ຢູ່ແຫ່ງຕ່າງໆຂອງມຽນມາໄດ້ເກີດເຫດລະເບີດແຕກແລະຍິງກັນ10ກວ່າເທື່ອ

2022-04-12 15:45:57 cri

ໃນວັນທີ10ແລະວັນທີ11ເມສານີ້, ຢູ່ແຫ່ງຕ່າງໆຂອງມຽນມາໄດ້ເກີດເຫດລະເບີດແຕກແລະຍິງກັນ10ກວ່າເທື່ອ ເຮັດໃຫ້ຫຼາຍສິບຄົນໄດ້ຮັບບາດເຈັບແລະເສຍຊີວິດ.

ວັນທີ10ເມສານີ້,ຢູ່ນະຄອນຢາງກຸ້ງ,ແຂວງແມກວີ,ແຂວງຕະນິນທາຢີແລະລັດຄະຊິນໄດ້ເກີດເຫດລະເບີດແຕກຕາມລຳດັບ,ເຮັດໃຫ້ຫຼາຍຄົນໄດ້ຮັບບາດເຈັບ.

ໃນຕອນເຊົ້າວັນທີ11ເມສານີ້,ຢູ່ລັດມອນ ມີຄ້າຍທະຫານແຫ່ງໜຶ່ງຖືກຫຼອນໂຈມຕີດ້ວຍລະເບີດ ເຮັດໃຫ້ສອງຄົນເສຍຊີວິດ ແລະຫຼາຍຄົນໄດ້ຮັບບາດເຈັບ; ໃນເວລາ6ໂມງ40ນາທີຂອງມື້ດຽວກັນ,ລົດທະຫານຫຼາຍຄັນໄດ້ຖືກຫຼອນໂຈມຕີດ້ວຍລະເບີດຢູ່ທາງດ່ວນຢາງກຸ້ງຫາມັນດາເລ; ໃນເວລາ8ໂມງ30ນາທີຂອງມື້ດຽວກັນ,ຢູ່ມັນດາເລ ເມືອງໃຫຍ່ອັນດັບສອງຂອງມຽນມາໄດ້ເກີດເຫດລະເບີດແຕກຢູ່ຕາມຫົນທາງ,8ຄົນໄດ້ຮັບບາດເຈັບ,ລົດຄັນໜຶ່ງຖືກລະເບີດທຳລາຍຢ່າງໜັກໜ່ວງ.

   ປັດຈຸບັນ,ມີກຸ່ມປະກອບອາວຸດຕ້ານກອງທັບມຽນມາຫຼາຍກຸ່ມອອກມາກ່າວຄວາມຮັບຜິດຊອບຕໍ່ການຫຼອນໂຈມຕີເຫຼົ່ານີ້.