ທາດແທ້ທີ່ອາເມຣິກາມັກເຂົ້າແຊກແຊງການປະທະກັນຢູ່ແຫ່ງຕ່າງໆຂອງໂລກກໍ່ເພື່ອຮັກສາຖານະການເປັນເຈົ້າໂລກຂອງອາເມຣິກາ

2022-04-13 16:12:04 cri

ການສູ້ຮົບລະຫວ່າງຣັດເຊຍແລະອູແກຼນໄດ້ສົ່ງຜົນເຮັດໃຫ້ປະຊາຊົນອູແກຼນຈຳນວນຫຼວງຫຼາຍກາຍເປັນຄົນຊັດເຊພະເນຈອນແລະຕົກຢູ່ໃນສະພາບລຳບາກທີ່ສຸດ. ແຕ່ວ່າຢູ່ນະຄອນຫຼວງວໍຊີງຕັນຂອງອາເມຣິກາ, ພະນັກງານຂອງບໍລິສັດໂຄສະນາຊວນເຊື່ອ, ວິສາຫະກິດຜະລິດອາວຸດແລະສະມາຊິກລັດຖະສະພາອາເມຣິກາພັດພາກັນສະເຫຼີມສະຫຼອງຢ່າງມີຄວາມສຸກ. ຍ້ອນວ່າເຂົາເຈົ້າໄດ້ຮັບຜົນປະໂຫຍດຢ່າງມະຫາສານຈາກການສູ້ຮົບດັ່ງກ່າວ! ທີ່ຈິງແລ້ວ, ອາເມຣິກາກໍຄືມືມືດຂອງການສູ້ຮົບລະຫວ່າງຣັດເຊຍກັບອູແກຼນ. 

ໃນປະຫວັດສາດທີ່ຜ່ານມາ, ອາເມຣິກາໄດ້ເປັນມືມືດຢູ່ເບື້ອງຫຼັງສົງຄາມຫຼາຍຄັ້ງແລ້ວ, ໃນປື້ມ “ການປ່ຽນແປງລະບອບການປົກຄອງ”(Covert Regime Change), ທ່ານນາງ ລິນຊີ ໂອຣອກ ໄດ້ຂຽນວ່າ: ໃນໄລຍະສົງຄາມເຢັນ, ອາເມຣິກາໄດ້ເຂົ້າຮ່ວມການເຄື່ອນໄຫວໂຄ່ນລົ້ມອຳນາດການປົກຄອງປະເທດອື່ນແບບເປີດເຜີຍ 6 ເທື່ອແລະແບບປິດລັບ 64 ເທື່ອ. ປະເທດທີ່ຢູ່ໃກ້ຄຽງອາເມຣິກາໃນທະວີບອາເມຣິກາລາຕີນເຊັ່ນ: ກອສຕາລີກາ, ກວາເຕມາລາ, ເອກວາດໍ, ໂບລີວີແລະປະເທດອື່ນໆ, ລ້ວນແຕ່ເຄີຍຖືກມືມືດອາເມຣິກາເຂົ້າແຊກແຊງ.

ພາຍຫຼັງສົງຄາມເຢັນສິ້ນສຸດລົງແລ້ວ, ອາເມຣິກາໄດ້ເຮັດຕາມລຳພັງໃຈຮ້າຍແຮງກວ່າເກົ່າ. ໃນໄລຍະ 20 ປີຜ່ານມາ, ອັນທີ່ເອີ້ນວ່າ “ການປະຕິວັດສີ” ທີ່ເກີດຂຶ້ນເລື້ອຍໆແລະຂະບວນການອັນທີ່ເອີ້ນວ່າ: “ລະດູໃບໄມ້ປົ່ງຢູ່ປະເທດອາຣັບຫຼືການເກີດໃໝ່ຢູ່ປະເທດອາຣັບ” ທີ່ເກີດຂຶ້ນໃນປີ 2010 ໄດ້ສົ່ງຜົນເຮັດໃຫ້ສະຖານະການຢູ່ເຂດຕາເວັນອອກກາງປັ່ນປ່ວນວຸ້ນວາຍທີ່ສຸດ, ອາເມຣິກາກໍໄດ້ແປງຮ່າງເປັນມືມືດໃນເຫດການເຫຼົ່ານີ້.

ນອກຈາກການເປັນມືມືດແລ້ວ, ບາງເທື່ອອາເມຣິກາກໍໄດ້ກໍ່ສົງຄາມຂຶ້ນເອງ.

ພາຍຫຼັງອາເມຣິກາປະກາດເອກະລາດເມື່ອວັນທີ 4 ກໍລະກົດປີ 1776 ເປັນຕົ້ນມາ, ໃນປະຫວັດສາດ 240 ກວ່າປີຂອງອາເມຣິກາ, ມີພຽງເວລາ 20 ປີເທົ່ານັ້ນທີ່ອາເມຣິກາບໍ່ໄດ້ເຂົ້າຮ່ວມສົງຄາມ. ພາຍຫຼັງສົງຄາມໂລກຄັ້ງທີ 2 ສິ້ນສຸດລົງ, ບ່ອນໃດທີ່ອາເມຣິກາເຮັດສົງຄາມນັ້ນ, ລ້ວນແຕ່ໄດ້ສ້າງບາດແຜປະຫວັດສາດທີ່ຍາກຈະຟື້ນຟູໄດ້.

