ມຽນມາຍົກເລີກມາດຕະການຈຳກັດການເຕົ້າໂຮມກັນເພື່ອປ້ອງກັນພະຍາດເຊິ່ງຈະເລີ່ມແຕ່ວັນທີ 17 ເມສານີ້ເປັນຕົ້ນໄປ

2022-04-15 10:44:00 cri

ວັນທີ 14 ເມສານີ້, ກະຊວງສາທາລະນະສຸກມຽນມາໄດ້ອອກແຈ້ງການວ່າ: ນັບແຕ່ວັນທີ 17 ເມສານີ້ເປັນຕົ້ນໄປ, ຈະຍົກເລີກຄຳສັ່ງຫ້າມເຕົ້າໂຮມກັນເພື່ອປ້ອງກັນພະຍາດໂຄວິດ-19. ແຈ້ງການຍັງໄດ້ລະບຸວ່າ: ຜ່ານຈາກການວິເຄາະສະພາບການແຜ່ລະບາດຂອງພະຍາດໃນໄລຍະມໍ່ໆມານີ້ຢູ່ມຽນມາ, ກະຊວງສາທາລະນະສຸກຈຶ່ງໄດ້ຕົກລົງໂດຍອີງຕາມມາດຕາ 21B ຂອງ “ກົດໝາຍວ່າດ້ວຍການປ້ອງກັນ ແລະ ຄວບຄຸມພະຍາດຕິດແປດ”.

ພາຍຫຼັງເກີດມີພະຍາດໂຄວິດ-19 ເມື່ອເດືອນມີນາປີ 2020 ແລ້ວ, ກະຊວງສາທາລະນະສຸກມຽນມາ ໄດ້ອອກຄຳສັ່ງຫ້າມເຕົ້າໂຮມກັນເພື່ອປ້ອງກັນພະຍາດ, ຈາກນັ້ນ ໃນວັນທີ 29 ຕຸລາ 2021, ໄດ້ຜ່ອນຄາຍຂຂໍ້ຫ້າມການເຕົ້າໂຮມກັນ ຈາກ 50 ຄົນເປັນ 100 ຄົນ; ຮອດວັນທີ 30 ທັນວາ 2021, ກະຊວງສາທາລະນະສຸກມຽນມາໄດ້ປະກາດວ່າ, ໄດ້ອະນຸຍາດໃຫ້ຈັດພິທີທາງສາສະໜາ ແລະ ຊາປະນະກິດສົບທີ່ມີຄົນເຂົ້າຮ່ວມບໍ່ໃຫ້ກາຍ 200 ຄົນ; ແລະມາຮອດວັນທີ 15 ມີນາປີນີ້, ກະຊວງສາທາລະນະສຸກມຽນມາໄດ້ປະກາດວ່າ ໄດ້ຜ່ອນຄາຍຂໍ້ຫ້າມອະນຸຍາດໃຫ້ເຕົ້າໂຮມກັນໄດ້ໂດຍບໍ່ໃຫ້ກາຍ 400 ຄົນ.