ທ່ານສີຈິ້ນຜິງເຄື່ອນໄຫວຢ້ຽມຢາມຊ່ານຢ້າແຂວງໄຫຫຼຳຕົ້ນຕໍແມ່ນສຸມໃສ່ສອງວຽກງານໃຫຍ່ຂອງຊາດ

2022-04-12 20:47:37 cri

ວັນທີ10ເມສາປີ2022, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເດີນທາງໄປນະຄອນຊ່ານຢ້າແຂວງໄຫຫຼຳ ເພື່ອເລີ່ມດຳເນີນການສຳຫຼວດກວດກາວຽກງານພາຍໃນປະເທດເປັນເທື່ອທີ 3 ຂອງປີນີ້. ນັບແຕ່ກອງປະຊຸມໃຫຍ່ຂອງພັກກອມມູນິດຈີນຄັ້ງທີ 18 ເປັນຕົ້ນມາ, ທ່ານສີຈິ້ນຜິງ ໄດ້ເດີນທາງໄປສຳຫຼວດກວດກາວຽກງານຢູ່ແຂວງໄຫຫຼຳ 3 ເທື່ອ, ແຕ່ລະເທື່ອ,ເພິ່ນກໍໄດ້ໄປຢ້ຽມຢາມນະຄອນຊ່ານຢ້າ ທີ່ຢູ່ສົ້ນໃຕ້ສຸດຂອງເກາະໄຫຫຼຳ. ສ່ວນການຢ້ຽມຢາມນະຄອນຊ່ານຢ້າເທື່ອນີ້, ທ່ານສີຈິ້ນຜິງຕົ້ນຕໍໄດ້ໄປຢ້ຽມຢາມຫົວໜ່ວຍຄົ້ນຄວ້າວິທະຍາສາດສອງແຫ່ງ ໂດຍໄດ້ເອົາໃຈໃສ່ ແນວພັນພືດ ແລະທະເລ ເຊິ່ງເປັນສອງວຽກງານໃຫຍ່ທີ່ມີຄວາມໝາຍຍຸດທະສາດ.

 



ໃນການສຳຫຼວດກວດກາວຽກງານໃນຕອນບ່າຍວັນທີ 10 ເມສານີ້, ກ່ອນອື່ນ, ທ່ານສີຈິ້ນຜິງໄດ້ເດີນທາງໄປເຖິງຫ້ອງທົດລອງແນວພັນພືດອ່າວຢາໂຈ່ວ ທີ່ຕັ້ງຢູ່ເຂດນິຄົມວິທະຍາສາດເຕັກໂນໂລຊີອ່າວຢາໂຈ່ວ ທາງພາກຕາເວັນຕົກຂອງນະຄອນຊ່ານຢ້າ ເພື່ອຮັບຮູ້ສະພາບການກ່ຽວກັບແຂວງໄຫຫຼຳສະໜັບສະໜູນການປະດິດສ້າງຂອງຂະແໜງການແນວພັນພືດແລະອື່ນໆ.

 

ຫ້ອງທົດລອງແນວພັນພືດອ່າວຢາໂຈ່ວສ້າງຕັ້ງຂຶ້ນເມື່ອເດືອນພຶດສະພາປີ2021ຜ່ານມາ, ໂດຍອີງອາໃສແລະຮັບໃຊ້ສູນຄົ້ນຄວ້າວິທະຍາສາດດ້ານການບົ່ມເພາະແນວພັນພືດນານຟານແຫ່ງຊາດ, ເພື່ອສຸມກຳລັງເຂົ້າໃນການພັດທະນາຂົງເຂດຕ່າງໆເຊັ່ນ: ການປະດິດສ້າງ ວິທະຍາສາດເຕັກໂນໂລຊີດ້ານແນວພັນພືດ,ການພັດທະນາຂະແໜງການແນວພັນພືດດ້ວຍຄຸນນະພາບສູງແລະອື່ນໆ.

