂ້າພະເຈົ້າໄດ້ໄປຢ້ຽມຢາມສຳນັກງານໃຫຍ່ສະຫະພາບເອີຣົບ, ໂດຍໄດ້ສະເໜີວ່າ ຈີນຍິນດີຮ່ວມກັບເອີຣົບ, ສ້າງຂົວແຫ່ງມິດຕະພາບ ແລະ ການຮ່ວມມືຢູ່ແຜ່ນດິນໃຫຍ່ອາຊີ-ເອີຣົບ, ສ້າງການພົວພັນຄູ່ຮ່ວມມື 4 ດ້ານ ຄື: ສັນຕິພາບ, ການເຕີບໂຕ, ການປະຕິຮູບ ແລະ ອະລິຍະທຳລະຫວ່າງຈີນ ແລະ ເອີຣົບ, ສ້າງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຈີນ-ເອີຣົບທີ່ມີອິດທິພົນຫຼາຍກວ່າເກົ່າຢູ່ໃນໂລກ. ມາຮອດປັດຈຸບັນ, ວິໄສທັດນີ້ຂອງຈີນບໍ່ໄດ້ມີການປ່ຽນແປງຈັກເທື່ອ, ແລະຍິ່ງມີຄວາມໝາຍຕົວຈິງໃນສະພາບການປັດຈຸບັນ.

 

ຄວາມຈິງໄດ້ພິສູດໃຫ້ເຫັນວ່າ, ຈີນ ແລະ ສະຫະພາບເອີຣົບມີແຕ່ຮ່ວມມື ແລະ ປະສານງານກັນເທົ່ານັ້ນຈຶ່ງສາມາດແກ້ໄຂບັນຫາ ແລະ ຮັບມືກັບສິ່ງທ້າທາຍໄດ້. ໂດຍສະເພາະແມ່ນໃນສະພາບການທີ່ພະຍາດໂຄວິດ-19 ພວມແຜ່ລະບາດຢ່າງຮ້າຍແຮງ, ເສດຖະກິດໂລກຟື້ນຄືນຢ່າງຫຍຸ້ງຍາກລຳບາກ, ວິກິດການອູແກຼນເກີດຂຶ້ນຕາມມາພາຍຫຼັງ, ເຊິ່ງລ້ວນແຕ່ຕ້ອງການໃຫ້ຈີນ ແລະ ສະຫະພາບເອີຣົບເພີ່ມທະວີການແລກປ່ຽນຄວາມຄິດເຫັນກັນກ່ຽວກັບບັນຫາທີ່ສຳຄັນ ແລະ ເສີມຂະຫຍາຍບົດບາດທີ່ມີລັກສະນະສ້າງສັນ.

 

ທ່ານ ຊາເລັສ ມີແຊວ ແລະ ທ່ານນາງ ອູຊູລາ ວອນເດີເລເອັນຕ່າງກໍກ່າວວ່າ, ສະຫະພາບເອີຣົບ “ຫວັງຢາກແລກປ່ຽນກັບຈີນຢ່າງກົງໄປກົງມາ, ສືບຕໍ່ຮັກສາທ່ວງທ່າທີ່ດີໃນການຂະຫຍາຍການພົວພັນເອີຣົບ-ຈີນ”.

 

ຂໍແຕ່ປະຕິບັດຕໍ່ກັນຢ່າງກົງໄປກົງມາ, ເພີ່ມທະວີຄວາມເຂົ້າໃຈ ແລະໄວ້ເນື້ອເຊື່ອໃຈກັນ, ການສົນທະນາ ແລະ ການຮ່ວມມືຍັງຄົງເປັນດ້ານຫຼັກໃນການພົວພັນຈີນ-ເອີຣົບ, ຕ່າງຝ່າຍຕ່າງມີຜົນປະໂຫຍດຍັງຄົງເປັນທຳນອງຫຼັກໃນການຮ່ວມມືຈີນ-ເອີຣົບ.

 

ຄຳສັບສຳຄັນທີ 2: ສະຖຽນລະພາບ

 

ໃນການພົບປະທາງວີດີໂອທີ່ຈັດຂຶ້ນເມື່ອວັນທີ 1 ເມສານີ້, ທ່ານສີຈິ້ນຜິງກ່າວວ່າ, ຈີນ ແລະ ສະຫະພາບເອີຣົບຄວນເປັນ 2 ກຳລັງສຳຄັນທີ່ຮັກສາສັນຕິພາບຂອງໂລກ, ເປັນ 2 ຕະຫຼາດໃຫຍ່ທີ່ຊຸກຍູ້ການພັດທະນາຮ່ວມກັນ ແລະ ເປັນ2 ອະລິຍະທຳທີ່ຊຸກຍູ້ຄວາມກ້າວໜ້າຂອງມວນມະນຸດ, ເພື່ອຮັບມືກັບສິ່ງທ້າທາຍຂອງໂລກດ້ວຍຄວາມສາມັກຄີ ແລະ ປະສານງານກັນລະຫວ່າງຈີນ-ເອີຣົບ. ຈຸດຢືນເຫຼົ່ານີ້ ລ້ວນແຕ່ຊີ້ໄປເຖິງຄຳສັບໜຶ່ງທີ່ສຳຄັນ ຄື: ສະຖຽນລະພາບ.

