ຈິດໃຈບໍລິສຸດຜຸດຜ່ອງຕໍ່ປະຊາຊົນຂອງທ່ານປະທານສີຈິ້ນຜິງ

2022-04-13 15:56:34 cri

ວັນທີ 21 ຕຸລາປີ 2021, ທ່ານສີຈິ້ນຜິງ ປະທານປະເທດຈີນທີ່ໄປສຳຫຼວດກວດກາວຽກງານຢູ່ເມືອງຕຸ່ງຢິງແຂວງຊ່ານຕຸ່ງຈີນ ເພິ່ນໄດ້ຍ່າງໄປເບິ່ງທົ່ງນາຕົວແບບແຫ່ງໜຶ່ງ ແລະໄດ້ກົ້ມຕົວລົງ, ເດັດເອົາໝາກຖົ່ວໜ່ວຍໜຶ່ງ, ແກະເອົາແກ່ນເພື່ອສັງເກດເບິ່ງຄຸນນະພາບ, ແລ້ວບິແກ່ນໝາກຖົ່ວເມັດໜຶ່ງໃສ່ເຂົ້າໄປໃນປາກ ຫຍ້ຳລະອຽດແລ້ວເວົ້າວ່າ: “ໝາກຖົ່ວຝັກນີ້ຕຶ່ງແລະມີຄຸນນະພາບດີ!”

ພາບນີ້ເຮັດໃຫ້ນັກວິຊາການດ້ານເຕັກນິກກະສິກຳຮູ້ສຶກຕົກສະເງີ້ແລະສະໜິດສະໜົມ: “ນີ້ແມ່ນທ່າທາງທີ່ແທ້ຈິງຂອງຊາວກະສິກອນຜູ້ອາວຸໂສ.”

ທ່າທາງທຳມະຊາດທີ່ຕິດຕົວດັ່ງກ່າວ ໄດ້ສ່ອງແສງໃຫ້ເຫັນເຖິງຄວາມຮັກແພງແລະຈິດໃຈບໍລິສຸດຜຸດຜ່ອງຕໍ່ປະຊາຊົນທີ່ບໍ່ມີມື້ປ່ຽນແປງຕາມການເວລາຈັກເທື່ອ.

ວັນທີ 13 ພຶດສະພາປີ 2015, ທ່ານປະທານສີຈິ້ນຜິງໄດ້ກັບໄປຢ້ຽມຢາມບ້ານລຽງເຈ່ຍເຫີ. ໝູ່ເກົ່າທັງຫຼາຍໄດ້ຈັບມືຂອງທ່ານສີຈິ້ນຜິງດ້ວຍຄວາມສະໜິດສະໜົມແບບເກົ່າ ແລະທ່ານສີຈິ້ນຜິງຍັງເອີ້ນຊື່ຫຼິ້ນຂອງເຂົາເຈົ້າທຸກຄົນຄືເກົ່າ.

ເລື່ອງເລັກໆນ້ອຍໆທຸກຢ່າງທີ່ເກີດຂຶ້ນຢູ່ບ້ານລຽງເຈ່ຍເຫີໃນເມື່ອກ່ອນ ໄດ້ເຮັດໃຫ້ທ່ານສີຈິ້ນຜິງ ຜູ້ຍັງເປັນຊາວໜຸ່ມຊາບຊື້ງໃຈຫຼາຍ ເຊິ່ງມີພາບໜຶ່ງ ຄື: ທ່ານສີຈິ້ນຜິງໄດ້ກິນເຂົ້າກັບຊາວບ້ານ ຜູ້ຮ່ວມເຮັດວຽກຢູ່ທົ່ງນາ, ເມື່ອເຫັນອາຫານຂອງທ່ານສີຈິ້ນຜິງ (ຊາວໜຸ່ມຜູ້ລົງຮາກຖານ) ແມ່ນຂະໜົມສາລີທີ່ແຊບຊ້ອຍ, ຊາວບ້ານເວົ້າວ່າ: “ອັນນີ້ຈິ່ງແມ່ນອາຫານແທ້.” ທ່ານສີຈິ້ນຜິງ ກໍປ່ຽນອາຫານຂອງຕົນໃຫ້ຊາວບ້ານກິນ. ແຕ່ອາຫານຂອງຊາວບ້ານທີ່ເຮັດດ້ວຍຮຳມີທາດບຳລຸງໜ້ອຍ, ກິນແລ້ວຫິວໄວ, ທ່ານສີຈິ້ນຜິງອົດບໍ່ໄຫວ ກໍເລີຍເປີດເບິ່ງກ່ອງອາຫານຂອງຊາວບ້ານ ແລ້ວເຫັນຂະໜົມສາລີທີ່ຕົນເອົາໃຫ້ນັ້ນຍັງຈົ່ງໄວ້ຢູ່ໃນຫັ້ນຄືເກົ່າ ເລີຍຖາມວ່າ: “ເປັນຍັງພວກເຈົ້າບໍ່ກິນອາຫານນີ້?” ຊາວບ້ານຕອບວ່າ: “ເດັກນ້ອຍແລະຄົນໃນຄອບຄົວຍິ່ງລຳບາກກວ່າ, ຈະຈົ່ງເອົາໄວ້ໃຫ້ເຂົາເຈົ້າກິນ.”

