ໂຄສົກທຳນຽບປະທານາທິບໍດີຟິລິບປິນກ່າວວ່າ “ບົດລາຍງານສິດທິມະນຸດນານາຊາດປີ 2021” ຂອງອາເມຣິກາບໍ່ມີມູນຄວາມຈິງຫຍັງເລີຍ

2022-04-16 14:40:13 CRI


ວັນທີ 16 ເມສານີ້, ທ່ານມາຕິນ ອັນດານາ ໂຄສົກທຳນຽບປະທານາທິບໍດີ ທັງເປັນລັດຖະມົນຕີກະຊວງຖະແໜງຂ່າວຟິລິບປິນໄດ້ອອກຖະແຫຼງການ, ໂດຍສະແດງຄວາມສົງໄສຕໍ່ອັນທີ່ເອີ້ນວ່າ “ບົດລາຍງານສິດທິມະນຸດນານາຊາດປີ 2021” ຂອງກະຊວງການຕ່າງປະເທດອາເມຣິກາ.


ທ່ານອັນດານາກ່າວຢ້ຳວ່າ, ຄຳຕຳໜິໃນບົດລາຍງານຂອງກະຊວງການຕ່າງປະເທດອາເມຣິກາ, ເຊິ່ງລວມທັງການກະທຳຜິດຂອງເຈົ້າໜ້າທີ່ປະຕິບັດກົດໝາຍໃນຂະບວນການຕ້ານຢາເສບຕິດຂອງລັດຖະບານນັ້ນ ໄດ້ຮັບການແກ້ໄຂໃນໄລຍະຜ່ານມາແລ້ວ. ທ່ານອັນດານາໄດ້ສະເໜີຢ່າງແຮງກ້າ ໃຫ້ກະຊວງການຕ່າງປະເທດອາເມຣິກາສຳຫຼວດເນື້ອໃນຂອງບົດລາຍງານນັ້ນຄືນໃໝ່, ສຳລັບວຽກງານສຳຫຼວດຄືນນີ້ ຄວນໃຫ້ພະນັກງານສະຖາທູດອາເມຣິກາປະຈຳຟິລິບປິນ ກັບລັດຖະບານຟິລິບປິນເຂົ້າຮ່ວມນຳກັນ.