ຕ້ອງເອົາໃຈໃສ່ຮັກສາຄວາມໝັ້ນຄົງດ້ານສະບຽງອາຫານຂອງຕົນໃຫ້ດີ, ຕ້ອງລະວັງ “ຄວາມໂລບມາກໂລພາແບບນິໄສອາເມຣິກາ”!

2022-04-14 15:24:53 cri

ວັນທີ 8 ເມສານີ້, ອົງການອາຫານ ແລະການກະເສດອົງການສະຫະປະຊາຊາດ ຫຼື FAO ໄດ້ເປີດເຜີຍບົດລາຍງານ ໂດຍສະແດງໃຫ້ເຫັນວ່າ: ວິກິດການອູແກຣນໄດ້ສ້າງຜົນກະທົບໃຫ້ຕະຫຼາດສະບຽງອາຫານ ແລະນ້ຳມັນພືດ, ເຮັດໃຫ້ລາຄາອາຫານໃນທົ່ວໂລກໃນເດືອນມີນາປີນີ້ ຖີບຕົວຂຶ້ນສູ່ລະດັບສູງສຸດໃນປະຫວັດສາດ ເຊິ່ງໄດ້ສ້າງຜົນກະທົບຮ້າຍແຮງທີ່ສຸດໃຫ້ກັບປະຊາກອນຜູ້ທຸກຍາກທີ່ສຸດ.

ພາຍໃຕ້ສະຖານະການຄວາມໝັ້ນຄົງດ້ານສະບຽງອາຫານໃນທົ່ວໂລກພວມປະເຊີນໜ້າກັບຄວາມບໍ່ໝັ້ນທ່ຽງຢ່າງຫຼວງຫຼາຍ, ສື່ມວນຊົນອາເມຣິກາ ແລະຝ່າຍຕາເວັນຕົກຈຳນວນໜຶ່ງ ໄດ້ຄົ້ນພົບແງ່ໃໝ່ເພື່ອໃສ່ຮ້າຍປ້າຍສີ ແລະໂຈມຕີຈີນ ໂດຍໄດ້ເສກສັນປັ້ນແຕ່ງອັນທີ່ເອີ້ນວ່າ “ວິກິດການດ້ານສະບຽງອາຫານ”ຢູ່ຈີນ ເຊັ່ນ: “ຈີນຂາດແຄນສະບຽງອາຫານ” “ຈີນຍາດແຍ່ງ ແລະຊຶ້ສະບຽງອາຫານຢູ່ທົ່ວໂລກເພື່ອກັກຕຸນ, ເຮັດໃຫ້ລາຄາສະບຽງອາຫານຢູ່ທົ່ວໂລກຖີບຕົວສູງຂຶ້ນ” ແລະອື່ນໆ.

ແຕ່ຄວາມຈິງແມ່ນແນວນີ້ແທ້ບໍ? ໃນເວລາໃຫ້ສຳພາດຕໍ່ນັກຂ່າວ, ທ່ານຫຼີກົວສຽງ ນັກຄົ້ນຄວ້າຂອງສະຖາບັນຄົ້ນຄວ້າການພັດທະນາຊົນນະບົດຂອງສະພາບັນດິດວິທະຍາສາດສັງຄົມຈີນໄດ້ຕອບໂຕ້ຖ້ອຍຄຳຂອງສື່ມວນຊົນຝ່າຍຕາເວັນຕົກຈຳນວນໜຶ່ງ ໂດຍກ່າວວ່າ: ກ່ອນອື່ນ, ເມື່ອເບິ່ງຈາກອັດຕາສ່ວນການນຳເຂົ້າສະບຽງອາຫານຂອງຈີນແລ້ວ, ໝາກຖົ່ວເຫຼືອງ ແລະເຂົ້າບະເລເປັນທັນຍາຫານສອງຊະນິດຕົ້ນຕໍໃນການນຳເຂົ້າຂອງຈີນ, ແຕ່ທັນຍາຫານສອງຊະນິດດັ່ງກ່າວສ່ວນຫຼາຍແມ່ນນຳເຂົ້າມາຈາກອາເມຣິກາ, ແຕ່ບໍ່ແມ່ນມາຈາກຣັດເຊຍ ແລະອູແກຣນ. ອັນທີສອງ, ສະບຽງອາຫານຢູ່ຈີນ ແມ່ນອາໄສການຜະລິດຢູ່ພາຍໃນປະເທດເປັນຕົ້ນຕໍ. ຄວາມໝັ້ນຄົງດ້ານສະບຽງອາຫານຂອງຈີນຍັງມີການຄ້ຳປະກັນມາຈາກພື້ນຖານທີ່ສຳຄັນອີກອັນໜຶ່ງນັ້ນກໍຄື ດິນປູກຝັງ. ຈີນໄດ້ເຂັ້ມງວດໃນການຮັກສາເນື້ອທີ່ປູກຝັງໃຫ້ໄດ້ຢ່າງໜ້ອຍ 120.000.000 ເຮັກຕາ, ຮັບປະກັນໃຫ້ມີເນື້ອທີ່ປູກຝັງຈຳນວນ 120.000.000 ເຮັກຕາຢ່າງແທ້ຈິງ, ນີ້ໄດ້ເປັນສິ່ງຄ້ຳປະກັນພື້ນຖານທີ່ເຮັດໃຫ້ຄວາມໝັ້ນຄົງດ້ານສະບຽງອາຫານຂອງຈີນມີການຮັບປະກັນ.