 

ແຂວງໄຫຫຼຳເປັນຖານການບົ່ມເພາະແນວພັນພືດກະສິກຳທີ່ສຳຄັນຂອງຈີນ. ໃນລະຫວ່າງລະດູໜາວຫາລະດູໃບໄມ້ປົ່ງຂອງແຕ່ລະປີ, ນັກວິທະຍາສາດແລະນັກວິຊາການນັບເປັນພັນຄົນໄດ້ເດີນທາງຈາກແຫ່ງຕ່າງໆໃນທົ່ວປະເທດຈີນໄປດຳເນີນການບົ່ມເພາະ ແລະຜະລິດແນວພັນພືດຢູ່ສູນຄົ້ນຄວ້າວິທະຍາສາດດ້ານການບົ່ມເພາະແນວພັນພືດນານຟານ, ອີງຕາມສະຖິຕິ, ມີແນວພັນພືດກະສິກຳສຳຄັນຊະນິດໃໝ່ຫຼາຍກວ່າ 20.000 ຊະນິດແມ່ນໄດ້ຜ່ານການປັບປຸງແລະເພາະພັນຢູ່ສູນຄົ້ນຄວ້າວິທະຍາສາດນານຟານ ເຊິ່ງໄດ້ກວມແນວພັນພືດທີ່ບົ່ມເພາະໃໝ່ຂອງທົ່ວປະເທດຈີນຫຼາຍກວ່າ 70%.

 


ພະນັກງານກຳລັງເຮັດວຽກໃນຫ້ອງທົດລອງແນວພັນພືດອ່າວຢາໂຈ່ວ

ໃນການໄປຢ້ຽມຢາມນະຄອນຊ່ານຢ້າຄັ້ງຜ່ານມາ ທ່ານສີຈິ້ນຜິງໄດ້ເອົາໃຈໃສ່ບັນຫາແນວພັນພືດເປັນການສະເພາະຄື ໃນຕອນບ່າຍວັນທີ 12 ເມສາປີ2018, ທ່ານສີຈິ້ນຜິງໄດ້ໄປຢ້ຽມຢາມສູນຄົ້ນຄວ້າວິທະຍາສາດດ້ານການບົ່ມເພາະແນວພັນພືດນານຟານແຫ່ງຊາດຈີນ. ທ່ານກ່າວວ່າ: ຕ້ອງສ້າງສູນຄົ້ນຄວ້າວິທະຍາສາດແຫ່ງນີ້ໃຫ້ເປັນ “ເຂດນິຄົມເຕັກນິກສູງຫຼື Silicon Valley ນານຟານ” ເພື່ອຮັບໃຊ້ທົ່ວປະເທດ. ຫຼັງຈາກນັ້ນ,  “ການຊຸກຍູ້ການສ້າງສູນຄົ້ນຄວ້າວິທະຍາສາດດ້ານການບົ່ມເພາະແນວພັນພືດນານຟານ” ແລະ “ການເລັ່ງລັດກໍ່ສ້າງ‘Silicon Valley ນານຟານ’”ໄດ້ຖືກກຳນົດເປັນເນື້ອໃນຂອງເອກະສານສູນກາງເລກ1ຂອງລັດຖະບານຈີນແລະພັກກອມມູນິດຈີນກ່ຽວກັບບັນຫາຊົນນະບົດສອງຄັ້ງ.

 


ແນວພັນພືດທີ່ວາງສະແດງໃນຫ້ອງທົດລອງແນວພັນພືດອ່າວຢາໂຈ່ວ



ຄັນຊັ້ນ, ແນວພັນພືດນ້ອຍໆ ມັນມີຄວາມສຳຄັນຄືແນວໃດ?

 

ວັນທີ 28 ທັນວາປີ2020, ທ່ານສີຈິ້ນຜິງໄດ້ກ່າວຢູ່ໃນກອງປະຊຸມວຽກງານຊົນນະບົດຂັ້ນສູນກາງວ່າ: “ຂ້າພະເຈົ້າໄດ້ຄົ້ນຄິດແລ້ວຄົ້ນຄິດອີກ ແລ້ວເຫັນວ່າ ມີຂໍ້ໜຶ່ງຕ້ອງຮັບຮູ້ຢ່າງຈະແຈ້ງຄື: ກ່ຽວກັບການຫັນກະສິກຳໃຫ້ເປັນທັນສະໄໝ, ແນວພັນພືດເປັນພື້ນຖານ.” “ອຸປະກອນອັນນັ້ນອັນນີ້, ເງື່ອນໄຂອັນນັ້ນອັນນີ້, ຫາກບໍ່ມີແນວພັນທີ່ດີ ກໍຍາກທີ່ຈະບັນລຸການຫັນກະສິກຳໃຫ້ເປັນທັນສະໄໝໄດ້.”

