​ພົບ​ເຫັນ​ທ່ານ​ສີ​ຈິ້ນ​ຜິງ: ພາຍຫຼັງ​ລອດ​ຊີ​ວິດ​ຈາກ​ໄພ​ພິ​ບັດ, ຂ້ອຍ​ຢາກ​ເວົ້າ​ເຊິ່ງ​ໜ້າ​ເພິ່ນ​ວ່າ: ຂອບ​ໃຈ!

2022-04-16 11:35:02 cri


ປີ2016,ໃນໄລຍະທີ່ທ່ານສີຈິ້ນຜິງຢ້ຽມຢາມປະເທດເອກວາດໍ,ທ່ານໄດ້ໄປຢ້ຽມຢາມຫ້ອງທົດລອງຮ່ວມຂອງສູນບັນຊາການສຸກເສີນຄວາມປອດໄພສາທາລະນະເອກວາດໍທີ່ຈີນຊ່ວຍສ້າງ. ຢູ່ແຫ່ງນັ້ນ, ທ່ານບາບູໂລ ເຄີໂດວາ ຜູ້ໄດ້ຮັບການຊ່ວຍເຫຼືອທາງສູນດັ່ງກ່າວເພື່ອລອດຊີວິດຈາກໄພແຜ່ນດິນໄຫວແຮງ ໄດ້ພົບເຫັນທ່ານສີຈິ້ນຜິງ, ລາວຫວນຄືນວ່າ: "ເວລາຂ້ອຍເວົ້າ ເພິ່ນໄດ້ຟັງຢ່າງຕັ້ງໃຈ, ເພິ່ນໄດ້ລູບແຂນຂ້ອຍ ທັງຖາມຂ້ອຍວ່າໄດ້ຮັບບາດເຈັບບໍ່? ສິ່ງນີ້ແມ່ນເຮັດໃຫ້ຂ້ອຍຊາບຊຶ້ງໃຈຫຼາຍ ຈົນເກືອບນ້ຳຕາໄຫຼ."