ການຢ້ຽມຢາມພູອູຈືຂອງທ່ານສີຈິ້ນຜິງພາກທີ 2--ບ້ານເໝົານ້າຕາແສງສຸຍໝ້ານແຂວງໄຫຫຼຳ

2022-04-15 17:57:46 cri



ຕອນບ່າຍວັນທີ 11 ເມສາ 2022, ທ່ານສີຈິ້ນຜິງ ປະທານປະເທດຈີນ ໄດ້ເດີນທາງໄປບ້ານເໝົານ້າຕາແສງສຸຍໝ້ານ ເຊິ່ງເປັນບ້ານເຜົ່າຫຼີທີ່ຢູ່ຕີນພູອູຈື ເມືອງອູຈືຊ່ານແຂວງໄຫຫຼຳ. ບ້ານນີ້ຍັງແມ່ນຈຸດສາທິດການທ່ອງທ່ຽວຊົນນະບົດແຫ່ງທຳອິດຂອງເມືອງອູຈືຊ່ານ.

 



ບ້ານເໝົານ້າ

 

ບ້ານເໝົານ້າໃນເດືອນເມສາມີກິ່ນຊາຫອມກຸ້ມໄປທົ່ວທັງບ້ານ,ເມື່ອຍ່າງ ເຂົ້າບ້ານ,ພາບຄວາມຈະເລີນໃນເຂດຊົນນະບົດທີ່ໜ້າປະທັບໃຈກໍໄດປະຈັກສູ່ສາຍຕາທັນທີ,ສວນຊາຂຽວງາມຢັ່ງຢາຍຢູ່ພາຍໃນບ້ານ, ຊາວບ້ານພາກັນຂົ້ວຊາຂຽວ.

 



ລຸງຫວາງປາຍເຫີແລະປ້າຫວາງຈູຢູພ້ອມດ້ວຍຄອບຄົວຖ່າຍຮູບຮ່ວມຢູ່ໜ້າເຮືອນ

 

    ລຸງ ຫວາງປາຍເຫີ ຊາວບ້ານບ້ານເໝົານ້າ ອາຍຸເກືອບ 60 ປີແລ້ວ, ລາວກັບເມຍຂອງລາວຄື ປ້າ ຫວາງຈູຢູ ໄດ້ເປີດຮ້ານປຸງແຕ່ງຊາດ້ວຍມືຮ້ານໜຶ່ງ, ຕົ້ນຕໍແມ່ນເຮັດທຸລະກິດຂາຍຊາໃບໃຫຍ່. ສອງຜົວເມຍໄດ້ປູກຊາແລະຂົ້ວຊາ, ຜະລິດຊາແລະຂາຍຊາດ້ວຍຕົນເອງ, ໂດຍອີງອາໄສຂະແໜງການທ່ອງທ່ຽວທີ່ພັດທະນາຂຶ້ນໃນທ້ອງຖິ່ນ, ແຕ່ລະປີ ແມ່ນສາມາດຂາຍຊາໄດ້ 50 ກວ່າກິໂລ, ສ້າງລາຍໄດ້ເຖິງ 30.000 ກວ່າຢວນຕໍ່ປີ.

 

ຮ້ານຊາຂອງລຸງຫວາງປາຍເຫີແລະປ້າຫວາງຈູຢູພ້ອມດ້ວຍຮູບຖ່າຍເຮັດວຽກຂອງເຂົາເຈົ້າ

 

ສອງຜົວເມຍລຸງຫວາງປາຍເຫີແລະປ້າຫວາງຈູຢູ ຍັງໄດ້ປູກຕົ້ນຢີ້ຈື້ ເຊິ່ງມີສົມຍານາມວ່າເປັນ ໜຶ່ງໃນ 4 ຢາພື້ນເມືອງຊື່ດັງຂອງພາກໃຕ້ແມ່ນ້ຳ ຢັງເຊຂອງຈີນ, ຕົ້ນຢີ້ຈືມີສັບພະຄຸນຕ່າງໆເຊັ່ນບຳລຸງປ້າງ,ແກ້ຖອກທ້ອງ ແລະອື່ນໆ, ມີຄຸນຄ່າທາງດ້ານການຢາແລະມີຄຸນຄ່າທາງດ້ານເສດຖະກິດຕື່ມ ອີກ. ປ້າຫວາງຈູຢູບອກວ່າ: ຊີວິດການເປັນຢູ່ຂອງປະຊາຊົນບ້ານເໝົານ້າໄດ້ເກີດ ມີການປ່ຽນແປງແບບໜ້າມືເປັນຫຼັງມື, ພີ່ນ້ອງຊາວບ້ານທັງຫຼາຍໄດ້ຮັບຜົນປະໂຫຍດຈາກການພັດທະນາອຸດສາຫະກຳທີ່ມີເອກະລັກພິເສດ.