 

  ວັນທີ 11 ກັນຍາປີ2020, ທ່ານສີຈິ້ນຜິງໄດ້ຍົກໃຫ້ເຫັນໃນກອງປະຊຸມສົນທະນາກັບນັກວິທະຍາສາດວ່າ: ໃນດ້ານການພັດທະນາເສດຖະກິດສັງຄົມ, ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ແລະການກໍ່ສ້າງດ້ານການປ້ອງກັນຊາດຂອງຈີນໃນປັດຈຸບັນຍັງຄົງປະເຊີນກັບຫຼາຍບັນຫາຕົວຈິງທີ່ຕ້ອງແກ້ໄຂໃຫ້ໄດ້. ໃນນີ້, ຕົວຢ່າງໜຶ່ງທີ່ເພິ່ນຍົກໃຫ້ເຫັນກໍແມ່ນໃນດ້ານກະສິກຳ, ແນວພັນພືດຫຼາຍໆຊະນິດຍັງຄົງຕ້ອງເພິ່ງພາການນຳເຂົ້າຈາກຕ່າງປະເທດເປັນຈຳນວນຫຼວງຫຼາຍ.

 

 ເດືອນກໍລະກົດປີ2021ຜ່ານມາ, ກອງປະຊຸມຄະນະກຳມະການລົງເລິກການປະຕິຮູບຮອບດ້ານຂັ້ນສູນກາງຄັ້ງທີ 20 ໄດ້ຄົ້ນຄວ້າພິຈາລະນາແລະຮັບຮອງແຜນປະຕິບັດງານພັດທະນາຂະແໜງການແນວພັນພືດ. ທ່ານສີຈິ້ນຜິງໄດ້ກ່າວເນັ້ນໜັກໃນກອງປະຊຸມວ່າ: ຕ້ອງຍົກລະດັບຄວາມໝັ້ນຄົງດ້ານແຫຼ່ງແນວພັນພືດຂຶ້ນເປັນຍຸດທະສາດທີ່ຕິດພັນກັບຄວາມໝັ້ນຄົງແຫ່ງຊາດ.

 

 ໃນເວລາຢ້ຽມຢາມຫ້ອງທົດລອງແນວພັນພືດອ່າວຢາໂຈ່ວເທື່ອນີ້, ທ່ານສີຈິ້ນຜິງໄດ້ກ່າວເນັ້ນໜັກວ່າ: ແນວພັນພືດເປັນຂໍກຸນແຈແຫ່ງຄວາມໝັ້ນຄົງດ້ານສະບຽງອາຫານຂອງຈີນ. ມີພຽງແຕ່ກຳເອົາແນວພັນພືດຈີນໄວ້ໃນມືຂອງຕົນໃຫ້ແໜ້ນ, ຈີນຈິ່ງຈະສາມາດຈັບຖ້ວຍເຂົ້າໃຫ້ແໜ້ນໄດ້, ຈິ່ງຈະສາມາດບັນລຸຄວາມໝັ້ນຄົງດ້ານສະບຽງອາຫານໄດ້. ຄັນຢາກມີແຫຼ່ງແນວພັນພືດທີ່ເປັນເຈົ້າຕົນເອງ ແລະສາມາດຄວບຄຸມໄດ້, ວິທະຍາສາດເຕັກໂນໂລຊີດ້ານຂະແໜງການແນວພັນພືດກໍຕ້ອງເພິ່ງຕົນເອງແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ.

 

ນີ້ເປັນວຽກງານໃຫຍ່ທີ່ມີຄວາມໝາຍຍຸດທະສາດ, ຕ້ອງເສີມຂະຫຍາຍນ້ຳໃຈສູ້ຊົນຂອງຜູ້ເຮັດວຽກວິທະຍາສາດເຕັກໂນໂລຊີຮຸ່ນອາວຸໂສເຊັ່ນ: ທ່ານຢວນລົງຜິງ ແລະທ່ານອື່ນໆ, ບຸກບືນສູ້ຊົນຢ່າງບໍ່ລົດລະດ້ວຍຄວາມອົດທົນປານກັບການຜະລິດດາບວິເສດດວງໜຶ່ງທີ່ຕ້ອງໃຊ້ເວລາດົນເຖິງ10ປີ ເພື່ອພັດທະນາວຽກງານໃຫຍ່ວຽກນີ້ໃຫ້ດີ.

