ໄພເງິນເຟີ້ ແລະພະຍາດໂຄວິດ-19 ເປັນໄພຂົ່ມຂູ່ຕໍ່ເສດຖະກິດໄທ

2022-04-12 09:55:03 cri

ຕົວເລກຂໍ້ມູນຫຼ້າສຸດຂອງກະຊວງການຄ້າໄທສະແດງໃຫ້ເຫັນວ່າ: ເດືອນມີນາປີນີ້, ດັດຊະນີລາຄາຜູ້ບໍລິໂພກ ຫຼື CPI ຂອງໄທ ໄດ້ເພີ່ມຂຶ້ນ 5,73% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້, ແລະເປັນລະດັບການເພີ່ມຂຶ້ນຫຼາຍທີ່ສຸດນັບແຕ່ເດືອນກັນຍາປີ 2008 ເປັນຕົ້ນມາ.

ທະນາຄານກາງຂອງໄທແຈ້ງໃຫ້ຊາບວ່າ: ຍ້ອນວ່າຫຼາຍປະເທດໄດ້ລົງໂທດຣັດເຊຍ, ເຮັດໃຫ້ລາຄາພະລັງງານ ແລະ ສິນຄ້າລາຍໃຫຍ່ໃນສາກົນຖີບຕົວສູງຂຶ້ນ, ສະນັ້ນ, ລະດັບໄພເງິນເຟີ້ຂອງໄທໃນປີນີ້ ຈະສູງກວ່າເປົ້າໝາຍທີ່ຄາດໄວ້ລ່ວງໜ້າ, ແຕ່ທະນາຄານກາງຍັງຕັດສິນໃຈວ່າ ຈະຮັກສາອັດຕາດອກເບ້ຍພື້ນຖານໃຫ້ມີຄວາມໝັ້ນທ່ຽງ ເພື່ອສະໜັບສະໜູນການຟື້ນຟູເສດຖະກິດພາຍໃນປະເທດ.

ນ້ຳມັນເຊື້ອໄຟປະມານ 90% ຂອງໄທ ແມ່ນຕ້ອງນຳເຂົ້າ, ລາຄານ້ຳມັນເຊື້ອໄຟຖີບຕົວສູງຂຶ້ນຢ່າງຫຼວງຫຼາຍ ຈະເປັນສິ່ງຂັດຂວາງການຟື້ນຟູເສດຖະກິດຂອງໄທ, ໂດຍຈະເຮັດໃຫ້ໄພເງິນເຟີ້ຮຸນແຮງຂຶ້ນ ແລະ ລວມຍອດຜະລິດຕະພັນພາຍໃນ ຫຼື GDP ເພີ່ມຂຶ້ນຊ້າລົງ.

ເນື່ອງຈາກວ່າປະເທດໄທ ແມ່ນກຸ່ມເສດຖະກິດທີ່ໃຫຍ່ອັນດັບ 2 ຂອງພາກພື້ນອາຊີຕາເວັນອອກສຽງໃຕ້, ເມື່ອໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19, ເສດຖະກິດໄທທີ່ອາໄສຂະແໜງການທ່ອງທ່ຽວຢ່າງຫຼວງຫຼາຍນັ້ນ ໄດ້ຫຼຸດຕ່ຳລົງ 6,2% ໃນປີ 2020, ສ່ວນປີ 2021 ໄດ້ເພີ່ມຂຶ້ນ 1,6%.