ທ່ານວາງຢີ້ແລກປ່ຽນຄຳຄິດເຫັນກັບທ່ານບຸຍແທັງເຊີ່ນ ລັດຖະມົນຕີການຕ່າງປະເທດຫວຽດນາມ

2022-04-15 15:27:22 cri


ວັນທີ14ເມສານີ້, ທ່ານວາງຢີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ແລກປ່ຽນຄຳຄິດເຫັນກັບທ່ານບຸຍແທັງເຊີ່ນ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມຜ່ານທາງໂທລະສັບ.

ທ່ານວາງຢີ້ກ່າວວ່າ: ຈີນຍິນດີສືບຕໍ່ໃຫ້ການຊ່ວຍເຫຼືອຫວຽດນາມໃນການຕ້ານກັບພະຍາດໂຄວິດ-19. ທັງຫວັງວ່າສອງຝ່າຍຈະສ້າງ“ຊ່ອງທາງສີຂຽວ”ທີ່ສະດວກກວ່າເກົ່າເພື່ອນຳເຂົ້າຜະລິດຕະພັນກະສິກຳທີ່ຄຸນນະພາບດີຂອງຫວຽດນາມເຂົ້າສູ່ປະເທດຈີນ.

ທ່ານບຸຍແທັງເຊີ່ນກ່າວວ່າ: ຫວຽດນາມໄດ້ໃຫ້ບູລິມະສິດໂດຍຖືເອົາສາຍພົວພັນກັບຈີນເປັນນະໂຍບາຍກັບຕ່າງປະເທດຂອງຫວຽດນາມມາໂດຍຕະຫຼອດ, ແລະຍິນດີຮ່ວມກັນກັບຈີນຈັດຕັ້ງປະຕິບັດ“ຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍໃນທະເລຈີນໃຕ້”.

ສອງຝ່າຍຍັງໄດ້ແລກປ່ຽນຄຳຄິດເຫັນກ່ຽວກັບບັນຫາອູແກຣນ.ທ່ານວາງຢີ້ກ່າວວ່າ:ອາເມຣິກາມີເຈດຕະນາຢາກຂະຫຍາຍການຈັດຕັ້ງປະຕິບັດ“ຍຸດທະສາດອິນໂດ-ປາຊີຟິກ”ເພື່ອເຮັດໃຫ້ສະຖານະການພາກພື້ນເຄັ່ງຕຶງຂຶ້ນ. ພວກເຮົາຕ້ອງບໍ່ໃຫ້ເລື່ອງອັນໂສກເສົ້າຄືກັບອູແກຣນເກີດຂຶ້ນອີກຢູ່ເຂດໃກ້ຄຽງພວກເຮົາ.

   ທ່ານບຸຍແທັງເຊີ່ນກ່າວວ່າ:ຫວຽດນາມຈະສືບຕໍ່ແລກປ່ຽນຄຳຄິດເຫັນກ່ຽວກັບບັນຫາອູແກຣນ-ຣັດເຊຍຮ່ວມກັບຝ່າຍຈີນ.