 



ຕອນບ່າຍວັນທີ 10 ເມສາ2022, ທ່ານສີຈິ້ນຜິງຍັງໄດ້ເດີນທາງໄປຢ້ຽມຢາມສະຖາບັນຄົ້ນຄວ້າທະເລຊ່ານຢ້າມະຫາວິທະຍາໄລທະເລຈີນ ເພື່ອຮັບຮູ້ສະພາບການພັດທະນາວິທະຍາສາດເຕັກໂນໂລຊີທາງດ້ານທະເລ ແລະອື່ນໆ. ນີ້ກໍແມ່ນວຽກງານໃຫຍ່ທີ່ມີຄວາມໝາຍຍຸດທະສາດຂອງປະເທດຊາດຈີນເຊັ່ນດຽວກັນ.

 


ສະຖາບັນຄົ້ນຄວ້າທະເລຊ່ານຢ້າມະຫາວິທະຍາໄລທະເລຈີນສ້າງຕັ້ງຂຶ້ນເມື່ອເດືອນພຶດສະພາປີ2019, ປັດຈຸບັນ, ທາງສະຖາບັນຕົ້ນຕໍໄດ້ດຳເນີນວຽກງານສອງດ້ານໃນການຄົ້ນຄວ້າທະເລເລິກ ຄື: ໜຶ່ງແມ່ນສ້າງຕັ້ງເຄືອຂ່າຍສັງເກດວັດແທກແບບສາມມິຕິທະເລຈີນໃຕ້, ສອງແມ່ນເປັນຜູ້ນຳພາສ້າງຕັ້ງສູນຖານຂໍ້ມູນໃຫຍ່ທະເລຈີນໃຕ້.

 

ໃນການຢ້ຽມຢາມນະຄອນຊ່ານຢ້າຄັ້ງຜ່ານມາ, ທ່ານສີຈິ້ນຜິງກໍໄດ້ເອົາໃຈໃສ່ບັນຫາວິທະຍາສາດເຕັກໂນໂລຊີທາງດ້ານທະເລເປັນການສະເພາະ.

 

ຕອນບ່າຍວັນທີ 12 ເມສາປີ2018, ທ່ານສີຈິ້ນຜິງໄດ້ເດີນທາງໄປຢ້ຽມຢາມສະຖາບັນຄົ້ນຄວ້າວິທະຍາສາດແລະວິສະວະກຳທະເລເລິກຂອງສະຖາບັນວິທະຍາສາດຈີນທີ່ຕັ້ງຢູ່ນະຄອນຊ່ານຢ້າແຂວງໄຫຫຼຳ, ເພື່ອສຳຫຼວດກວດກາສະພາບການປະດິດສ້າງດ້ານວິທະຍາສາດເຕັກໂນໂລຊີ.

 

ໃນມື້ນັ້ນ, ທ່ານສີຈິ້ນຜິງໄດ້ໂອ້ລົມສົນທະນາກັບທ່ານຫູເຈີ້ນ ຫົວໜ້າຊ່າງອອກແບບເຮືອດຳນ້ຳບັນທຸກຄົນ “ເສີ່ນໄຫຢົງຊື”ແປວ່າ ຜູ້ກ້າຫານໃນທະເລເລິກ, ພ້ອມດ້ວຍທີມງານຈຸເຮືອດຳນ້ຳ, ທ່ານກ່າວວ່າ: ປະເທດຈີນເປັນປະເທດໃຫຍ່ດ້ານທະເລ, ເຊິ່ງມີເນື້ອທີ່ທະເລອັນກວ້າງໃຫຍ່ໄພສານທີ່ສຸດ. ຕ້ອງບຸກບືນກ້າວໄປສູ່ທະເລ, ເລັ່ງລັດກໍ່ສ້າງປະເທດທີ່ເຂັ້ມແຂງດ້ານທະເລ.

 

ການເດີນທາງໄປສຳຫຼວດຄົ້ນຄວ້າວຽກງານຢູ່ນະຄອນຊ່ານຢ້າຂອງທ່ານສີຈິ້ນຜິງໃນສອງຄັ້ງຜ່ານມາໄດ້ປິ່ນອ້ອມສອງຫົວຂໍ້ຕົ້ນຕໍຄື “ແນວພັນພືດ” ແລະ “ທະເລ”ຢ່າງສະເໝີຕົ້ນສະເໝີປາຍ, ເຊິ່ງມີການພົວພັນທີ່ສະໜິດແໜ້ນໂດຍຕັດແຍກອອກຈາກທ່າແຮງດ້ານທີ່ຕັ້ງພູມສາດແລະຊັບພະຍາກອນຂອງແຂວງໄຫຫຼຳບໍ່ໄດ້.

