ສະຖານທູດຈີນປະຈຳລາວປິດໃຫ້ບໍລິການທາງກົງສຸນຊົ່ວຄາວ

2022-04-14 18:16:29 cri

 


ອີງຕາມສະພາບການແຜ່ລະບາດຂອງພະຍາດໂຄວິດ-19, ເພື່ອຫຼຸດຄວາມສ່ຽງສະເພາະໜ້າຍ້ອນການ
ເຕົ້າໂຮມກັນຂອງຜູ້ທີ່ມາເຮັດເອກະສານໃນໄລຍະການແຜ່ລະບາດຂອງພະຍາດ, ສະນັ້ນສະຖານທູດ ສປ
ຈີນປະຈຳ ສປປ ລາວຈະປິດໃຫ້ບໍລິການທາງກົງສຸນເປັນການຊົ່ວຄາວ ເຊິ່ງເລີ່ມແຕ່ວັນທີ 14 ເມສາ ຫາ
ວັນທີ 12 ພຶດສະພາ 2022.

ໃນໄລຍະປິດໃຫ້ບໍລິການ, ທ່ານຍັງສາມາດຮ້ອງຂໍເຮັດໜັງສືຜ່ານແດນ ແລະ ບັດທ່ອງທ່ຽວໄດ້ຕາມ
ປົກກະຕິໂດຍຜ່ານ
APP “ກົງສຸນຈີນ”, ຖ້າມີສະພາບອັນຮີບດ່ວນ ຕ້ອງການເຮັດວິຊາ, ທະບຽນສານ
ແລະ ໃບຢັ້ງຢືນດ່ວນ, ກະລຸນາໂທ
+856-21-315100 ໃນເວລາ 8:30—17:30 ເຊິ່ງເປັນເບີໂທ
ໃຫ້ບໍລິການເຮັດບັດກົງສຸນ, ເມື່ອກົງສຸນສອບຖາມລາຍລະອຽດທີ່ຕ້ອງການຕາມເອກະສານແລ້ວ
ຈະອຳນວຍຄວາມສະດວກໃຫ້ທ່ານຜ່ານ “ຊ່ອງທາງສີຂຽວ”.