ພາຍຸ“ເມຈີ”ເຮັດໃຫ້ປະຊາຊົນຟິລິບປິນໄດ້ຮັບຜົນກະທົບຫຼາຍກວ່າ130ພັນຄົນ

2022-04-12 15:40:23 cri

ວັນທີ11ເມສານີ້,ຄະນະກຳມະການຫຼຸດຜ່ອນໄພທຳມະຊາດແຫ່ງຊາດຟິລິບປິນເປີດເຜີຍໃຫ້ຮູ້ວ່າ: ພາຍຸ“ເມຈີ”ໄດ້ເຮັດໃຫ້ປະຊາຊົນຟິລິບປິນເສຍຊີວິດຢ່າງໜ້ອຍ24ຄົນ, ໄດ້ຮັບຜົນກະທົບປະມານ 130.000 ຄົນ, ປະຊາຊົນ 3.000 ຄົນຖືກສົ່ງໄປສະຖານທີ່ປອດໄພ.

ຄະນະກຳມະການດັ່ງກ່າວເຜີຍໃຫ້ຮູ້ວ່າ: ຢູ່ເຂດ ວິຊາຢັສ, ພາກເໜືອຂອງເກາະມີນດານາວ ແລະເຂດອື່ນໆຂອງຟິລິບປິນ ລວມແລ້ວມີ15ຕົວເມືອງບໍ່ມີໄຟຟ້າໃຊ້; ມີ2ຕົວເມືອງບໍ່ມີນ້ຳປະປາໃຊ້,ປັດຈຸບັນຍັງບໍ່ສາມາດຟື້ນຟູໄດ້ເທື່ອ; ທ່າເຮືອ38ແຫ່ງຢຸດໃຫ້ບໍລິການການ,ຈົນຮອດປັດຈຸບັນກໍຍັງບໍ່ສາມາດເປີດຄືນໄດ້ເທື່ອ; ມີໂຮງຮຽນ62ແຫ່ງຕ້ອງຢຸດການຮຽນ.

   ມື້ດຽວກັນ ກະຊວງຖະແຫຼງຂ່າວຟິລິບປິນກໍລາຍງານວ່າ: ລັດຖະບານພວມໃຊ້ມາດຕະການຢ່າງຕັ້ງໜ້າ ເພື່ອໃຫ້ການຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບແລະນັກທ່ອງທ່ຽວທີ່ຄ້າງຢູ່ທ່າເຮືອຕ່າງໆ.