ທ່ານສີຈິ້ນຜິງຢ້ຽມຢາມບ້ານເໝົານ້າຕາແສງສຸຍໝ້ານແຂວງໄຫຫຼຳ

2022-04-12 16:56:04 cri


   ຕອນບ່າຍວັນທີ 11 ເມສານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນ ໄດ້ເດີນ ທາງໄປຢ້ຽມຢາມບ້ານເໝົານ້າຕາແສງສຸຍໝ້ານເມືອງອູຈືຊ່ານແຂວງໄຫຫຼຳ ເພື່ອ ຮັບຮູ້ສະພາບການຕ່າງໆຂອງແຂວງໄຫຫຼຳເຊັ່ນການເສີມຂະຫຍາຍໝາກຜົນຂອງບັ້ນລຶບລ້າງຄວາມທຸກຍາກເຊື່ອມໂຍງກັບການພັດທະນາຊົນນະບົດຢ່າງມີປະສິດທິຜົນ ແລະອື່ນໆ. 



   ບ້ານເໝົານ້າ ຕັ້ງຢູ່ທາງພາກຕາເວັນຕົກສຽງໃຕ້ຂອງຕາແສງສຸຍໝ້ານ, ມີ 33 ຄອບຄົວມີພົນລະເມືອງທັງໝົດ 128 ຄົນ, ເປັນບ້ານໜຶ່ງຕັ້ງຢູ່ຕີນພູແລະແຄມນ້ຳ, ບ່ອນໃດກໍເຫັນແຕ່ສີຂຽວທີ່ສວຍງາມ, ເງື່ອນໄຂພິເສດທາງດ້ານພູມສາດ ໄດ້ເຮັດໃຫ້ຊາໃບໃຫຍ່ຂອງທ້ອງຖິ່ນນີ້ມີລົດຫອມສົດຊື່ນດີ, ທົ່ວບ້ານໄດ້ປູກຊາ ໃນເນື້ອທີ່ທັງໝົດປະມານ 38 ເຮັກຕາ, ໃບຊາໄດ້ກາຍເປັນສິ່ງປະເສີດທີ່ພາ ໃຫ້ຊາວບ້ານມີຄວາມຮັ່ງມີຂຶ້ນ.



ໃນຊຸມປີຜ່ານມານີ້, ບ້ານເໝົານ້າໄດ້ປິ່ນອ້ອມເປົ້າໝາຍການກໍ່ສ້າງ “ບ້ານແບບຢ່າງດ້ານການທ່ອງທ່ຽວທົ່ວເຂດແຄວ້ນ”, ໂດຍລົງມືຈາກການສ້າງ ຊົນນະບົດທີ່ສວຍງາມ, ຖືເອົາວັດທະນະທຳເຜົ່າຫຼີ ແລະເອກະລັກເຂດຮ້ອນ ເປັນຫົວຂໍ້ຫຼັກ ເພື່ອອອກແຮງພັດທະນາຂະແໜງການທ່ອງທ່ຽວຊົນນະບົດ.



ຈາກທາງດິນຕົມກາຍມາເປັນທາງປູຢາງ, ຈາກເຮືອນມຸງຫຍ້າກາຍມາເປັນ ບ້ານຊົນນະບົດທີ່ສວຍງາມໃນທຸກມື້ນີ້, ບ້ານເໝົານ້າກຳລັງສຸມຄວາມພະຍາຍາມ ເຂົ້າໃນການສ້າງຕົວແບບແຫ່ງການພັດທະນາຊົນນະບົດໃຫ້ຈະເລີນ.