ເສດຖະກິດສິງກະໂປໃນໄຕມາດທີ1ຂະຫຍາຍຕົວ3,4%

2022-04-14 16:19:06 cri


ວັນທີ14ເມສານີ້,ກະຊວງການຄ້າແລະອຸດສາຫະກຳສິງກະໂປໄດ້ປະກາດຂໍ້ມູນເສດຖະກິດໃນໄຕມາດທີ1 ເຊິ່ງຂໍ້ມູນນີ້ສະແດງໃຫ້ເຫັນວ່າ: ລວມຍອດຜະລິດຕະພັນພາຍໃນ ຫຼື GDP ໃນໄຕມາດທີ1ຂອງສິງກະໂປ ໄດ້ເຕີບໂຕ3,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ແຕ່ຕ່ຳກວ່າການເຕີບໂຕ6,1%ຂອງໄຕມາດທີ4ຂອງປີກາຍ,ແລະຕ່ຳກວ່ານັກເສດຖະສາດຄາດໄວ້ແມ່ນ3,8%.

   ລັດຖະບານສິງກະໂປຄາດຄະເນວ່າ: ເສດຖະກິດປະເທດຕົນໃນປີນີ້ ຈະຂະຫຍາຍຕົວຢູ່ໃນລະດັບ3-5%.