ພາຍຸ“ເມຈີ”ພັດເຂົ້າຟິລິບປິນ ເຮັດໃຫ້ມີຜູ້ເສຍຊີວິດເພີ່ມຂຶ້ນເປັນ43ຄົນ

2022-04-13 11:16:29 cri

ວັນທີ12ເມສານີ້ ພາກສ່ວນກູ້ໄພຂອງຟິລິບປິນກ່າວວ່າ: ລົມພາຍຸເຂດຮ້ອນ“ເມຈີ”ໄດ້ພັດຂຶ້ນບົກຢູ່ແຂວງ ເລເຕ ທາງພາກກາງຂອງຟິລິບປິນໃນຕອນເຊົ້າວັນທີ10ເມສາຜ່ານມາ ເຊິ່ງເຮັດໃຫ້ນ້ຳຖ້ວມແລະພູເຈື່ອນ, 10 ກວ່າແຂວງຢູ່ພາກກາງແລະພາກໃຕ້ໄດ້ປະສົບກັບໄພພິບັດ,ເຮັດໃຫ້ມີຜູ້ເສຍຊີວິດເພີ່ມຂຶ້ນເປັນ43ຄົນ.

   ພາຍຸ“ເມຈີ” ແມ່ນລົມພາຍຸເຂດຮ້ອນຄັ້ງທຳອິດທີ່ຟິລິບປິນປະສົບໃນປີນີ້.