ມາດຕະການຂອງຈີນທີ່ “ປິ່ນປົວພະຍາດໃຫ້ຫາຍດີໝົດທຸກຄົນ” ໄດ້ຮັບປະສິດທິຜົນຫຼາຍທີ່ສຸດ ແລະມີຄວາມເສຍຫາຍໜ້ອຍທີ່ສຸດ

2022-04-12 16:11:37 cri

ນັບແຕ່ຕົ້ນປີນີ້ເປັນຕົ້ນມາ, ປະເທດອັງກິດ, ໂຮນລັງ, ຝຣັ່ງ, ເຢຍລະມັນ ແລະປະເທດອື່ນໆ ໄດ້ປະກາດຜ່ອນຄາຍມາດຕະການປ້ອງກັນ ແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຕື່ມອີກ ພ້ອມທັງໄດ້ປະຕິບັດອັນທີ່ເອີ້ນວ່າ ແຜນການ “ຢູ່ຮ່ວມກັບເຊື້ອພະຍາດໂຄວິດ-19” . ໃນໄລຍະປະຕິບັດແຜນການດັ່ງກ່າວ ໄດ້ເຮັດໃຫ້ຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ປະເທດເຫຼົ່ານີ້ຖີບຕົວສູງຂຶ້ນ.

ຢູ່ອາເມຣິກາ ທີ່ເປັນປະເທດທີ່ຜ່ອນຄາຍມາດຕະການປ້ອງກັນພະຍາດເຊັ່ນກັນ, ຄຽງຄູ່ກັບເຊື້ອໂອມິຄຣອນສາຍພັນ BA.2 ແຜ່ລະບາດຢ່າງກວ້າງຂວາງ, ອັດຕາການຕິດເຊື້ອພະຍາດໂຄວິດ-19 ຢູ່ທົ່ວປະເທດອາເມຣິກາກໍໄດ້ເພີ່ມຂຶ້ນອີກຮອບໃໝ່. ຕາມຂໍ້ມູນສະຖິຕິຈາກມະຫາວິທະຍາໄລຈອນສ ຮອບກີນສຂອງອາເມຣິກາ ໄດ້ໃຫ້ຮູ້ວ່າ: ປັດຈຸບັນ, ຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ອາເມຣິກາມີເກືອບ 80 ລ້ານກໍລະນີ, ມີຜູ້ເສຍຊີວິດຍ້ອນພະຍາດໂຄວິດ-19 ເກືອບ 1 ລ້ານຄົນ ເຊິ່ງສົມຊື່ກັບ “ປະເທດທີ່ປະສົບກັບຄວາມຫຼົ້ມເຫຼວທີ່ສຸດໃນໂລກໃນການຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19”.

ຜົນວິເຄາະຂໍ້ມູນຈາກຫຼາຍປະເທດສະແດງໃຫ້ເຫັນວ່າ: ເຊື້ອສາຍພັນໂອມິຄຣອນບໍ່ແມ່ນ “ໄຂ້ຫວັດໃຫຍ່ທີ່ຮ້າຍແຮງຂຶ້ນກວ່າເກົ່າ”ຊື່ໆ. ທີ່ຈິງແລ້ວ, ອັດຕາການເສຍຊີວິດຈາກເຊື້ອໂອມິຄຣອນ ແມ່ນສູງກວ່າໄຂ້ຫວັດໃຫຍ່ຢ່າງຫຼວງຫຼາຍ ໂດຍສະເພາະໄດ້ກາຍເປັນໄພຂົ່ມຂູ່ອັນຮ້າຍແຮງຕໍ່ຜູ້ຕິດເຊື້ອທີ່ມີອາຍູສູງ, ຜູ້ມີພະຍາດປະຈຳໂຕ ແລະກຸ່ມຄົນພິເສດອື່ນໆ.

ປະເທດຈີນໄດ້ປະຕິບັດມາດຕະການປ້ອງກັນ ແລະຄວບຄຸມພະຍາດໂຄວິດ-19 ທີ່ຕ່າງກັບອາເມຣິກາ ແລະປະເທດຝ່າຍຕາເວັນຕົກສ່ວນໃຫຍ່. ນັບແຕ່ເກີດມີການແຜ່ລະບາດຂອງພະຍາດໂຄວິດ-19 ເປັນເວລາສອງປີປາຍມານີ້, ຈີນໄດ້ຍຶດໝັ້ນແນວທາງ “ປະຊາຊົນຢູ່ເໜືອທຸກສິ່ງທຸກຢ່າງ, ຊີວິດຢູ່ເໜືອທຸກສິ່ງທຸກຢ່າງ” ມາໂດຍຕະຫຼອດ, ຍຶດໝັ້ນມາດຕະການ “ປິ່ນປົວພະຍາດໃຫ້ຫາຍດີໝົດທຸກຄົນ”ຕາມຫຼັກວິທະຍາສາດທີ່ແມ່ນຢຳ ເຊິ່ງໄດ້ຊ່ວຍປົກປ້ອງຊີວິດ ແລະສຸຂະພາບຂອງປະຊາຊົນຢ່າງສຸດຂີດ ພ້ອມທັງໄດ້ເຮັດໃຫ້ການພັດທະນາເສດຖະກິດ ແລະການປ້ອງກັນຄວບຄຸມພະຍາດຂອງຈີນສາມາດຮັກສາຢູ່ແຖວໜ້າຂອງໂລກ. ໃນປີ 2021, ຈີນໄດ້ຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ແບບຕິດເປັນກຸ່ມ 30 ກວ່າກໍລະນີຢ່າງມີປະສິດທິຜົນ ໂດຍສາມາດຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ໂດຍພື້ນຖານພາຍໃນໄລຍະເວລາ 14 ມື້ ເຊິ່ງເປັນໄລຍະເວລາທີ່ອາການຈະປະກົດຂຶ້ນຫຼັງຈາກຄົນເຈັບຕິດພະຍາດ.

