ທາງລົດໄຟຈີນ-ລາວຕອນຢູ່ປະເທດລາວໄດ້ໃຫ້ບໍລິການລົດໄຟຄວາມໄວທຳມະດາ

2022-04-13 18:18:02 CRI

 



ກຸ່ມບໍລິສັດທາງລົດໄຟແຫ່ງຊາດຈີນຈຳກັດແຈ້ງໃຫ້ຮູ້ວ່າ: ວັນທີ 13 ເມສານີ້, ເນື່ອງໃນໂອກາດທີ່ປະຊາຊົນລາວຈະຫຼິ້ນບຸນປີໃໝ່ລາວ, ລົດໄຟຄວາມໄວທຳມະດາ 120 ກິໂລແມັດຕໍ່ຊົ່ວໂມງໄດ້ເລີ່ມໃຫ້ບໍລິການຈາກນະຄອນຫຼວງວຽງຈັນຫາສະຖານີບໍເຕັນຕາມທາງລົດໄຟຈີນ-ລາວຢ່າງເປັນທາງການ, ພ້ອມກັນນັ້ນ, ຍັງໄດ້ເພີ່ມຖ້ຽວລົດໄຟ CRH ລະຫວ່າງນະຄອນຫຼວງວຽງຈັນ ຫາ ນະຄອນຫຼວງພະບັງ 2 ຖ້ຽວ ແລະ ລົດໄຟລະຫວ່າງນະຄອນຫຼວງວຽງຈັນ ຫາ ສະຖານີເມືອງໄຊ 2 ຖ້ຽວ.





ຈົນຮອດປັດຈຸບັນ, ທາງລົດໄຟຈີນ-ລາວຕອນຢູ່ປະເທດລາວໄດ້ໃຫ້ບໍລິການລົດໄຟ CRH 8 ຖ້ຽວ ແລະ ລົດໄຟຄວາມໄວທຳມະດາ 2 ຖ້ຽວຕໍ່ມື້. ນີ້ເປັນຂີດໝາຍສະແດງໃຫ້ເຫັນວ່າ, ທາງລົດໄຟຈີນ-ລາວຕອນຢູ່ປະເທດລາວໄດ້ກ້າວເຂົ້າສູ່ໄລຍະແລ່ນລົດໄຟ  CRH  ແລະ ລົດໄຟຄວາມໄວທຳມະດາພ້ອມກັນ ເຊິ່ງເປັນການເພີ່ມຄວາມສາມາດໃນການຂົນສົ່ງຜູ້ໂດຍສານໃຫ້ໄດ້ຫຼາຍກວ່າເກົ່າ, ທັງເປັນທາງເລືອກ ແລະ ອຳນວຍຄວາມສະດວກໃຫ້ແກ່ປະຊາຊົນຫຼາຍກວ່າເກົ່າ.





ຜູ້ຮັບຜິດຊອບບໍລິສັດທາງລົດໄຟລາວ-ຈີນບອກໃຫ້ຮູ້ວ່າ, ນັບແຕ່ທາງລົດໄຟຈີນ-ລາວໃຫ້ບໍລິການລົດເປັນຕົ້ນມາ, ລົດໄຟ CRH ຂະບວນ“ລ້ານຊ້າງ” ໄດ້ແລ່ນຢ່າງປອດໄພ, ປະລິມານ ແລະ ປະເພດສິນຄ້າທີ່ຂົນສົ່ງຂ້າມຊາດໄດ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ. ຈົນຮອດວັນທີ 10 ເມສານີ້, ທາງລົດໄຟຕອນຢູ່ປະເທດລາວ ນັບລວມແລ້ວໄດ້ແລ່ນລົດ 468 ຖ້ຽວ, ຂົນສົ່ງຜູ້ໂດຍສານໄດ້ 244.400 ເທື່ອຄົນ, ການຂົນສົ່ງຜູ້ໂດຍສານຫຼາຍສຸດຕໍ່ມື້ມີເຖິງ 3.160 ຄົນ ແລະ ໄດ້ແລ່ນລົດຂົນສົ່ງສິນຄ້າຂ້າມຊາດໄດ້ 589 ຖ້ຽວ ໂດຍຂົນສົ່ງສິນຄ້າໄດ້ທັງໝົດ 365.400 ໂຕນ.