ການຢ້ຽມຢາມພູອູຈືຂອງທ່ານສີຈິ້ນຜິງພາກທີ 1--ສວນອຸທິຍານແຫ່ງຊາດປ່າເຂດຮ້ອນຊຸ່ມໄຫຫຼຳ

2022-04-14 15:17:26 cri

 

     ພູອູຈື ຕັ້ງຢູ່ພາກກາງແລະພາກໃຕ້ເກາະໄຫຫຼຳ ທາງພາກໃຕ້ຂອງ ປະເທດຈີນ, ຖືກຂະໜານນາມວ່າເປັນ “ສັນຫຼັງ”ຂອງໄຫຫຼຳ ແລະ “ອ່າງນ້ຳ” ຂອງໄຫຫຼຳ. ຢູ່ແຫ່ງນີ້ນອກຈາກມີພູອູຈື ເຊິ່ງເປັນພູສູງສຸດຂອງເກາະໄຫຫຼຳແລ້ວ, ຍັງມີກຸ່ມບ້ານເຜົ່າຫຼີ ເຊິ່ງເປັນພົນລະເມືອງທີ່ດຳລົງຊີວິດຢູ່ເກາະໄຫຫຼຳກ່ອນໝູ່. ວັນທີ 11 ເມສາປີ2022, ທ່ານສີຈິ້ນຜິງປະທານປະເທດຈີນ ທີ່ກຳລັງຢ້ຽມ ຢາມຢູ່ແຂວງໄຫຫຼຳ ໄດ້ເດີນທາງໄປສຳຫຼວດຄົ້ນຄວ້າວຽກງານ ຢູ່ສວນອຸທິຍານ ແຫ່ງຊາດປ່າເຂດຮ້ອນຊຸ່ມໄຫຫຼຳເຂດພູອູຈື ແລະບ້ານເໝົານ້າຕາແສງ ສຸຍໝ້ານ ເມືອງອູຈືຊ່ານ.ຕໍ່ໄປຜູ້ຂຽນຈະແນະນຳໃຫ້ຮູ້ພຶດຕິກຳຕົວຈິງທີ່ມີຊີວິດຊີວາແຫ່ງການພັດທະນາຕາມແນວຄວາມຄິດ “ພູຂຽວນ້ຳໃສກໍແມ່ນພູເງິນພູຄຳ” ຫືຼເອີ້ນກັນວ່າ ທັດສະນະ“ພູສອງໜ່ວຍ”ຢູ່ທ້ອງຖິ່ນດັ່ງກ່າວ.

 



ວັນທີ 11 ເມສາປີ2022, ທ່ານສີຈິ້ນຜິງໄດ້ເດີນທາງໄປສຳຫຼວດຄົ້ນຄວ້າວຽກງານຢູ່ສວນອຸທິຍານແຫ່ງຊາດປ່າເຂດຮ້ອນຊຸ່ມໄຫຫຼຳເຂດພູອູຈື

 

      ພູອູຈືນອນຢູ່ໃນສວນອຸທິຍານແຫ່ງຊາດປ່າເຂດຮ້ອນຊຸ່ມໄຫຫຼຳ ເຊິ່ງເປັນ ໜຶ່ງໃນສວນອຸທິຍານແຫ່ງຊາດຊຸດທຳອິດຈຳນວນ 5 ແຫ່ງ ຂອງປະເທດຈີນ. ວັນທີ 12 ຕຸລາປີ2021, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ປະກາດ ໃນກອງປະຊຸມສຸດຍອດຂອງກອງປະຊຸມພາຄີສົນທິສັນຍາຊີວະນານາພັນຄັ້ງທີ 15ວ່າ: ຈີນໄດ້ສ້າງຕັ້ງສວນອຸທິຍານແຫ່ງຊາດຊຸດທຳອິດເຊິ່ງລວມທັງ ປ່າ ເຂດຮ້ອນຊຸ່ມໄຫຫຼຳ ຢ່າງເປັນທາງການ. ຫຼັງຈາກນັ້ນເຄິ່ງປີ, ຄືໃນຕອນບ່າຍວັນທີ 11 ເມສາ2022, ທ່ານສີຈິ້ນຜິງໄດ້ເດີນທາງໄປສຳຫຼວດຄົ້ນຄວ້າຕົວຈິງ ກ່ຽວກັບການອະນຸລັັກສິ່ງແວດລ້ອມທຳມະຊາດແລະຊີວະນານາພັນຢູ່ສວນອຸທິຍານແຫ່ງຊາດປ່າເຂດຮ້ອນຊຸ່ມໄຫຫຼຳເຂດພູອູຈື.

