ບໍ່ມີແນວພັນທີ່ດີ ແມ່ນຍາກທີ່ຈະບັນລຸການກະສິກຳທີ່ທັນສະໄໝ

2022-04-12 21:38:56 CRI

ທ່ານສີຈິ້ນຜິງຖືສຳຄັນວຽກງານພັດທະນາແນວພັນພືດ,ທ່ານເຄີຍກ່າວເນັ້ນໜັກວ່າ: "ບໍ່ມີແນວພັນທີ່ດີ ແມ່ນຍາກທີ່ຈະບັນລຸການຜະລິດກະສິກຳທີ່ທັນສະໄໝໄດ້." ທ່ານມັກເວົ້າວ່າ: ຕ້ອງກຳແໜ້ນແນວພັນພືດຂອງຈີນເອງ, ຈຶ່ງສາມາດຈັບຖ້ວຍເຂົ້າຂອງຈີນເອງໃຫ້ແໜ້ນ, ຈຶ່ງສາມາດປົກປ້ອງຄວາມໝັ້ນຄົງດ້ານສະບຽງອາຫານ ແລະຕ້ອງຍົກເອົາຄວາມປອດໄພດ້ານແນວພັນພືດຂຶ້ນສູ່ລະດັບຍຸດທະສາດແຫ່ງຄວາມໝັ້ນຄົງຂອງຊາດ.


ປະເທດລາວກໍແມ່ນປະເທດກະສິກຳ, ແນວພັນພືດທີ່ດີແມ່ນມີ ຄວາມສຳຄັນຫຼາຍຕໍ່ກັບການພັດທະນາດ້ານກະສິກຳ, ພ້ອມທັງມີບົດບາດສຳຄັນຫຼາຍໃນການຍົກສະມັດຕະພາບຜົນຜະລິດ, ປັບປຸງຄຸນນະພາບ ແລະ ຍົກສູງປະສິດທິພາບຂອງການຜະລິດຕື່ມອີກ. ການຮ່ວມມືລະຫວ່າງລາວ-ຈີນໃນຂົງເຂດກະສິກຳ ໃນນັ້ນລວມທັງການຮ່ວມມືດ້ານການພັດທະນາແນວພັນພືດ. ສອງຝ່າຍໄດ້ສ້າງ “ຫ້ອງທົດລອງແນວພັນດີຂອງພືດກະສິກຳລາວ-ຈີນ” ຢູ່ນະຄອນຫຼວງວຽງຈັນ. ມາຮອດປັດຈຸບັນ, ຫ້ອງທົດລອງນີ້ໄດ້ສ້າງສວນສາທິດປູກເຂົ້ານາ, ສາລີ, ໝາກໄມ້, ຜັກ ແລະ ຕົ້ນໄມ້ກິນໝາກຊະນິດຕ່າງໆຢູ່ນະຄອນຫຼວງວຽງຈັນ, ແຂວງຈຳປາສັກ, ແຂວງໄຊຍະບູລີ ແລະຢູ່ອີກຫຼາຍແຂວງ, ພ້ອມນັ້ນຍັງໄດ້ອົບຮົມດ້ານວິຊາການຈຳນວນຫຼາຍໃຫ້ກັບທ້ອງຖິ່ນຕ່າງໆຕື່ມອີກ.


ຂໍອວຍພອນໃຫ້ການຮ່ວມມືສອງຝ່າຍຈົ່ງໄດ້ຮັບໝາກຜົນໃຫຍ່ຫຼວງກວ່າເກົ່າ, ເພື່ອນຳເອົາຜົນປະໂຫຍດມາໃຫ້ປະຊາຊົນສອງຊາດຈີນ-ລາວຫຼາຍກວ່າເກົ່າ.