 

   ນອກຈາກໃບຊາແລະຢາພື້ນເມືອງຈີນແລ້ວ, ສິ່ງທີ່ພາໃຫ້ໂສມໜ້າຂອງບ້ານ ເໝົານ້າເກີດມີການປ່ຽນແປງຢ່າງໃຫຍ່ຫຼວງຄືຈາກ ‍‍‍ທາງດິນຕົມ ກາຍມາເປັນ  ທາງຊີມັງນັ້ນ, ຍັງມີສີມືທີ່ເປັນມໍລະດົກນາມມະທຳຂອງທ້ອງຖິ່ນແຫ່ງນັ້ນຄື ແຜ່ນແພເຜົ່າຫຼີ.

 

 ສີມືຕ່ຳແຜ່ນຂອງເຜົ່າຫຼີສົມເປັນ “ສິ່ງປະເສີດທີ່ສຸດ” ໃນປະຫວັດສາດການຕ່ຳແຜ່ນຂອງຈີນ, ເຊິ່ງສິລະປະນີ້ມີປະຫວັດຄວາມເປັນມາຫຼາຍກວ່າ3.000ປີແລ້ວ. ແຜ່ນແພເຜົ່າຫຼີຖືກອົງການການສຶກສາ ວິທະຍາສາດແລະວັດທະນະທຳແຫ່ງສະຫະປະຊາຊາດຫຼືອຸຍເນັສໂກຈັດເຂົ້າໃນບັນຊີລາຍຊື່ມໍລະດົກວັດທະນະທຳນາມມະທຳຊຸດທຳອິດທີ່ຕ້ອງການອະນຸລັກຢ່າງຮີບດ່ວນທີ່ສຸດ.

 

 

ການຕ່ຳແຜ່ນເຜົ່າຫຼີມີ 4ຂັ້ນຕອນເຕັກນິກທີ່ສຳຄັນຄື: ການປັ່ນດ້າຍ, ການຕ່ຳ, ການຍ້ອມສີແລະການປັກແສ່ວ, ໂດຍເອົາເສັ້ນຝ້າຍ,ເສັ້ນປ່ານ, ເສັ້ນໄໝ,ເສັ້ນສີເງິນສີຄຳແລະອື່ນໆມາປະສົມປະສານເຂົ້າກັນແລ້ວຕ່ຳເປັນແຜ່ນ, ຜະລິດຕະພັນຕົ້ນຕໍມີ ສິ້ນ, ຜ້າປົກຫົວ, ສາຍໂບ, ຜ້າປູຕຽງ, ຜ້າຫົ່ມແລະອື່ນໆ. ສີທີ່ນຳມາເປັນວັດຖຸດິບໃຊ້ໃນການຍ້ອມຜ້າຕົ້ນຕໍແມ່ນສະກັດຈາກພືດພື້ນເມືອງ, ບໍ່ຕົກສີງ່າຍ, ແຜ່ນແພເຜົ່າຫຼີແມ່ນໄດ້ໃຊ້ສີແຈ້ງແລະສີມົ່ນສະຫຼັບສັບຊ້ອນກັນຢ່າງມີຫົວຄິດປະດິດສ້າງ, ມີສີສົດງົດງາມ,ມີລວດລາຍທີ່ເກີດຄວາມເປັນຈິງ,ສວຍງາມປານີດ ແລະຈຸດພິເສດອື່ນໆ ເຊິ່ງໄດ້ຮັບຄວາມນິຍົມຊົມຊອບຫຼາຍຈາກນັກທ່ອງທ່ຽວທັງຫຼາຍ.