ທີ່ຈິງແລ້ວ, ອາເມຣິກາ, ອັງກິດ ແລະປະເທດອື່ນໆ ທີ່ມີມາດຕະການ “ຢູ່ຮ່ວມກັບເຊື້ອພະຍາດ” ກໍເປັນພຽງແຕ່ການຮັບມືແບບແກ້ອາຍທີ່ “ຕົນເອງບໍ່ຢາກເຮັດແຕ່ກໍຈຳເປັນຕ້ອງເຮັດ”. ອັນທີ່ເອີ້ນວ່າ “ສ້າງພູມຄຸ້ມກັນດ້ວຍຕົນເອງທົ່ວປວງຊົນ”, ທາດແທ້ແມ່ນປ່ອຍໃຫ້ຜູ້ມີພູມຄຸ້ມກັນຕ່ຳຈຳນວນຫຼວງຫຼາຍຕາຍເອງ. ສ່ວນຈີນທີ່ຍຶດໝັ້ນມາດຕະການ “ປິ່ນປົວພະຍາດໃຫ້ຫາຍດີໝົດທຸກຄົນ” ກໍເປັນການປົກປ້ອງຜົນສຳເລັດໃນການປ້ອງກັນ ແລະຄວບຄຸມການແຜ່ລະບາດຂອງພະຍາດ. ພຶດຕິກຳໄດ້ພິສູດໃຫ້ເຫັນຢ່າງເຕັມທີ່ແລ້ວວ່າ: ການປະຕິບັດມາດຕະການ “ປິ່ນປົວພະຍາດໃຫ້ຫາຍດີໝົດທຸກຄົນ” ແມ່ນສອດຄ່ອງກັບສະພາບຕົວຈິງຂອງຈີນ ແລະສອດຄ່ອງກັບຫຼັກວິທະຍາສາດ.

ຖ້າເບິ່ງໃນຂອບເຂດທົ່ວໂລກແລ້ວ ມາຮອດຕົ້ນເດືອນເມສານີ້, ຜູ້ຕິດເຊື້ອພະຍາດໂຄວິດ-19 ໃນທົ່ວໂລກມີຫຼາຍກວ່າ 490 ລ້ານກໍລະນີແລ້ວ, ມີຜູ້ເສຍຊີວິດ ຫຼາຍກວ່າ 6,15 ລ້ານຄົນ; ຢູ່ປະເທດຈຳນວນໜຶ່ງທີ່ປະຕິບັດມາດຕະການ “ສ້າງພູມຕ້ານທານດ້ວຍຕົນເອງທົ່ວປວງຊົນ” ແລະ “ສ້າງພູມຕ້ານທານແບບທຳມະຊາດ”ນັ້ນ, ຈຳນວນຜູ້ຕິດເຊື້ອພະຍາດ ແລະຜູ້ເສຍຊີວິດໄດ້ຮັກສາຢູ່ໃນລະດັບສູງໂດຍບໍ່ໄດ້ຫຼຸດລົງຈັກເທື່ອ, ໄດ້ຕົກຢູ່ໃນວົງຈອນທີ່ “ຄວບຄຸມ-ຜ່ອນຄາຍ-ຄວບຄຸມອີກໃໝ່”…….ຢູ່ປະເທດຈີນ, ປະຊາກອນທີ່ມີອາຍຸ 60 ປີ ແລະ 60 ປີຂຶ້ນໄປ ມີເຖິງ 267 ລ້ານຄົນ, ເດັກນ້ອຍມີຫຼາຍກວ່າ 250 ລ້ານຄົນ. ຖ້າບໍ່ປະຕິບັດມາດຕະການປ້ອງກັນ ແລະຄວບຄຸມພະຍາດຢ່າງເຂັ້ມງວດ, ໃນທີ່ສຸດຈະເຮັດໃຫ້ການແຜ່ລະບາດຂອງພະຍາດຮ້າຍແຮງຂຶ້ນອີກ ເຊິ່ງຈະເຮັດໃຫ້ມີຄວາມກົດດັນຢ່າງຫຼວງຫຼາຍໃນການປ້ອງກັນ ແລະຄວບຄຸມພະຍາດຢູ່ຈີນ, ຢູ່ໃນພາກພື້ນ ກໍຄືຢູ່ໃນທົ່ວໂລກ.

ໂດຍປະເຊີນໜ້າກັບການແຜ່ລະບາດຂອງພະຍາໂຄວິດ-19 ທີ່ຮ້າຍແຮງ ແລະເກີດຂຶ້ນຫຼາຍຫຼົບຫຼາຍຕ່າວ, ບໍ່ວ່າຈະປະຕິບັດມາດຕະການປ້ອງກັນ ແລະຄວບຄຸມພະຍາດແນວໃດກໍຕາມ ຕ້ອງມີຜົນເສຍບໍ່ຫຼາຍກໍໜ້ອຍ. ແຕ່ເມື່ອເບິ່ງຈາກວິທີການປ້ອງກັນ ແລະຄວບຄຸມພະຍາດໃນປັດຈຸບັນແລ້ວ, ມາດຕະການ “ປິ່ນປົວພະຍາດໃຫ້ຫາຍດີໝົດທຸກຄົນ” ຍັງແມ່ນທາງເລືອກທີ່ດີທີ່ສຸດ ເພາະວ່າມັນມີປະສິດທິຜົນຫຼາຍທີ່ສຸດ ເສຍຫາຍໜ້ອຍທີ່ສຸດ.