 

ວິກິດການອູແກຼນທີ່ພວມເກີດຂຶ້ນໃນປັດຈຸບັນນີ້ເຮັດໃຫ້ເອີຣົບປະເຊີນໜ້າກັບວິກິດການທີ່ໜັກໜ່ວງທີ່ສຸດນັບຕັ້ງແຕ່ສົງຄາມໂລກຄັ້ງທີ 2 ເປັນຕົ້ນມາ, ໂດຍໄດ້ນຳເອົາເງົາມືດແຫ່ງສົງຄາມມາໃຫ້ກັບທົ່ວໂລກ.

 

ທ່ານສີຈິ້ນຜິງໄດ້ບັນຍາຍຄວາມເຫັນ 4 ຂໍ້ກ່ຽວກັບການແກ້ໄຂວິກິດການອູແກຼນພາຍໃຕ້ສະພາບການປັດຈຸບັນ, ໃນນັ້ນ ຂໍ້ທຳອິດແມ່ນ ຕ້ອງຍຶດໝັ້ນການຊຸກຍູ້ການເຈລະຈາສັນຕິພາບ. ທ່ານກ່າວເນັ້ນໜັກວ່າ: ການເຈລະຈາສັນຕິພາບແມ່ນຊ່ອງທາງພຽງໜຶ່ງດຽວທີ່ເປັນໄປໄດ້ເພື່ອຫຼີກລ່ຽງບໍ່ໃຫ້ສະຖາສະການເຄັ່ງຕຶງຂຶ້ນຕື່ມ. ປະຊາຄົມໂລກຕ້ອງສືບຕໍ່ສ້າງເງື່ອນໄຂ ແລະ ສະພາບແວດລ້ອມໃຫ້ແກ່ຂະບວນການເຈລະຈາລະຫວ່າງຣັດເຊຍ ແລະ ອູແກຼນ, ເປີດໂອກາດໃຫ້ແກ່ການແກ້ໄຂບັນຫາດ້ວຍວິທີທາງການເມືອງ, ບໍ່ຄວນຍຸແຍ່ໃຫ້ຄວາມຂັດແຍ້ງກັນຮຸນແຮງຂຶ້ນຕື່ມອີກ.

 

ທ່ານຊີ້ອອກວ່າ, ກົກເຫງົ້າຂອງວິກິດການອູແກຼນແມ່ນເກີດຂຶ້ນຍ້ອນຄວາມຂັດແຍ້ງດ້ານຄວາມໝັ້ນຄົງຂອງພາກພື້ນທີ່ສະສົມມາເປັນເວລາຍາວນານຢູ່ເອີຣົບ, ສຳລັບວິທີແກ້ໄຂຂັ້ນກົກຮາກນັ້ນແມ່ນ ພິຈາລະນາຄວາມເປັນຫ່ວງຕໍ່ກັບຄວາມໝັ້ນຄົງຢ່າງສົມເຫດສົມຜົນຂອງຝ່າຍຕ່າງໆທີ່ກ່ຽວຂ້ອງ, ບໍ່ຄວນໃຊ້ແນວຄິດສົງຄາມເຢັນມາສ້າງຂອບຄວາມໝັ້ນຄົງຂອງໂລກ ແລະ ພາກພື້ນ.

 

 

ຄຳສັບສຳຄັນທີ 3: ເປັນເຈົ້າຕົນເອງ

 

ໃນການພົບປະທາງວີດີໂອຄັ້ງນີ້, ທ່ານສີຈິ້ນຜິງໄດ້ເວົ້າເຖິງຄຳສັບທີ່ວ່າ “ເປັນເຈົ້າຕົນເອງ” ຢ່າງໜ້ອຍ 4 ເທື່ອ. ທ່ານກ່າວເນັ້ນໜັກວ່າ: “ຫວັງວ່າ ສະຫະພາບເອີຣົບຈະມີຄວາມຮັບຮູ້ກ່ຽວກັບຈີນຢ່າງເປັນເຈົ້າຕົນເອງ, ແລະປະຕິບັດນະ ໂຍບາຍຕໍ່ກັບຈີນຢ່າງເປັນເຈົ້າຕົນເອງ.”

 

ຖ້າຢາກບັນລຸ “ຄວາມເປັນເຈົ້າຕົນເອງດ້ານຍຸດທະສາດ” ຢ່າງແທ້ຈິງ, ກໍຕ້ອງຫຼຸດພົ້ນອອກຈາກແນວຄິດທີ່ເດີນໄປຕາມຫຼັງຜູ້ອື່ນຢູ່ຕະຫຼອດ, ແລະບໍ່ຄວນໄປຕາມຈັງຫວະທີ່ຍຸແຍ່ໂດຍຜູ້ອື່ນ.

