ໄທຫວັງຢາກເປີດກວ້າງການສົ່ງສິນຄ້າສູ່ຈີນໃຫ້ຫຼາຍກວ່າເກົ່າ

2022-04-15 15:32:21 cri


ຫວ່າງກ່ອນນີ້ບໍ່ດົນ ໃນເວລາໃຫ້ສຳພາດຕໍ່ນັກຂ່າວຂ່າວສານຊິນຮວາ,ທ່ານຈຸຣິນ ລັກສະນະວິສິດ ຮອງນາຍົກລັດຖະມົນຕີໄທ ທັງເປັນລັດຖະມົນຕີກະຊວງການຄ້າໄທໄດ້ກ່າວວ່າ: ການຮ່ວມມືທາງດ້ານເສດຖະກິດການຄ້າລະຫວ່າງໄທກັບຈີນມີທ່ວງທ່າທີ່ດີ,ຫວັງໃຫ້ຍອດມູນຄ່າການຄ້າສອງຝ່າຍສືບຕໍ່ຮັກສາທ່ວງທ່າເຕີບໂຕທີ່ແຂງແຮງ,ຂະນະດຽວກັນ ໄທຈະເປີດກວ້າງການສົ່ງສິນຄ້າສູ່ຈີນໃຫ້ຫຼາຍກວ່າເກົ່າ.

ຈີນເປັນຄູ່ການຄ້າໃຫຍ່ອັນດັບ1ຂອງໄທ,ເປັນຕະຫຼາດສົ່ງອອກຜະລິດຕະພັນກະສິກຳທີ່ສຳຄັນຂອງໄທ. ທ່ານຈຸຣິນກ່າວວ່າ: ການຮ່ວມມືດ້ານການຄ້າລະຫວ່າງໄທກັບຈີນແໜ້ນແຟ້ນຫຼາຍ, ໄດ້ກາຍເປັນການຮ່ວມມືທາງການຄ້າທີ່ມີຫຼາຍລະດັບແລະຫຼາຍຊ່ອງທາງ ເຊິ່ງລວມທັງ“ສັນຍາສາຍພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ” ຫຼື RCEP, ເຂດການຄ້າເສລີຈີນ-ອາຊຽນ ແລະອື່ນໆ.

   ທ່ານຈຸຣິນກ່າວວ່າ: RCEP ໃນຖານະເປັນສັນຍາການຄ້າເສລີໃຫຍ່ກວ່າໝູ່ໃນທົ່ວໂລກທີ່ມີຜົນບັງຄັບໃຊ້ຢ່າງເປັນທາງການ, ເຊິ່ງເຮັດໃຫ້ປະເທດສະມາຊິກຕ່າງໆ ເຊິ່ງລວມທັງປະເທດໄທໄດ້ຮັບຜົນປະໂຫຍດນຳກັນ,ສາມາດຊົມໃຊ້ມາດຕະການທີ່ດີໃນຂົງເຂດຕ່າງໆເຊັ່ນ: ການຄ້າແລະການລົງທຶນເປັນຕົ້ນ.