ເລີ່ມແຕ່ໄລຍະນັ້ນເປັນຕົ້ນມາ, ທ່ານສີຈິ້ນຜິງໄດ້ຮັບຮູ້ຄວາມທຸກຍາກລຳບາກຂອງປະຊາຊົນຢ່າງແທ້ຈິງ.

ປີ 2012, ທ່ານສີຈິ້ນຜິງ ໄດ້ຮັບເລືອກຕັ້ງເປັນປະທານປະເທດຈີນ, ຫຼັງຈາກນັ້ນ, ເພິ່ນໄດ້ຂຶ້ນພູລົງຫ້ວຍ, ໄປຢ້ຽມຢາມເຂດທຸກຍາກພິເສດ 14 ແຫ່ງ, ໄປສຳຫຼວດ ກວດກາວຽກງານຫຼຸດຜ່ອນຄວາມທຸກຍາກຫຼາຍກວ່າ 50 ເທື່ອ, ຈາກການເບິ່ງຄວາມທຸກຍາກທີ່ແທ້ຈິງຈົນຮອດການຫຼຸດພົ້ນອອກຈາກຄວາມທຸກຍາກຢ່າງແທ້ຈິງ, ທ່ານສີຈິ້ນຜິງໄດ້ແບກຫາບໜ້າທີ່ຄັ້ງປະຫວັດສາດຢ່າງເດັດດ່ຽວໜຽວແໜ້ນ.

ທ່ານກ່າວວ່າ: “ມື້ໃດປະຊາຊົນຍັງບໍ່ທັນໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ, ຂ້າພະເຈົ້າກໍຈະບໍ່ວາງໃຈໄດ້” “ຂ້າພະເຈົ້າຢ້ານວ່າວຽກງານນີ້ເຮັດບໍ່ໄດ້ດີ, ສຸດທ້າຍບໍ່ສາມາດໃຫ້ຄຳຕອບທີ່ພໍໃຈກັບປະຊາຊົນ ແລະປະຫວັດສາດໄດ້.”

ໃນທີ່ສຸດ, ໃນວັນທີ 25 ກຸມພາປີ 2021, ທ່ານປະທານສີຈິ້ນຜິງໄດ້ປະກາດໃນພິທີສະຫຼຸບຜົນງານໃນບັ້ນລຶບລ້າງຄວາມທຸກຍາກວ່າ: ບັ້ນລຶບລ້າງຄວາມທຸກຍາກຂອງຈີນໄດ້ຮັບໄຊຊະນະຢ່າງຮອບດ້ານ, ໄດ້ສຳເລັດໜ້າທີ່ຫຍຸ້ງຍາກເພື່ອລຶບລ້າງຄວາມທຸກຍາກຂັ້ນເດັດຖານ.

ມາຈາກປະຊາຊົນ, ເຮັດເພື່ອປະຊາຊົນ, ອາໄສປະຊາຊົນ. “ໃນຖານະເປັນຜູ້ນຳສູງສຸດຂອງປະເທດຊາດ, ປະຊາຊົນໄດ້ເລືອກຕັ້ງໃຫ້ຂ້າພະເຈົ້າຢູ່ໃນຕຳແໜ່ງນີ້, ຂ້າພະເຈົ້າກໍຕ້ອງຖືປະຊາຊົນເປັນສຳຄັນທີ່ສຸດຢູ່ໃນໃຈຕະຫຼອດໄປ.” ນີ້ຄື ຈິດໃຈບໍລິສຸດຜຸດຜ່ອງຕໍ່ປະຊາຊົນຂອງທ່ານປະທານສີຈິນຜິງ.