 

ຫວ່າງບໍ່ດົນມານີ້, ໃນເວລາພົບປະກັບທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາຜ່ານທາງວີດີໂອ, ທ່ານສີຈິ້ນຜິງໄດ້ສະເໜີຫຼັກການສຳຄັນຈຳນວນໜຶ່ງຂອງຈີນໃນການແກ້ໄຂວິກິດການອູແກຼນ, ໃນນັ້ນຂໍ້ໜຶ່ງທີ່ສຳຄັນຄື :“ເລີ່ມຈາກຄວາມຖືກຜິດຂອງເຫດການ, ທຳການຕັດສິນຢ່າງເປັນເອກະລາດ ແລະ ເປັນເຈົ້າຕົນເອງ.” ໃນການພົບປະທາງວີດີໂອເມື່ອວັນທີ 1 ເມສານີ້, ທ່ານສີຈິ້ນຜິງໄດ້ກ່າວຢ້ຳເຖິງຫຼັກການດັ່ງກ່າວ.

 

ຄຳສັບສຳຄັນທີ 4: ໃຈເຢັນ

 

ໃນການພົບປະທາງວີດີໂອເມື່ອວັນທີ 1 ເມສານີ້, ທ່ານສີຈິ້ນຜິງຊີ້ໃຫ້ເຫັນອີກເທື່ອໜຶ່ງວ່າ: ຍິ່ງໃນຂະນະທີ່ຂ້ຽວຂາດ, ຍິ່ງຕ້ອງຮັກສາຄວາມໃຈເຢັນ ແລະຄວາມທຸ່ນທ່ຽງ. ຕ້ອງແກ້ໄຂວິກິດການອູແກຼນຢ່າງເໝາະສົມ, ແຕ່ບໍ່ຄວນຟ້າວຟັ່ງເຮັດໄປທົ່ວທີບ, ບໍ່ຄວນແກ້ໄຂພຽງແຕ່ຈຸດໜຶ່ງຈຸດດຽວ ແຕ່ບໍ່ພິຈາລະນາເຖິງດ້ານອື່ນ, ບໍ່ຄວນຜູກມັດທົ່ວໂລກເຂົ້າໃສ່ບັນຫານີ້, ຍິ່ງບໍ່ຄວນໃຫ້ປະຊາຊົນບັນດາປະເທດປະສົບຜົນກະທົບຢ່າງໜັກໜ່ວງໃນບັນຫານີ້.

 

“ບໍ່ຄວນກະທົບເຖິງລະບົບເສດຖະກິດໂລກທີ່ມີຢູ່ໃນປັດຈຸບັນຢ່າງງ່າຍດາຍ, ຍິ່ງບໍ່ຄວນຫັນເອົາເສດຖະກິດໂລກເປັນບັນຫາການເມືອງ ເປັນເຄື່ອງມື ແລະ ໃຊ້ເປັນອາວຸດ, ຈົນພາໃຫ້ເກີດວິກິດການອັນຮ້າຍແຮງໃນຂົງເຂດການເງິນ, ການຄ້າ, ພະລັງງານ, ວິທະຍາສາດເຕັກນິກ, ສະບຽງອາຫານ, ຕ່ອງໂສ້ອຸດສາຫະກຳ, ຕ່ອງໂສ້ການສະໜອງ ແລະ ອື່ນໆ.”

 

ເມື່ອຫວນຄືນເຖິງສະພາບການທີ່ທ່ານສີຈິ້ນຜິງກ່າວປາຖະກະຖາຢູ່ມະຫາວິທະຍາໄລເອີຣົບເມື່ອ 8 ປີກ່ອນ, ທ່ານຈະໄດ້ເຫັນວ່າ, ມີສຽງຊະນິດໜຶ່ງສາມາດຜ່ານຊອດການເວລາໄດ້.

 

ໃນເວລານັ້ນ, ທ່ານສີຈິ້ນຜິງກ່າວວ່າ: “ຈີນຍິນດີຮ່ວມກັບສະຫະພາບເອີຣົບ, ເຮັດໃຫ້ແສງສະຫວ່າງແຫ່ງສັນຕິພາບຂັບໄລ່ເງົາມືດແຫ່ງສົງຄາມ, ເຮັດໃຫ້ແປວໄຟແຫ່ງຄວາມສິວິໄລນຳເອົາຄວາມອົບອຸ່ນມາສູ່ເສດຖະກິດໂລກ, ຊຸກຍູ້ໃຫ້ມວນມະນຸດກ້າວເດີນໄປສູ່ເສັ້ນທາງທີ່ພັດທະນາໂດຍສັນຕິ ແລະ ຮ່ວມມືກັນແບບຕ່າງຝ່າຍຕ່າງມີຜົນປະໂຫຍດ.”