ສີທີ່ເປັນວັດຖຸດິບໃຊ້ໃນການຍ້ອມຜ້າແມ່ນສະກັດມາຈາກພືດພື້ນເມືອງ

  

 

ເດືອນກຸມພາປີ2021, ໃນເວລາສຳຫຼວດກວດກາວຽກງານຢູ່ບ້ານຮວ້າອູ່ ແຂວງກຸ້ຍໂຈ່ວ, ເຄື່ອງຫັດຖະກຳປັກແສ່ວເຜົ່າມົ້ງທີ່ມີເອກະລັກພິເສດໄດ້ດຶງດູດຄວາມສົນໃຈຂອງທ່ານສີຈິ້ນຜິງ. ເພິ່ນກ່າວວ່າ: ເຄື່ອງຫັດຖະກຳປັກແສ່ວເຜົ່າມົ້ງທີ່ມີເອກະລັກພິເສດມີຄວາມດັ້ງເດີມພ້ອມທັງມີເອກະລັກຕາມສະໄໝນິຍົມ, ເປັນວັດທະນະທຳທັງເປັນອຸດສາຫະກຳອີກດ້ວຍ, ບໍ່ພຽງແຕ່ສາມາດເສີມຂະຫຍາຍວັດທະນະທຳດັ້ງເດີມເທົ່ານັ້ນ, ຍັງສາມາດຊຸກຍູ້ການພັດທະນາຊົນນະບົດໃຫ້ຈະເລີນໄດ້ຕື່ມອີກ.

 

ແຜ່ນແພ, ເຄື່ອງຈັກສານທີ່ມີເອກະລັກພິເສດຂອງເຜົ່າຫຼີ


     ຈາກເຄື່ອງຫັດຖະກຳປັກແສ່ວເຜົ່າມົ້ງຂອງແຂວງກຸ້ຍໂຈ່ວ, ພົມຕິເບາດຂອງແຂວງຊິງໄຫຕະຫຼອດຮອດແຜ່ນແພເຜົ່າຫຼີແຂວງໄຫຫຼຳ, ປະຊາຊົນທ້ອງຖິ່ນເຫຼົ່ານີ້ໄດ້ຜະລິດເຄື່ອງຫັດຖະກຳທີ່ແຕກຕ່າງກັນ, ແຕ່ກໍໄດ້ສ້າງຊີວິດທີ່ດີງາມເຊັ່ນດຽວກັນດ້ວຍເຄື່ອງຫັດຖະກຳຂອງໃຜລາວ.

 

ໃນເວລາສຳຫຼວດກວດກາວຽກງານຢູ່ບ້ານເໝົານ້າເມື່ອວັນທີ 11 ເມສາ2022, ທ່ານສີຈິ້ນຜິງໄດ້ເວົ້າກັບພີ່ນ້ອງຊາວບ້ານທັງຫຼາຍວ່າ: “ພວກເຮົາໄດ້ສ້າງສັງຄົມທີ່ອີ່ມໜຳສຳລານຮອບດ້ານໃຫ້ສຳເລັດແລ້ວ, ຕໍ່ໄປຈະຕ້ອງມຸ່ງໜ້າໄປສູ່ຄວາມທັນສະໄໝ, ຊຸກຍູ້ວຽກງານການບັນລຸເປົ້າໝາຍຮັ່ງມີຮ່ວມກັນ. ວຽກງານພັດທະນາຊົນນະບົດໃຫ້ຈະເລີນແມ່ນຕ້ອງດຳເນີນໄປຢ່າງໜັກແໜ້ນແລະຕິດແທດຕົວຈິງ,ກ່ອນອື່ນຕ້ອງຮັກສາໝາກຜົນຂອງບັ້ນລຶບລ້າງຄວາມທຸກຍາກໃຫ້ໝັ້ນຄົງ ແລ້ວເສີມຂະຫຍາຍຕໍ່ໄປອີກ, ແລະເຊື່ອມຕໍ່ກັບການພັດທະນາຊົນນະບົດໃຫ້ຈະເລີນຮອບດ້ານຢ່າງມີປະສິດທິຜົນ. ສິ່ງທີ່ພັກກອມມູນິດຈີນເອົາໃຈໃສ່ນັ້ນກໍຄືເຮັດໃຫ້ປະຊາຊົນບັນດາເຜົ່າໃນທົ່ວປະເທດມີຊີວິດການເປັນຢູ່ທີ່ນັບມື້ນັບດີຂຶ້ນ. ພັກບໍ່ມີຜົນປະໂຫຍດຂອງຕົນ, ພະນັກງານການນຳຂອງພັກຍິ່ງບໍ່ຄວນມີຜົນປະໂຫຍດສ່ວນຕົວ, ຕ້ອງຍຶດໝັ້ນຈຸດປະສົງພື້ນຖານຂອງພັກແລະແນວທາງມະຫາຊົນຂອງພັກ,ທຸ້ມເທເຫື່ອແຮງແລະສະຕິປັນຍາທັງໝົດເຂົ້າໃນການເຮັດໃຫ້ປະຊາຊົນມີຊີວິດການເປັນຢູ່ທີ່ດີ. ”