ສະນັ້ນ, “ມືມືດຜູ້ບົງການ”ຢູ່ຫຼັງສາກທີ່ເຮັດໃຫ້ລາຄາສະບຽງອາຫານໃນທົ່ວໂລກຖີບຕົວສູງຂຶ້ນນັ້ນ ແມ່ນໃຜກັນແທ້? ບໍລິສັດການຄ້າສະບຽງອາຫານຂອງອາເມຣິກາ ເຊັ່ນ:ບໍລິສັດ ADM, ບໍລິສັດ Bunge ແລະບໍລິສັດ Cargill , ພ້ອມກັບບໍລິສັດ Louis Dreyfus ຂອງຝຣັ່ງ ເປັນບໍລິສັດການຄ້າສະບຽງອາຫານໃຫຍ່ 4 ແຫ່ງ ທີ່ມີຊື່ສຽງດັງທີ່ສຸດໃນທົ່ວໂລກ. ບໍລິສັດການຄ້າສະບຽງອາຫານ 4 ແຫ່ງດັ່ງກ່າວ ໄດ້ຜູກຂາດການຄ້າສະບຽງອາຫານໃນທົ່ວໂລກຫຼາຍກວ່າ 80%. ປັດຈຸບັນ, ລັດຖະບານໂຈ ໄບເດັນ ໄດ້ສ້າວຄວາມວຸ້ນວາຍປັ່ນປ່ວນໃຫ້ກັບການສູ້ຮົບກັນລະຫວ່າງຣັດເຊຍກັບອູແກຣນຢ່າງບໍ່ຢຸດຢັ້ງ, ທັງລົງໂທດ ແລະຈຳກັດການສົ່ງອອກເຂົ້າບະເລຂອງຣັດເຊຍ ທັງເອົາສະບຽງອາຫານ ແລະລາຄາສະບຽງອາຫານເປັນອາວຸດເພື່ອບີບບັງຄັບປະເທດໂລກທີ 3. ການເຮັດແບບນີ້, ໄດ້ເຮັດໃຫ້ບໍລິສັດການຄ້າສະບຽງອາຫານຂ້າມຊາດໄດ້ຮັບຜົນກຳໄລຢ່າງຫຼວງຫຼາຍ.

ວັນທີ 9 ເມສານີ້, ສຳນັກຂ່າວບລູມເບີກຂອງອາເມຣິກາໄດ້ລາຍງານວ່າ: ບໍລິສັດອາຫານຂະໜາດໃຫຍ່ ເປັນຜູ້ໄດ້ຮັບກຳໄລຈາກການຂາດແຄນສະບຽງອາຫານ ແລະການເໜັງຕິງຂອງລາຄາສະບຽງອາຫານຂອງໂລກມາໂດຍຕະຫຼອດ. ຫວ່າງມໍ່ໆມານີ້, ຢູ່ໃນຕະກຸນເຈົ້າຂອງບໍລິສັດ Cargill ມີ 3 ຄົນຖືກຈັດອັນດັບໃຫ້ຢູ່ໃນລາຍຊື່ 500 ຄົນທີ່ຮັ່ງມີທີ່ສຸດໃນໂລກທີ່ຈັດໂດຍສຳນັກຂ່າວບລູມເບີກ. ໃນ 3 ເດືອນມໍ່ໆມານີ້, ລາຄາຫຸ້ນຂອງບໍລິສັດ ADM ໄດ້ເພີ່ມຂຶ້ນ 36,51% ແລະ ລາຄາຫຸ້ນຂອງບໍລິສັດ Bunge ໄດ້ເພີ່ມຂຶ້ນ 21,85%. ໃນຂະນະທີ່ປະຊາຊົນທົ່ວໂລກກຳລັງມີຄວາມກັງວົນກັບການຖີບຕົວສູງຂຶ້ນຂອງລາຄາອາຫານ, ບໍລິສັດການຄ້າສະບຽງອາຫານຂະໜາດໃຫຍ່ຂອງອາເມຣິກາພັດເປັນຜູ້ໄດ້ຮັບຜົນກຳໄລຢ່າງຫຼວງຫຼາຍຈາກວິກິດການດັ່ງກ່າວ.

ປະຫວັດສາດ ແລະສະພາບຄວາມເປັນຈິງໄດ້ພິສູດໃຫ້ເຫັນແລ້ວວ່າ: ເຖິງ ວ່າສະບຽງອາຫານເປັນສິນຄ້າທີ່ສາມາດຄ້າຂາຍໄດ້ກໍຕາມ, ແຕ່ເຖິງຢ່າງໃດມັນກໍບໍ່ສົມຄວນແມ່ນສ່ວນໜຶ່ງຂອງການຄ້າເສລີ. ຄວາມໝັ້ນຄົງດ້ານສະບຽງອາຫານຕ້ອງເອົາໃຈໃສ່ຮັກສາດ້ວຍຕົນເອງໃຫ້ດີ, ຕ້ອງລະວັງ “ຄວາມໂລບມາກໂລພາແບບນິໄສອາເມຣິກາ”!