 

ແຂວງໄຫຫຼຳບໍ່ພຽງແຕ່ເປັນ “Silicon Valleyຂະແໜງການແນວພັນພືດ” ແລະ “ແດນແຫ່ງການບົ່ມເພາະແນວພັນພືດ” ເທົ່ານັ້ນ, ຍັງໄດ້ຄຸ້ມຄອງທະເລທີ່ກວມເນື້ອທີ່ທະເລທັງໝົດຂອງທົ່ວປະເທດ ຈີນເຖິງ 2/3, ເຊິ່ງມີເງື່ອນໄຂທຳມະຊາດອັນສະເພາະຕົວໃນການຄົ້ນຄວ້າພັດ ທະນາເຕັກໂນໂລຊີດ້ານຕ່າງໆເຊັ່ນ: ການລົງສູ່ທະເລເລິກ, ການສຳຫຼວດທະ ເລເລິກ,ການພັດທະນາທະເລເລິກແລະອື່ນໆ.

 

“ແນວພັນພືດ” ແລະ “ທະເລ” ເຊິ່ງທ່ານສີຈິ້ນຜິງໄດ້ເອົາໃຈໃສ່ໃນເວລາສຳຫຼວດກວດກາວຽກງານຢູ່ແຂວງໄຫຫຼຳ ບໍ່ພຽງແຕ່ເປັນຫົວຂໍ້ຈຸດສຸມແຫ່ງການປະດິດສ້າງດ້ານການຄົ້ນຄວ້າວິທະຍາສາດເທົ່ານັ້ນ, ຍັງເປັນຫົວຂໍ້ຍຸດທະສາດທີ່ຕິດພັນກັບການພັດທະນາຂອງຈີນຢ່າງແໜ້ນແຟ້ນອີກດ້ວຍ.

 

 ວັນທີ 28 ພຶດສະພາປີ2021ຜ່ານມາ, ຢູ່ທີ່ກອງປະຊຸມບັນດິດສະຖາບັນວິທະຍາສາດຈີນ ແລະສະຖາບັນວິສະວະກຳຈີນ ແລະກອງປະຊຸມຜູ້ແທນທົ່ວປະເທດຄັ້ງທີ 10 ຂອງສະມາຄົມວິທະຍາສາດເຕັກໂນໂລຊີຈີນ, ທ່ານສີຈິ້ນຜິງໄດ້ກ່າວເນັ້ນໜັກວ່າ: ໃນຂົງເຂດພື້ນຖານແກນກາງທີ່ຕິດພັນກັບສະພາບລວມແຫ່ງການພັດທະນາແລະຄວາມໝັ້ນຄົງແຫ່ງຊາດນັ້ນ, ຕ້ອງສຸມໃສ່ຂົງເຂດເຕັກນິກແຖວໜ້າ, ເພື່ອຈັດວາງໂຄງການຄົ້ນຄວ້າພັດທະນາເຕັກນິກຍຸດທະສາດແລະເຕັກນິກສຳຮອງຢ່າງລ້ຳໜ້າ, ສຸມໃສ່ຈຸດຍຸດທະສາດພັດທະນາວິທະຍາສາດເຕັກໂນໂລຊີແລະອຸດສາຫະກຳໃນອະນາຄົດ. ທ່ານສີຈິ້ນຜິງໄດ້ຍົກໃຫ້ເຫັນ 9 ຂົງເຂດເຕັກນິກແຖວໜ້າ, ໃນນັ້ນກໍລວມເຖິງເຕັກນິກບົ່ມເພາະແນວພັນຊີວະພາບ, ເຕັກນິກພັດທະນາດິນເລິກແລະທະເລເລິກ.

 

ຈາກແນວພັນພືດເມັດນ້ອຍໆຈົນຮອດທະເລອັນກວ້າງໃຫຍ່ໄພສານ, ສອງວຽກງານທີ່ທ່ານສີຈິ້ນຜິງໄດ້ເອົາໃຈໃສ່ໃນການຢ້ຽມຢາມນະຄອນຊ່ານຢ້ານັ້ນ, ລ້ວນແຕ່ເປັນວຽກງານໃຫຍ່ທີ່ມີຄວາມໝາຍຍຸດທະສາດ. ສິ່ງທີ່ປະເທດຊາດຕ້ອງການ, ສິ່ງທີ່ປະຊາຊົນຕ້ອງການ, ສິ່ງທີ່ຍຸກສະໄໝຕ້ອງການນັ້ນກໍແມ່ນເປົ້າໝາຍແຫ່ງການປະດິດສ້າງດ້ານວິທະຍາສາດເຕັກໂນໂລຊີ.