ຊາວເຜົ່າຫຼີຂອງບ້ານເໝົານ້າ


“ດົນໆບໍ່ໄດ້ພົບກັນ, ດົນໆຈຶ່ງໄດ້ພົບກັນ,ເມື່ອພົບກັນແລ້ວກໍຍັງຢາກຈະພົບກັນອີກ.”ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ຍົກເອົາເນື້ອຮ້ອງຂອງເພງພື້ນເມືອງໄຫຫຼຳເພງນີ້ມາກ່າວໃນຄຳປາໄສໃນພິທີເປີດກອງປະຊຸມເວທີປຶກສາຫາລືອາຊີໂປອາວທີ່ແຂວງໄຫຫຼຳເມື່ອປີ2018, ເຊິ່ງເພງນີ້ແມ່ນກຳເນີດຂຶ້ນໃນບ້ານເຜົ່າຫຼີຢູ່ເຂດພູອູຈື.

 

 

ເມື່ອ40ກວ່າປີກ່ອນ, ທ່ານເຊ້ເວີນຈິ່ງ ນັກດົນຕີທີ່ເປັນຊາວພື້ນເມືອງແຂວງໄຫຫຼຳໄດ້ໄປທ່ຽວຕາແສງສຸຍໝ້ານເພື່ອສຳຜັດກັບວັດທະນະທຳແລະຮີດຄອງປະເພນີຂອງທ້ອງຖິ່ນ, ເມື່ອໄດ້ພົບໜ້າກັບພີ່ນ້ອງຊາວບ້ານທີ່ບໍ່ໄດ້ພົບໜ້າກັນມາແຕ່ດົນແລ້ວນັ້ນ, ເພິ່ນໄດ້ມີແຮງບັນດານໃຈຢ່າງຫຼວງຫຼາຍ ໂດຍສາມາດແຕ່ງເນື້ອເພງທີ່ວ່າ “ດົນໆບໍ່ໄດ້ພົບໜ້າກັນ, ດົນໆຈຶ່ງໄດ້ພົບກັນ”

 

ຊາວບ້ານເໝົານ້າຮ້ອງເພງພື້ນເມືອງຢູ່ໃນເດີ່ນບ້ານ

 

ດິນແດນທີ່ສວຍສົດງົດງາມໄດ້ພາໃຫ້ກຳເນີດສິລະປະ ທີ່ອຸດົມສົມບູນ. ພໍຮອດລະດູການເກັບກ່ຽວຢ່າງອຸດົມສົມບູນ, ມື້ບຸນກຸດຈີນ, ບຸນປະເພນີ “3ຄ່ຳເດືອນ3” ຫຼືເວລາມີແຂກຄົນສຳຄັນທີ່ມີກຽດມາຢາມ, ພີ່ນ້ອງຊາວເຜົ່າຫຼີແລະເຜົ່າມົ້ງກໍໄດ້ນັດພົບກັນຢູ່ບ່ອນກວ້າງໃນບ້ານ, ໄຕ້ທວນໄຟ, ຕີຄ້ອງທອງ,ເຕັ້ນລຳຕ່າງໆເຊັ່ນເຕັ້ນລຳ “ເປືອກໝາກພ້າວ”  ແລະຮ້ອງເພງພື້ນເມືອງດ້ວຍກະຕືລືລົ້ນ ດ້ວຍຄວາມຮັກແພງອັນເລິກເຊິ່ງແລະເຕັມໄປດ້ວຍບັນຍາກາດເບີກບານມ່ວນຊື່ນ.