 



ສວນອຸທິຍານແຫ່ງຊາດປ່າເຂດຮ້ອນຊຸ່ມໄຫຫຼຳມີເນື້ອທີ່ທັງໝົດ 4269 ກິໂລ ຕາແມັດ, ສວນແຫ່ງນີ້ມີປ່າເຂດຮ້ອນຊຸ່ມຢູ່ເທິງເກາະລັກສະນະເປັນແຜ່ນດິນໃຫຍ່ທີ່ ໂຮມສູນທີ່ສຸດ, ໄດ້ຮັບການອະນຸລັກຮັກສາໃຫ້ສົມບູນທີ່ສຸດແລະມີເນື້ອທີ່ກວ້າງຂວາງທີ່ ສຸດ, ທັງເປັນໜຶ່ງໃນເຂດຈຸດສຸມອະນຸລັກຊີວະນານາພັນ 34 ແຫ່ງຂອງໂລກ, ປ່່າແຫ່ງນີ້ຍັງເປັນເຂດແຄວ້ນທີ່ມີຊັບພະຍາກອນປ່າໄມ້ອຸດົມສົມບູນກວ່າໝູ່ຂອງ ເກາະໄຫຫຼຳ ແລະເປັນບ່ອນເພິ່ງອາໄສພຽງແຫ່ງດຽວຢູ່ໃນໂລກຂອງທະນີແຂນ ຍາວໄຫຫຼຳ ເຊິ່ງເປັນສັດຈຳພວກວານອນ ທີ່ມີຄວາມສ່ຽງສູງສຸດທີ່ໃກ້ຈະສູນພັນ ຂອງໂລກ, ປັດຈຸບັນ, ສັດຊະນິດນີ້ເຫຼືອພຽງ 35 ໂຕເທົ່ານັ້ນ.



ທະນີແຂນຍາວໄຫຫຼຳ

 

     ນັບແຕ່ກອງປະຊຸມໃຫຍ່ຂອງພັກກອມມູນິດຈີນຄັ້ງທີ 18 ເປັນຕົ້ນມາ, ທ່ານສີຈິ້ນຜິງ ໄດ້ເດີນທາງໄປສຳຫຼວດກວດກາວຽກງານຢູ່ແຂວງໄຫຫຼຳ 3 ເທື່ອ, ແຕ່ລະເທື່ອ ເພິ່ນຕ້ອງເນັ້ນໜັກເຖິງບັນຫາການອະນຸລັກສິ່ງແວດລ້ອມນິເວດ. ເດືອນເມສາປີ2013, ໃນເວລາເຄື່ອນໄຫວສຳຫຼວດກວດກາວຽກງານຢູ່ແຂວງ ໄຫຫຼຳ, ທ່ານສີຈິ້ນຜິງໄດ້ຊີ້ໃຫ້ເຫັນວ່າ: ພູຂຽວນ້ຳໃສ, ທະເລໃສແລະທ້ອງຟ້າ ສີຄາມເປັນຕົ້ນທຶນສຳຄັນທີ່ສຸດໃນການສ້າງເກາະທ່ອງທ່ຽວສາກົນ. ເພິ່ນຫວັງວ່າ ໄຫຫຼຳຈະເປັນແບບຢ່າງນຳໜ້າໃນການສ້າງຄວາມສິວິໄລດ້ານນິເວດໃຫ້ກັບທົ່ວປະເທດ, ເພື່ອສ້າງ “ທະນາຄານຂຽວ”ທີ່ພັດທະນາແບບ ຍືນຍົງໄວ້ໃຫ້ລູກຫຼານຄົນຮຸ່ນຫຼັງ.

