ໜ່ວຍນັກບິນອະວະກາດເສີນໂຈ່ວ 13 ໄດ້ກັບຄືນໜ່ວຍໂລກ

2022-04-16 10:27:49 CRI

ເວລາ 0 ໂມງ 44 ນາທີຂອງວັນທີ 16 ເມສາປີ 2022 ຕາມເວລາ ປັກກິ່ງ, ຍານອະວະກາດບັນທຸກຄົນເສີນໂຈ່ວ 13 ກັບຫ້ອງ core module ທຽນເຫີຂອງສະຖານີອະວະກາດໄດ້ແຍກອອກຈາກກັນຢ່າງສຳເລັດຜົນ.ໜ່ວຍນັກບິນອະວະກາດເສີນໂຈ່ວ 13 ໄດ້ເຮັດວຽກແລະດຳລົງຊີວິດຢູ່ສະຖານີອະວະກາດ ເປັນ ເວລາ 183 ວັນ,ໂດຍໄດ້ສ້າງສະຖິຕິໃໝ່ທີ່ນັກບິນອະວະກາດຈີນປະຈຳຢູ່ ອະວະກາດດົນທີ່ສຸດໃນການປະຕິບັດໜ້າທີ່ການບິນຄັ້ງດຽວ.

ກ່ອນຖອນຕົວອອກຈາກສະຖານີອະວະກາດ,ໜ່ວຍນັກບິນອະວະກາດເສີນ ໂຈ່ວ 13 ໄດ້ຈັດພິທີສັ່ງລາເປັນເວລາສັ້ນ.

ທ່ານຈາຍຈື້ກ່າງ:ປັກກິ່ງ,ພວກເຮົາແມ່ນໜ່ວຍນັກບິນອະວະກາດເສີນໂຈ່ວ 13,ພວກເຮົາໄດ້ສຳເລັດໜ້າທີ່ການບິນຕາມໂຄຈອນເປັນເວລາ 6 ເດືອນຢ່າງຈົບ ງາມແລ້ວ,ຈະກັບຄືນສູ່ໜ້າດິນໃນໄວໆນີ້.

ທ່ານນາງວ່າງຢ້າຜີງ:ຂອບໃຈປະຊາຊົນທົ່ວປະເທດທີ່ເປັນຫ່ວງແລະຮັກ ແພງ,ຂອບໃຈພະນັກງານຄົ້ນຄວ້າທັງໝົດທີ່ສະໜັບສະໜູນຢ່າງແຂງແຮງແລະຢູ່ ເປັນເພື່ອນທັງເວັນທັງຄືນ,ຮູ້ສຶກອວດອົ່ງທະນົງໃຈແລະພາກພູມໃຈນຳປະເທດ ຊາດທີ່ຍິ່ງໃຫຍ່ຂອງພວກເຮົາ.

ທ່ານເຢ້ກວ່າງຟູ້:ຂໍອວຍພອນໃຫ້ສະຖານີອະວະກາດຈີນແລະບ້ານອະວະ ກາດຈີນຈົ່ງນັບມື້ນັບດີຂຶ້ນ,ພວກເຮົາພົບກັນໃໝ່ຢູ່ປັກກິ່ງ!