ຂົ້ວຊາ

ປະຊາຊົນຢູ່ດີມີສຸກ, ສິ່ງແວດລ້ອມທຳມະຊາດໄດ້ຮັບການປົກປ້ອງເປັນຢ່າງດີ, ວັດທະນະທຳທີ່ມີມູນເຊື້ອອັນດີງາມໄດ້ຮັບການສືບທອດໄປຄຽງຄູ່ກັບເສດຖະກິດມີການພັດທະນາ, ນີ້ກໍຄືພາບຈະເລີນຂອງຊົນນະບົດທີ່ສວຍງາມທີ່ສຸດ. ນັບແຕ່ກອງປະຊຸມໃຫຍ່ຂອງພັກກອມມູນິດຈີນຄັ້ງທີ 18 ເປັນຕົ້ນມາ, ທ່ານສີຈິ້ນຜິງໄດ້ເດີນທາງໄປສຳຫຼວດກວດກາວຽກງານຢູ່ແຂວງໄຫຫຼຳ3ເທື່ອ, ນອກຈາກບ້ານເໝົານ້າທີ່ຢູ່ຕີນພູອູຈືແລ້ວ, ເພິ່ນຍັງເຄີຍໄປຢ້ຽມຢາມເຂດນິຄົມອຸດສາຫະກຳດອກກຸຫຼາບ ນະຄອນຊ່ານຢ້າແລະສວນກ້ວຍໄມ້ບ້ານຊືສາ ນະຄອນໄຫໂຂວ, ເຊິ່ງລ້ວນແຕ່ເປັນອຸດສາຫະກຳທີ່ມີເອກະລັກພິເສດຂອງທ້ອງຖິ່ນ.

 

ກ່ຽວກັບບັນຫາທີ່ຄວນຊຸກຍູ້ການພັດທະນາຊົນນະບົດໃຫ້ຈະເລີນຄືແນວໃດ? ທ່ານສີຈິ້ນຜິງໄດ້ກ່າວເນັ້ນແລ້ວເນັ້ນອີກຕື່ມວ່າ:ຄວນເສີມຂະຫຍາຍທ່າແຮງພິເສດ, ຊຸກຍູ້ການພັດທະນາອຸດສາຫະກຳ. ໃນໄລຍະສຳຫຼວດກວດກາວຽກງານຢູ່ແຂວງໄຫຫຼຳເມື່ອປີ2018, ທ່ານສີຈິ້ນຜິງ ໄດ້ຊີ້ໃຫ້ເຫັນວ່າ ຕ້ອງປະຕິບັດຍຸດທະສາດການພັດທະນາຊົນນະບົດໃຫ້ຈະເລີນ, ເສີມຂະຫຍາຍທ່າແຮງດ້ານດິນຟ້າອາກາດເຂດຮ້ອນ, ພັດທະນາກະສິກຳເຂດຮ້ອນທີ່ມີປະສິດທິພາບສູງແລະມີເອກະລັກພິເສດໃຫ້ເຂັ້ມແຂງແລະມີຄຸນນະພາບສູງ.ຕ້ອງພັດທະນາການທ່ອງທ່ຽວຊົນນະບົດ, ສ້າງເມືອງນ້ອຍດີເດັ່ນທີ່ສ່ອງແສງເຖິງເອກະລັກເຂດຮ້ອນ.

 

ຜະລິດຕະພັນກະສິກຳທີ່ມີເອກະລັກພິເສດຂອງບ້ານເໝົານ້າ

 

 ທຸກມື້ນີ້, ບ້ານຕ່າງໆໃນເຂດຊົນນະບົດຢູ່ແຂວງໄຫຫຼຳທີ່ມີສິ່ງແວດລ້ອມທຳມະຊາດອັນສວຍງາມແລະປະຊາຊົນຮັ່ງມີນັ້ນກຳລັງກາຍເປັນພາບເດັ່ນທີ່ສ່ອງແສງເຖິງພຶດຕິກຳຕົວຈິງໃນການພັດທະນາຕາມແນວຄວາມຄິດ “ພູຂຽວນ້ຳໃສກໍແມ່ນພູເງິນພູຄຳ”.