 

   ເດືອນເມສາປີ2018, ທ່ານສີຈິ້ນຜິງໄດ້ກ່າວເຖິງແນວຄວາມຄິດ “ພູຂຽວນ້ຳໃສກໍແມ່ນພູເງິນພູຄຳ” ອີກເທື່ອໜຶ່ງໃນເວລາເຄື່ອນໄຫວຢ້ຽມຢາມ ແຂວງໄຫຫຼຳ, ທ່ານກ່າວວ່າ: “ພູຂຽວນ້ຳໃສ, ທະເລໃສແລະທ້ອງຟ້າ ສີຄາມເປັນທ່າແຮງທີ່ເຂັ້ມແຂງທີ່ສຸດແລະເປັນຕົ້ນທຶນສຳຄັນທີ່ສຸດຂອງໄຫຫຼຳ,ເປັນຊັບສົມບັດອັນປະເສີດທີ່ຫາຊື້ບໍ່ໄດ້ແລະຫາຢືມບໍ່ໄດ້, ຕ້ອງປົກປັກຮັກສາພື້ນທີ່ ສີຂຽວເທິງທະເລແຫ່ງນີ້ ແລະທະເລສີຄາມແຫ່ງນີ້ປານກັບປົກປັກຮັກສາຊີວິດ ຂອງຕົນ”.

 

   ການເດີນທາງໄປສຳຫຼວດກວດກາວຽກງານຢູ່ແຂວງໄຫຫຼຳມາຫຼາຍເທື່ອ, ທ່ານສີຈິ້ນຜິງບໍ່ພຽງແຕ່ໄດ້ຊີ້ໃຫ້ເຫັນທ່າແຮງດ້ານສິ່ງແວດລ້ອມນິເວດຂອງແຂວງໄຫຫຼຳເທົ່ານັ້ນ,  ຍັງໄດ້ຊຸກຍູ້ໃຫ້ແຂວງໄຫຫຼຳກໍ່ສ້າງເຂດທົດລອງສ້າງຄວາມສິ ວິໄລດ້ານນິເວດແຫ່ງຊາດ  ແລະດຳເນີນວຽກງານຈຸດສຸມການສ້າງສວນ ອຸທິຍານແຫ່ງຊາດປ່າເຂດຮ້ອນຊຸ່ມໄຫຫຼຳ.

 

     ປີ 2018, ຢູ່ແຂວງໄຫຫຼຳ, ທ່ານສີຈິ້ນຜິງໄດ້ສະເໜີວ່າ: ຕ້ອງຕັ້ງໜ້າດຳເນີນວຽກງານຈຸດສຸມການສ້າງສວນອຸທິຍານແຫ່ງຊາດ, ສ້າງສວນອຸທິຍານແຫ່ງຊາດເຊັ່ນປ່າເຂດຮ້ອນຊຸ່ມ ແລະອື່ນໆ, ປີ2019, ທ່ານສີຈິ້ນຜິງໄດ້ເປັນປະທານກອງປະຊຸມຄະນະກຳມະການລົງເລິກການປະຕິຮູບຮອບດ້ານຂັ້ນສູນກາງຄັ້ງທີ 6, ທີ່ປະຊຸມໄດ້ພິຈາລະນາແລະຮັບຮອງ ແຜນການຈຸດສຸມການສ້າງສວນອຸທິຍານແຫ່ງຊາດປ່າເຂດຮ້ອນຊຸ່ມໄຫຫຼຳ, ປີ2021, ສວນອຸທິຍານແຫ່ງຊາດປ່າເຂດຮ້ອນຊຸ່ມໄຫຫຼຳໄດ້ຫັນຈາກຈຸດສຸມ ກ້າວເຂົ້າສູ່ໄລຍະການກໍ່ສ້າງອັນໃໝ່ຢ່າງເປັນທາງການ.

 

   ເປັນຫຍັງຈຶ່ງເລືອກເອົາປ່າເຂດຮ້ອນຊຸ່ມໄຫຫຼຳເປັນຈຸດສຸມການສ້າງສວນ ອຸທິຍານແຫ່ງຊາດ, ທ່ານສີຈິ້ນຜິງໄດ້ໃຫ້ຄຳຕອບວ່າ: “ຈຸດປະສົງກໍເພື່ອປູກຈິດສຳນຶກໃຫ້ໜັກແໜ້ນແລະປະຕິບັດແນວຄວາມຄິດ ‘ພູຂຽວນ້ຳໃສກໍແມ່ນພູເງິນພູຄຳ’ຢ່າງຮອບດ້ານ,ທົດລອງປະຕິບັດໄປກ່ອນຢູ່ບ່ອນທີ່ມີເງື່ອນໄຂທີ່ດີໃນດ້ານຊັບພະຍາກອນສິ່ງແວດລ້ອມນິເວດ ເພື່ອສະສົມບົດຮຽນໃຫ້ກັບທົ່ວປະເທດໃນການສ້າງຄວາມສິວິໄລດ້ານນິເວດ.”