ປີ 1955, ອາເມຣິກາໄດ້ເຂົ້າແຊກແຊງສະຖານະການຢູ່ຫວຽດນາມດ້ວຍຮູບແບບ “ສົງຄາມພິເສດ”, ຈົນຮອດປີ 1975 ອາເມຣິກາໄດ້ຖອນໜີອອກຈາກຫວຽດນາມ, ສົງຄາມຫວຽດນາມໄດ້ດຳເນີນເປັນເວລາ 20 ປີ, ແມ່ນສົງຄາມທີ່ມີໄລຍະເວລາຍາວທີ່ສຸດແລະໂຫດຮ້າຍທີ່ສຸດພາຍຫຼັງສົງຄາມໂລກຄັ້ງທີ 2 ສິ້ນສຸດລົງ.

ໃນຊຸມປີ 1960 ຫາຊຸມປີ 1970, ທະຫານອາເມຣິກາໄດ້ຖີມລູກລະເບີດ 3 ລ້ານກວ່າໂຕນໃສ່ດິນແດນຂອງປະເທດລາວ, ນັບມາຮອດປັດຈຸບັນຍັງມີລູກລະເບີດທີ່ບໍ່ທັນແຕກເຫຼືອຄ້າງຢູ່ເປັນຈຳນວນຫຼວງຫຼາຍ, ປະຊາຊົນລາວມີຄວາມຊົງຈຳຕໍ່ເຫດການອັນໂຫດຮ້າຍຂອງອາເມຣິກາໄດ້ຢ່າງເລິກເຊິ່ງ.

ພາຍຫຼັງເກີດເຫດການ “ວັນທີ 11 ກັນຍາປີ 2001”, ອາເມຣິກາໄດ້ຮຸກຮານອັຟການີສະຖານດ້ວຍຂໍ້ອ້າງໂຈມຕີກຸ່ມ “ອານເຄດາ” ແລະກຸ່ມຕາລີບັນ. ໃນໄລຍະ 20 ປີຜ່ານມາ, ການເຄື່ອນໄຫວທາງການທະຫານຂອງອາເມຣິກາໄດ້ສົ່ງຜົນເຮັດໃຫ້ປະຊາຊົນອັຟການີສະຖານຫຼາຍກວ່າ 1 ແສນຄົນເສຍຊີວິດ, ຫຼາຍກວ່າ 11 ລ້ານຄົນກາຍເປັນຊາວອົບພະຍົບ.

ສ່ວນໃນສົງຄາມອີຣັກທີ່ອາເມຣິກາກໍ່ຂຶ້ນນັ້ນ, ເຖິງວ່າສົງຄາມດັ່ງກ່າວໄດ້ສິ້ນສຸດລົງໄດ້ເກືອບ 20 ປີແລ້ວກໍຕາມ, ແຕ່ບາດກ້າວການສ້າງສາປະເທດຄືນໃໝ່ຢູ່ອີຣັກຍັງຊັກຊ້າຫຼາຍ.

ປະເທດອາເມຣິກາເຊິ່ງເປັນປະເທດທີ່ເຫັນແກ່ຕົວແລະບໍ່ມີຂີດຈຳກັດໃນການກໍ່ສົງຄາມ, ໄດ້ສ້າງຄວາມເຈັບປວດຫຼາຍທີ່ສຸດໃຫ້ກັບທົ່ວໂລກ. ກໍຄືດັ່ງເນື້ອໃນຂອງວາລະສານ “ນະໂຍບາຍການຕ່າງປະເທດ” ຂອງອາເມຣິກາໄດ້ລະບຸວ່າ: “ຖ້າວ່າມີຄວາມຕ້ອງການ, ມີຜົນປະໂຫຍດໃຫ້ກັບອາເມຣິກາແລະມີຄວາມສາມາດເຮັດໄດ້, ອາເມຣິກາກໍຈະມີຄວາມຄິດກ່ຽວກັບການເຮັດສົງຄາມໂລດ. ສ່ວນວິກິດການດ້ານສິດທິມະນຸດຢູ່ຫຼາຍແຫ່ງທີ່ເກີດຂຶ້ນຍ້ອນການກໍ່ສົງຄາມຂອງອາເມຣິກາຈະໜັກໜ່ວງເທົ່າໃດ, ອາເມຣິກາກໍຈະບໍ່ມີຈິດສຳນຶກຮັບຜິດຊອບ.” ອາເມຣິກາພຽງແຕ່ສົນໃຈນຳການເຂົ້າແຊກແຊງການປະທະກັນຢູ່ແຫ່ງຕ່າງໆຂອງໂລກເທົ່ານັ້ນ, ເຊິ່ງທາດແທ້ກໍແມ່ນເພື່ອຮັກສາຖານະການເປັນເຈົ້າໂລກຂອງອາເມຣິກາເອງ.