  ໃນເວລາສຳຫຼວດກວດກາວຽກງານຢູ່ສວນອຸທິຍານແຫ່ງຊາດປ່າເຂດຮ້ອນຊຸ່ມໄຫຫຼຳເຂດພູອູຈືເມື່ອວັນທີ 11 ເມສາປີ2022, ທ່ານສີຈິ້ນຜິງໄດ້ກ່າວເນັ້ນໜັກວ່າ: “ໄຫຫຼຳຖືເອົາສິ່ງແວດລ້ອມນິເວດເປັນພື້ນຖານໃນການພັດທະນາແຂວງຂອງຕົນ, ໃນນັ້ນ,ການສ້າງສວນອຸທິຍານແຫ່ງຊາດປ່າເຂດຮ້ອນຊຸ່ມໄຫຫຼຳເປັນວຽກງານສຳຄັນທີ່ສຸດ. ຄວນເບິ່ງວຽກງານນີ້ດ້ວຍສາຍຕາອັນກວ້າງຂວາງກວ່ານີ້ ໂດຍຖືເປັນ ວຽກງານສຳຄັນຂອງຊາດ, ຮັບຮູ້ຢ່າງເຕັມສ່ວນຕໍ່ກັບຄວາມໝາຍຍຸດທະສາດ ຂອງວຽກງານນີ້ທີ່ມີຕໍ່ປະເທດຊາດ, ສູ້ຊົນພະຍາຍາມຕໍ່ໄປເຮັດວຽກງານນີ້ໃຫ້ ເປັນຮູບປະທຳແລະມີປະສິດທິຜົນທີ່ດີ”.

 

   ເພື່ອສ້າງສວນອຸທິຍານແຫ່ງຊາດປ່າເຂດຮ້ອນຊຸ່ມດ້ວຍມາດຕະຖານສູງ, ແຂວງໄຫຫຼຳໄດ້ລວມເອົາເຂດສະຫງວນທຳມະຊາດ 20 ແຫ່ງໂຮມເຂົ້າກັນ, ສ້າງແລວທາງອະນຸລັກສິ່ງແວດລ້ອມນິເວດ, ຊຸກຍູ້ວຽກງານຈັດສັນຍົກຍ້າຍປະ ຊາຊົນອອກຈາກເຂດອະນຸລັກສິ່ງແວດລ້ອມນິເວດທີ່ສຳຄັນໄປດຳລົງຊີວິດຢູ່ບ່ອນ ອື່ນເພື່ອອະນຸລັກທຳມະຊາດ. ທຸກມື້ນີ້, ເນື້ອທີ່ປ່າເຂດຮ້ອນຊຸ່ມໃນສວນອຸທິຍານ ໄດ້ກວມເຖິງ 73,89%, ອັດຕາການປົກຫຸ້ມຂອງປ່າໄມ້ໄດ້ເພີ່ມຂຶ້ນເຖິງ 95,85%, ໂຄງການບໍ່ແຮ່ໄດ້ຍົກເລີກຫຼືເຊົາຂຸດຄົ້ນແລ້ວ, ໂຄງການເຂື່ອນໄຟຟ້ານ້ຳຕົກຂະໜາດນ້ອຍຕ່າງໆກໍໄດ້ຍົກເລີກຢ່າງເປັນລະບຽບ. ປ່າເຂດຮ້ອນຊຸ່ມທີ່ເປັນໜຶ່ງບໍ່ມີສອງໃນປະເທດຈີນແຫ່ງນີ້ກຳລັງສ້າງໃຫ້ເປັນ “ແບບຢ່າງໄຫຫຼຳ” ແຫ່ງການສ້າງສວນອຸທິຍານແຫ່ງຊາດ.

 

   ພູອູຈືທີ່ນັບມື້ນັບຂຽວງາມຂຶ້ນນັ້ນໄດ້ພິສູດແລະຈະສືບຕໍ່ພິສູດໃຫ້ເຫັນວ່າ: ເມື່ອເຮົາເອົາໃຈໃສ່ອະນຸລັກຮັກສາພູຂຽວ, ພູຂຽວກໍຈະຄືນຜົນປະໂຫຍດ ໃຫ້ເຮົາແນ່ນອນ.